ປະທານາທິບໍດີ ທຣຳ ປະກາດໃຫ້ໃສ່ຊື່ ສປປ ເກົາຫລີ ໃນບັນຊີລັດສະໜັບສະໜູນກໍ່ການຮ້າຍ

ປະທານາທິບໍດີ ໂດນັນ ທຣຳ ຜູ້ນຳອາເມລິກາ ປະກາດໃຫ້ ສປປ ເກົາຫລີ ຢູ່ໃນບັນຊີລາຍຊື່ລັດທີ່ສະໜັບສະໜູນການກໍ່ການຮ້າຍ, ເຖິງວ່າລັດຖະມົນຕີຕ່າງປະເທດອາເມລິກາ ກ່າວວ່າ: ອາເມລິກາຍັງບໍ່ຍົກເລີກຄວາມຫວັງທີ່ຈະເຈລະຈາກັນ ເພື່ອຢຸດໂຄງການນິວເຄຼຍຂອງລັດຖະບານ ສປປ ເກົາຫລີ.
.@POTUS: Today, the United States is designating #NorthKorea as a state sponsor of terrorism. pic.twitter.com/ElRsoYJv0V
— Department of State (@StateDept) November 20, 2017
ຜູ້ນຳອາເມລິກາໃຫ້ຄຳໝັ້ນວ່າ: ຈະໃຊ້ມາດຕະການຂວ້ຳບາດທາງການເງິນຂອງອາເມລິກາຈັດການກັບ ສປປ ເກົາຫລີ ໂດຍໄວ, ພາຍຫລັງໃສ່ຊື່ ສປປ ເກົາຫລີ ໄວ້ໃນບັນຊີດຳສະໜັບສະໜູນກໍ່ການຮ້າຍທີ່ນຳໂດຍອີຣານ ແລະ ຊີຣີມາກ່ອນນີ້. ປະທານາທິບໍດີ ທຣຳ ກ່າວວ່າ: ເລື່ອງນີ້ຄວນຈະດຳເນີນການມາດົນແລ້ວ ໂດຍອ້າງເຖິງກໍລະນີນັກສຶກສາຊາວອາເມລິກາທີ່ເສຍຊີວິດ ພາຍຫລັງຖືກຄວບຄຸມຕົວຢູ່ ສປປ ເກົາຫລີ ແລະ ຄະດີຄາດຕະກຳອ້າຍຂອງຜູ້ນຳ ສປປ ເກົາຫລີ ຢູ່ຕ່າງແດນ.
ເຖິງຢ່າງໃດກໍຕາມ, ທ່ານ ເຣັກ ທິວເລີສັນ ລັດຖະມົນຕີຕ່າງປະເທດອາເມລິກາ ຖະແຫລງຕໍ່ສື່ມວນຊົນພາຍຫລັງກອງປະຊຸມຄະນະລັດຖະບານວ່າ: ອາເມລິກາຫວັງວ່າມາດຕະການຂວ້ຳບາດ ແລະ ວິທີທາງການທູດຈະສາມາດກົດດັນທ່ານ ກິມ ຈອງອິນ ຜູ້ນຳ ສປປ ເກົາຫລີ ໃຫ້ຕົກລົງເຂົ້າຮ່ວມການເຈລະຈາ ເພື່ອໃຫ້ຍົກເລີກໂຄງການນິວເຄຼຍ ສປປ ເກົາຫລີ ແລະ ກ່າວວ່າ: ມາດຕະການລົງໂທດໄດ້ສົ່ງຜົນເສຍຫາຍຢ່າງໜັກຕໍ່ເສດຖະກິດ ສປປ ເກົາຫລີ.