ທ່ານ ບຸນທອງ ຈິດມະນີ ເຄື່ອນໄຫວຊີ້ນຳວຽກງານທີ່ເມືອງໄຊບູລີ

ວັນທີ 17 ທັນວາ 2024 ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະພົບປະໂອ້ລົມຄະນະພັກ-ອຳນາດການປົກຄອງ ແລະ ພະນັກງານຫຼັກແຫຼ່ງຂອງເມືອງໄຊບູລີ ແຂວງສະຫວັນນະເຂດ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳຂັ້ນສູງຂອງແຂວງເຂົ້າຮ່ວມ.
ທ່ານ ອ່ອນລຳພັນ ບົວສີແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊບູລີ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກເມືອງ ໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ສ້າງລະບົບການເມືອງປະຊາທິປະໄຕປະຊາຊົນ ໃຫ້ມີຄວາມເຂັ້ມແຂງແຕ່ຮາກຖານຂຶ້ນມາ, ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫງົບດີ ແລະ ບ້ານປອດຢາເສບຕິດ ກວມເອົາ 100% ຂອງບ້ານທັງໝົດພາຍໃນເມືອງ. ເສດຖະກິດຂອງເມືອງ ໄດ້ຂະຫຍາຍຕົວໃນລະດັບ 8.17% ຕໍ່ປີ ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 1,130 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນໄດ້ 16.5 ລ້ານກວ່າກີບ, ການປູກເຂົ້ານາປີໄດ້ 14,880 ເຮັກຕາ ແລະ ນາແຊງໄດ້ 7,824 ເຮັກຕາ, ໂຄງປະກອບເສດຖະກິດໄດ້ຫັນປ່ຽນຢ່າງຕັ້ງໜ້າໄປຕາມທິດພັດທະນາການຜະລິດກະສິກໍາເປັນສິນຄ້າ ຕິດພັນກັບອຸດສາຫະກໍາປຸງແຕ່ງ ແລະ ການບໍລິການອື່ນໆ. ສໍາລັບການກະກຽມກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງໄຊບູລີມາຮອດປັດຈຸບັນ ສັງລວມໃນແຕ່ລະດ້ານກວມ 95% ແລະ ຈະໄດ້ດຳເນີນກອງປະຊຸມໃນກາງເດືອນມັງກອນ 2025 ທີ່ຈະເຖິງນີ້.
ໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ໄດ້ເນັ້ນໃຫ້ການໍາເມືອງເອົາໃຈໃສ່ວຽກງານ ປກຊ-ປກສ ແມ່ນໃຫ້ສືບຕໍໍ່ເຮັດຢ່າງຕໍ່ເນື່ອງ ແລະ ເຮັດເປັນປະຈຳ ຊຶ່ງມັນແມ່ນໜ້າທີ່ຂອງທົ່ວປວງ, ສະນັ້ນ ຕ້ອງໄດ້ສຶກສາອົບຮົມໃຫ້ປະຊາຊົນເຂົ້າໃຈ ແລະ ຮ່ວມຈັດຕັ້ງປະຕິບັດ, ສືບຕໍ່ຊຸກຍູ້ຂະບວນການຜະລິດຂອງປະຊາຊົນໃຫ້ແຂງແຮງຂຶ້ນກວ່າເກົ່າ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ, ສົ່ງເສີມການນຳໃຊ້ຜະລິດຕະພັນພາຍໃນ ແລະ ຈຳກັດການນຳເຂົ້າ ເພື່ອສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ປັບປຸງລະບົບການເມືອງ ກໍ່ສ້າງຮາກຖານໃຫ້ໜັກແໜ້ນເຂັ້ມແຂງ ແລະ ພ້ອມກັນຜັນຂະຫຍາຍແຜນທີ່ມີໃຫ້ເຂົ້າສູ່ຕົວຈິງ; ດ້ານວຽກງານພັກ ແມ່ນສຸມໃສ່ການກະກຽມກອງປະຊຸມໃຫຍ່ອົງຄະນະພັກເມືອງຂອງຕົນ ໂດຍໃຫ້ມີການເລືອກເຟັ້ນຜູ້ທີ່ໄດ້ມາດຖານ ເງື່ອນໄຂຄົບຖ້ວນ ເພື່ອປະກອບເຂົ້າໃນອົງຄະນະພັກເມືອງ. ຈາກນັ້ນ, ທ່ານ ຍັງໄດ້ໃຫ້ທິດຊີ້ນຳທີ່ເລິກເຊິ່ງໃນຫຼາຍບັນຫາສຳຄັນ ເພື່ອເປັນທິດເຍືອງທາງໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊບູລີຕື່ມອີກ.