ທ່ອງທ່ຽວຕ້ອງໄດ້ບຸກບືນ
ໂດຍ: ທ່ຽງທຳ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ຖ້າເວົ້າເຖິງການທ່ອງທ່ຽວຢູ່ປະເທດເຮົາແລ້ວ ເມື່ອຫລາຍປີຜ່ານມານີ້ບາງປີກໍຍິ້ມອອກ ແລະ ບາງປີກໍຄືວ່າງຽບເຫງົາລົງຫລາຍ ເຊິ່ງມາຈາກຫລາຍປັດໄຈ ທັງໃນຕົວ ແລະ ນອກຕົວຂອງມັນ, ເລື່ອງນອກຕົວກໍອາດຜົນກະທົບມາຈາກຄວາມຫຍຸ້ງຍາກ ແລະ ປັ່ນປ່ວນຂອງເສດຖະກິດໂລກ, ບັນຫາຄວາມບໍ່ສະຫງົບຂອງພາກພື້ນ ແລະ ສາກົນ ແລະ ການຮັບຮູ້ເຖິງຄວາມຈັບອົກຈັບໃຈຂອງການທ່ອງທ່ຽວລາວກໍຍັງມີໜ້ອຍ ແລະ ສ່ວນບັນຫາໃນຕົວກໍມີອຸປະສັກຢູ່ບໍ່ໜ້ອຍ ນັບທັງທຶນຮອນທີ່ພວກເຮົາຈະສຸມໃສ່ພັດທະນາເຂດທ່ອງທ່ຽວກໍຍັງມີຈຳກັດ, ດ້ານຄວາມຮູ້ຄວາມສາມາດຂອງພະນັກງານນຳທ່ຽວກໍຍັງບໍ່ແຂງແຮງພໍ. ກໍດັ່ງການໃຫ້ສຳພາດຂອງບໍລິສັດທ່ອງທ່ຽວເມືອງສາງຊາ ສປ ຈີນ ໃນວານນີ້ ເພິ່ນເວົ້າວ່າ: ເພື່ອຢາກດຶງດູດນັກທ່ອງທ່ຽວຈີນເຂົ້າມາທ່ຽວລາວໃຫ້ຫລາຍຂຶ້ນ ກ່ອນອື່ນເບື້ອງລັດຖະບານລາວຕ້ອງສ້າງສິ່ງອຳນວຍຄວາມສະດວກຕ່າງໆໃຫ້ຫລາຍຂຶ້ນ ໂດຍສະເພາະການຂໍວີຊາເຂົ້າມາລາວ ແລະ ອັນທີ່ສຳຄັນທີ່ສຸດແມ່ນໃຫ້ມີຜູ້ນຳທ່ຽວຂອງລາວຮູ້ຈັກພາສາຈີນທີ່ຊຳນິຊຳນານ ມັນຈະເປັນສ່ວນສຳຄັນທີ່ສຸດໃນການດຶງດູດນັກທ່ອງທ່ຽວຈາກຈີນ ແລະ ຄຽງຄູ່ກັນນັ້ນ ລາວຕ້ອງເພີ່ມທະວີການໂຄສະນາຄວາມໂດດເດັ່ນຂອງປະເທດ ເຊິ່ງອາດຈະເປັນແຫລ່ງທ່ອງທ່ຽວທຳມະຊາດ, ວັດທະນະທຳ, ສະຖານບູຮານວັດວາອາຮາມອັນເກົ່າແກ່ ຫລື ແຫລ່ງທ່ອງທ່ຽວປະຫວັດສາດອັນມີຊື່ສຽງ ແລະ ອື່ນໆໃຫ້ຫລາຍຂຶ້ນ. ເມື່ອຟັງຄຳເຫັນນີ້, ຜູ້ຂຽນກໍຂໍເປັນເອກະພາບນຳ, ຖ້າເວົ້າເຖິງຜູ້ຈະໄປທ່ອງທ່ຽວປະເທດໃດກໍຕາມ ທຳອິດເຂົາກໍຈະຕ້ອງໄດ້ເວົ້າເຖິງເລື່ອງວີຊາເຂົ້າປະເທດນັ້ນຈະຍາກຈະງ່າຍແນວໃດ ແລະ ຄວາມສະດວກໃນການຄົມມະນາຄົມ, ການກິນທີ່ເໝາະສົມ, ບ່ອນພັກເຊົາທີ່ມີມາດຕະຖານ ແລະ ການຕ້ອນຮັບທີ່ສະດວກສະບາຍຕ່າງໆ ນັບທັງເບື້ອງເຈົ້າໜ້າທີ່ຮັກສາຄວາມປອດໄພຂອງນັກທ່ອງທ່ຽວກໍຕ້ອງປະພຶດແນວໃດ ເພື່ອບໍ່ໃຫ້ຜູ້ມາທ່ຽວຢ້ານກົວ ແລະ ສິ່ງປະທັບໃຈຕ່າງໆຂອງແຫລ່ງທ່ອງທ່ຽວ ອັນນີ້ເປັນບັນຫາສຳຄັນຍິ່ງທີ່ຂະແໜງມະຫາພາກພວກເຮົາຈະຕ້ອງໄດ້ສຶກສາ ແລະ ບືນຕົວປັບປຸງຕົນເອງໃຫ້ນັບມື້ກ້າວໄປສູ່ອຸດສາຫະກຳທ່ອງທ່ຽວທີ່ສົມບູນແບບ.