ລາຍງານການແກ້ໄຂໜີ້ບໍລິຫານ ຂອງນະຄອນຫລວງວຽງຈັນ

ລາຍງານການແກ້ໄຂໜີ້ບໍລິຫານ ຂອງນະຄອນຫລວງວຽງຈັນ - 98af143c 1b6f 4053 b083 9cde95c226bd - ລາຍງານການແກ້ໄຂໜີ້ບໍລິຫານ ຂອງນະຄອນຫລວງວຽງຈັນ
ລາຍງານການແກ້ໄຂໜີ້ບໍລິຫານ ຂອງນະຄອນຫລວງວຽງຈັນ - kitchen vibe - ລາຍງານການແກ້ໄຂໜີ້ບໍລິຫານ ຂອງນະຄອນຫລວງວຽງຈັນ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນ ຫຼວງວຽງຈັນ ຊຸດທີ II ຈັດຂຶ້ນໃນລະຫວ່າງວັນທີ 16-24 ທັນວາ 2024 ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປີ 2024 ແລະ ທິດທາງແຜນ ການ ປະຈໍາປີ 2025, ແຜນການລົງທຶນຂອງລັດ ປີ 2025 ຂອງນະຄອນຫຼວງວຽງຈັນ, ແຜນການ ນໍາໃຊ້ເງິນເກີນແຜນ ປີ 2024 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍໄດ້ຍົກໃຫ້ເຫັນການແກ້ໄຂບັນຫາໜີ້ສິນຂອງນະຄອນຫລວງວຽງຈັນວ່າ: ນະຄອນຫລວງວຽງຈັນ ໄດ້ສຸມໃສ່ແກ້ໄຂໜີ້ສິນ ດ້ວຍຫລາຍຮູບແບ ເຊັ່ນ: ການແກ້ໄຂດ້ວຍການອວ່າຍໜີ້ 3 ແຈ, ແກ້ໄຂດ້ວຍພັນທະບັດ, ງົບປະມານປົກກະຕິ ແລະ ເງິນເກີນແຜນ, ເຮັດໃຫ້ໃນປັດຈຸບັນ ນະ ຄອນຫຼວງວຽງ ຍັງມີໜີ້ສິນໂຄງການລົງທຶນລັດ ແລະ ໜີ້ບໍລິຫານ (ໄຟຟ້າ, ນໍ້າປະປາ), ຊຶ່ງສັງລວມໄດ້ ດັ່ງນີ້:

  • ໜີ້ສິນໂຄງການລົງທຶນລັດ: ປີ 2024 ນະຄອນຫຼວງວຽງຈັນ ໄດ້ຮັບງົບປະມານການລົງທຶນຂອງລັດ ປະຈໍາປີ ທັງໝົດ 30 ຕື້ກວ່າກີບ. ໃນນັ້ນ, ໄດ້ຈັດສັນການເຂົ້າໃນການຊໍາລະໜີ້ 15 ກວ່າຕື້ກີບ, ກວມເອົາ 50% ຂອງເພດານງົບປະມານປົກກະຕິປະຈໍາປີ ແລະ ໄດ້ຮັບອະນຸມັດການອວ່າຍໜີ້ 3 ແຈ ປະມານ 699 ກວ່າຕື້ກີບ. ນອກຈາກນັ້ນ, ຍັງໄດ້ນໍາໃຊ້ງົບປະມານເງິນເກີນແຜນ ປະຈໍາປີ 2023 ຂອງ ນະຄອນຫຼວງວຽງຈັນ ຊໍາລະໜີ້ສິນໂຄງການລົງທຶນຂອງລັດ ຈໍານວນ 35.23 ຕື້ກີບ. ສັງລວມແລ້ວໃນປີ 2024 ນະຄອນຫຼວງວຽງຈັນ ສາມາດແກ້ໄຂບັນຫາໜີ້ສິນໂຄງການລົງທຶນຂອງລັດ ໄດ້ປະມານ 749 ຕື້ກວ່າກີບ, ເຮັດໃຫ້ປັດຈຸບັນ ນະຄອນຫຼວງວຽງຈັນ ຍັງມີໜີ້ລົງທຶນລັດ (ໂຄງການສໍາເລັດ 100%) ປະມານ 1,600 ກວ່າຕື້ກີບ.
  • ໜີ້ບໍລິຫານ (ໄຟຟ້າ, ນໍ້າປະປາ): ນັບແຕ່ປີ 2020 ຜ່ານມາມີປະມານ 302.90 ຕື້ກ່ວາກີບ, ໄດ້ຈັດສັນຊໍາລະຕາມງົບປະມານປົກກະຕິ ຈໍານວນ 46.19 ຕື້ກີບ ແລະ ຈັດສັນເງິນເກີນແຜນ ຈໍານວນ 52.21 ຕື້ກວ່າກີບ, ມາຮອດປັດຈຸບັນ ໜີ້ບໍລິຫານ ນະຄອນຫລວງວຽງຈັນຍັງມີ ປະມານ 204.50 ຕື້ກ່ວາກີບ; ໃນນີ້, ແຍກເປັນໜີ້ຄ່າໄຟຟ້າ ສໍານັກງານ-ຫ້ອງການ ຈໍານວນ 22.96 ຕື້ກີບ, ໜີ້ໄຟເຍືອງທາງ ຈໍານວນ 22.67 ຕື້ກີບ, ໜີ້ຄ່າໄຟຟ້າຊົນ ລະປະທານ ຈໍານວນ 155.37 ຕື້ກີບ ແລະ ຄ່ານໍ້າປະປາ ຈໍານວນ 1.50 ຕື້ກີບ.
ລາຍງານການແກ້ໄຂໜີ້ບໍລິຫານ ຂອງນະຄອນຫລວງວຽງຈັນ - 5 - ລາຍງານການແກ້ໄຂໜີ້ບໍລິຫານ ຂອງນະຄອນຫລວງວຽງຈັນ
ລາຍງານການແກ້ໄຂໜີ້ບໍລິຫານ ຂອງນະຄອນຫລວງວຽງຈັນ - 4 - ລາຍງານການແກ້ໄຂໜີ້ບໍລິຫານ ຂອງນະຄອນຫລວງວຽງຈັນ
ລາຍງານການແກ້ໄຂໜີ້ບໍລິຫານ ຂອງນະຄອນຫລວງວຽງຈັນ - 3 - ລາຍງານການແກ້ໄຂໜີ້ບໍລິຫານ ຂອງນະຄອນຫລວງວຽງຈັນ
ລາຍງານການແກ້ໄຂໜີ້ບໍລິຫານ ຂອງນະຄອນຫລວງວຽງຈັນ - Visit Laos Visit SALANA BOUTIQUE HOTEL - ລາຍງານການແກ້ໄຂໜີ້ບໍລິຫານ ຂອງນະຄອນຫລວງວຽງຈັນ
ລາຍງານການແກ້ໄຂໜີ້ບໍລິຫານ ຂອງນະຄອນຫລວງວຽງຈັນ - Visit Laos Visit SALANA BOUTIQUE HOTEL - ລາຍງານການແກ້ໄຂໜີ້ບໍລິຫານ ຂອງນະຄອນຫລວງວຽງຈັນ