ຄວາມຫວັງຂໍຝາກໄວ້ກັບຜູ້ແທນ

ໂດຍ: ທິດກໍ່າ
ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ປິດລົງໃນວັນທີ 17 ພະຈິກຜ່ານມາ. ກ່າວເຖິງບັນຍາກາດຂອງກອງປະຊຸມໃນຄັ້ງນີ້ ທິດກໍ່າເຫັນວ່າມີທີເດັດເຜັດມັນຫລາຍປະການ ບໍ່ວ່າໃນເລື່ອງວຽກ, ເລື່ອງຄົນ, ເລື່ອງເງິນ ແລະ ເລື່ອງກົດໝາຍກໍມີຫລາຍສະບັບໄດ້ຮັບການປັບປຸງ ແລະ ສ້າງຂຶ້ນມາໃໝ່. ມັນເປັນເລື່ອງທີ່ປະຕິເສດບໍ່ໄດ້ ເມື່ອໃດບ້ານເມືອງເຮົາມີການສ້າງສາພັດທະນາ, ມີຄວາມຈະເລີນຮຸ່ງເຮືອງໄປຫລາຍເທົ່າໃດ ກົດໝາຍກໍຍິ່ງມີຄວາມສັກສິດ ແລະ ອຸດົມສົມບູນຂຶ້ນຫລາຍເທົ່ານັ້ນ. ອັນພິເສດ ເທົ່າທີ່ທິດກໍ່າໄດ້ຕິດຕາມເບິ່ງໃນໂທລະພາບແມ່ນບໍ່ຄ່ອຍເຫັນຜູ້ແທນທ່ານໃດເຫງົານອນ ຫລື ຫລັບຄາຕັ່ງ. ແນວໃດກໍຕາມ ເມື່ອມາສົມທຽບໃສ່ກອງປະຊຸມສະໄໝສາມັນເທື່ອທີ 3 ກັບເທື່ອທີ 4 ມັນກໍມີອັນແຕກຕ່າງກັນຫລາຍເຕີບ ເປັນຕົ້ນວ່າໃນຄັ້ງທີ 3 ແມ່ນໄດ້ເນັ້ນໜັກໄປໃນດ້ານການວາງນະໂຍບາຍວຽກຈຸດສຸມໃຫຍ່ໆທີ່ຈຳເປັນຕ້ອງແກ້ໄຂດ່ວນ ໂດຍສະເພາະກ່ຽວກັບການຈັດຕັ້ງປະຕິບັດແຜນວຽກຈຸດສຸມໃນໄລຍະ 6 ເດືອນຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຂອງລັດຖະບານ ເຊິ່ງສະເໜີໂດຍທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ (25 ເມສາ 2017) ໄດ້ສັງລວມເອົາ 13 ໜ້າວຽກທີ່ລັດຖະບານໄດ້ເຮັດມາສະເໜີຕໍ່ກອງປະຊຸມສະພາ. ໄດ້ຍົກໃຫ້ເຫັນເຖິງ 11 ບັນຫາທີ່ຍັງຄົງຄ້າງ ເຊິ່ງລັດຖະບານຈະຕ້ອງໄດ້ສືບຕໍ່ສະເໜີຕໍ່ກອງປະຊຸມສະພາ. ໄດ້ຍົກໃຫ້ເຫັນເຖິງ 11 ບັນຫາທີ່ຍັງຄ້າງຄາ ເຊິ່ງລັດຖະບານຈະຕ້ອງໄດ້ສືບຕໍ່ແກ້ໄຂ, ສ່ວນກ່ຽວກັບທິດທາງແຜນການໃນຕໍ່ໜ້ານັ້ນແມ່ນຈະສືບຕໍ່ສຸມໃສ່ 14 ໜ້າວຽກຈຸດສຸມຕົ້ນຕໍທີ່ລັດຖະບານຈະຕ້ອງໄດ້ເຮັດ ແລະ ສືບຕໍ່ຜັນຂະຫຍາຍໃຫ້ມີຜົນສຳເລັດ.
ສ່ວນວ່າກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 8 ນີ້ເຫັນວ່າລັດຖະບານເຮົາໄດ້ສຸມໃສ່ແກ້ໄຂສິ່ງທີ່ຄ້າງຄາ, ຜົນກະທົບຂອງບັນຫາຕ່າງໆທີ່ພົ້ນເດັ່ນ ເຊິ່ງໄດ້ແກ່ຍາວ ແລະ ຊ້ຳເຮື້ອມາຫລາຍປີ ເປັນຕົ້ນແມ່ນເວົ້າເຖິງການບໍລິຫານລັດ, ບັນຫາການຊຸກຍູ້ເສດຖະກິດໃຫ້ຂະຫຍາຍຕົວຕໍ່ເນື່ອງ, ແກ້ໄຂບັນຫາຄຸ້ມຄອງທີ່ດິນ, ບັນຫາເສັ້ນທາງມູນຄ່າສູງຄຸນນະພາບຕໍ່າ, ໂກຕ້າລັດຖະກອນ 3.000 ຄົນ, ແກ້ໄຂບັນຫາກົງຈັກຄຸ້ມຄອງວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ ແລະ ທ້ອງຖິ່ນ, ໂຄງການນອກແຜນ, ການສົ່ງເສີມການລົງທຶນ, ການແກ້ໄຂຜົນການກວດກາ ແລະ ການຈັດຕັ້ງແຜນງົບປະມານແຫ່ງລັດ.
ສະນັ້ນ, ຈຶ່ງເຫັນໄດ້ວ່າກອງປະຊຸມສະໄໝສາມັນເທື່ອທີ 3 ແມ່ນສຸມໃສ່ວາງຍຸດທະສາດແຕ່ລະໜ້າວຽກ, ສ່ວນວ່າຄັ້ງທີ 4 ແມ່ນສຸມໃສ່ດຳເນີນມາດຕະການແກ້ໄຂຕໍ່ຜົນກະທົບທາງລົບທີ່ຊ້ຳເຮື້ອແກ່ຍາວມານານຕໍ່ປະເທດຊາດບ້ານເມືອງດັ່ງທ່ານນາຍົກລັດຖະມົນຕີເຮົາໄດ້ຕອບຄຳຊັກຖາມໃນຈຳນວນ 9 ຂໍ້ຂອງຜູ້ແທນໃນກອງປະຊຸມສະພາທີ່ຜ່ານມາ.
ເຖິງຢ່າງໃດກໍດີ, ທຸກສິ່ງຢ່າງຂອງບັນຫາທີ່ໄດ້ນຳເອົາມາສະເໜີ, ປຶກສາຫາລື ແລະ ໄດ້ຕົກລົງໃນສະພາຈະກາຍເປັນຫລັກປັດຊະຍາທີ່ສຳຄັນກ້າວໄປເຖິງຂອດປະຕິບັດໃຫ້ເປັນຮູບປະທຳນັ້ນກໍແມ່ນຂຶ້ນຢູ່ກັບທຸກຄົນໃນຊາດ, ແຕ່ອັນສຳຄັນຜູ້ທີ່ຈະເປັນບ່ອນອີງ ແລະ ເສົາຄ້ຳອັນແໜ້ນແກ່ນນັ້ນກໍແມ່ນຜູ້ເປັນພະນັກງານຫລັກແຫລ່ງແກນນຳຢູ່ແຕ່ລະຂັ້ນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ແຕ່ທີ່ສຳຄັນແມ່ນນັບທັງຜູ້ແທນປະຊາຊົນໃນແຕ່ລະເຂດຈະຕ້ອງໄດ້ພ້ອມກັນນຳໜ້າພາທາງ ແລະ ເປັນເຈົ້າການຈຶ່ງຈະເຮັດໃຫ້ມະຕິຄັ້ງທີ 10 ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງລັດສຳເລັດຜົນຕາມຄວາມຄາດຫວັງທີ່ຕັ້ງໃຈ.