ສິງກະໂປ ເລີ່ມປະຕິບັດໃຫ້ທະນາຄານ-ເຄືອຂ່າຍມືຖື ຮັບຜິດຊອບຮ່ວມກັນ ຖ້າຫາກລູກຄ້າ ຖືກມິດສາຊີບຕົວະທາງອອນລາຍ

ສິງກະໂປ ເລີ່ມປະຕິບັດໃຫ້ທະນາຄານ-ເຄືອຂ່າຍມືຖື ຮັບຜິດຊອບຮ່ວມກັນ ຖ້າຫາກລູກຄ້າ ຖືກມິດສາຊີບຕົວະທາງອອນລາຍ - 1680515513050 - ສິງກະໂປ ເລີ່ມປະຕິບັດໃຫ້ທະນາຄານ-ເຄືອຂ່າຍມືຖື ຮັບຜິດຊອບຮ່ວມກັນ ຖ້າຫາກລູກຄ້າ ຖືກມິດສາຊີບຕົວະທາງອອນລາຍ
ສິງກະໂປ ເລີ່ມປະຕິບັດໃຫ້ທະນາຄານ-ເຄືອຂ່າຍມືຖື ຮັບຜິດຊອບຮ່ວມກັນ ຖ້າຫາກລູກຄ້າ ຖືກມິດສາຊີບຕົວະທາງອອນລາຍ - kitchen vibe - ສິງກະໂປ ເລີ່ມປະຕິບັດໃຫ້ທະນາຄານ-ເຄືອຂ່າຍມືຖື ຮັບຜິດຊອບຮ່ວມກັນ ຖ້າຫາກລູກຄ້າ ຖືກມິດສາຊີບຕົວະທາງອອນລາຍ

ວັນທີ 18 ທັນວາ 2024 ສໍານັກຂ່າວສິງກະໂປລາຍງານວ່າ: ສິງກະໂປອອກມາດຕະການໃໝ່ໃຫ້ ສະຖາບັນການເງິນ-ບໍລິສັດໂທລະຄົມມະນາຄົມ ຕ້ອງຮັບຜິດຊອບຄ່າເສຍຫາຍຮ່ວມກັນ ຖ້າຫາກລູກຄ້າຖືກມິດສາຊີບອອນລາຍຕົວະ ເຊິ່ງມີຜົນບັງຄັບໃຊ້ເມື່ອວັນທີ 16 ທັນວາ 2024 ເພື່ອຕໍ່ຕ້ານມິດສາຊີບການຫລອກລວງທາງອອນລາຍ ທີ່ອາດຈະຫລຸດຄວາມເຊື່ອໝັ້ນຕໍ່ລະບົບທະນາຄານ ແລະ ການຊໍາລະເງິນດີຈີຕອນຂອງສິງກະໂປ ເພື່ອຫລຸດຈໍານວນຜູ້ເສຍຫາຍຈາກມິດສາຊີບອອນລາຍ.

ສິ່ງທີ່ຕາມມາຈາກການປະກາດດັ່ງກ່າວຄື ມາດຕະການທີ່ເອີ້ນວ່າ “ຂອບເຂດຄວາມຮັບຜິດຊອບຮ່ວມກັນ” ຫລື “SRF” ສະບັບສົມບູນ ເຊິ່ງເປັນສ່ວນເສີມຂອງມາດຕະການທີ່ມີຢູ່ແລ້ວ ໃນການແກ້ບັນຫາມິດສາຊີບອອນລາຍ, ໂດຍສະຖາບັນການເງິນສິງກະໂປ ຈະມີເວລາ 6 ເດືອນ ເລີ່ມແຕ່ວັນທີ 16 ທັນວາ 2024 ໃນການປັບມາດຕະການດັ່ງກ່າວ, ເຊິ່ງ SRF ສະບັບສົມບູນນີ້ລະບຸວ່າ ສະຖາບັນການເງິນ ແລະ ບໍລິສັດໂທລະຄົມມະນາຄົມຕ້ອງຮ່ວມກັນຮັບຜິດຊອບຄວາມສູນເສຍຂອງເຫຍື່ອຈາກກົນລວງອອນລາຍ ໂດຍໃຫ້ລະບຸ ໜ້າທີ່ ແລະ ກໍາໜົດ ມາດຕະການທີ່ຊັດເຈນ ເພື່ອປ້ອງກັນ ແລະ ຖ້າບໍ່ປະຕິບັດຕາມບໍລິສັດມືຖື ແລະ ທະນາຄານ ຈະຕ້ອງຮ່ວມມືກັນຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນ.

ການອອກມາດຕະການດັ່ງກ່າວ ຈະເຮັດໃຫ້ສະຖາບັນການເງິນ-ບໍລິສັດໂທລະຄົມມະນາຄົມ ຕ້ອງຕິດຕາມການເຄື່ອນໄຫວຂອງບັນຊີແບບ real time ເພື່ອກວດຈັບທຸລະກໍາທີ່ບໍ່ໄດ້ຮັບອະນຸຍາດ ທີ່ສົ່ງຜົນໃຫ້ເງິນໃນບັນຊີຖືກຖອນອອກຢ່າງວ່ອງໄວ ເຊິ່ງໝາຍຄວາມວ່າ ຖ້າຫາກບັນຊີຂອງລູກຄ້າຖືກຖອດອອກຈາກບັນຊີຢ່າງວ່ອງໄວຈາກມິດສາຊີບ ສະຖາບັນການເງິນຈະຕ້ອງສົ່ງແຈ້ງເຕືອນໃຫ້ລູກຄ້າ ແລະ ປິດກັ້ນ ຫລື ລະງັບການເຮັດທຸລະກໍາດັ່ງກ່າວເປັນເວລາ 24 ຊົ່ວໂມງ ຈົນກວ່າຈະສາມາດຕິດຕໍ່ລູກຄ້າໄດ້.

ສິງກະໂປ ເລີ່ມປະຕິບັດໃຫ້ທະນາຄານ-ເຄືອຂ່າຍມືຖື ຮັບຜິດຊອບຮ່ວມກັນ ຖ້າຫາກລູກຄ້າ ຖືກມິດສາຊີບຕົວະທາງອອນລາຍ - 4 - ສິງກະໂປ ເລີ່ມປະຕິບັດໃຫ້ທະນາຄານ-ເຄືອຂ່າຍມືຖື ຮັບຜິດຊອບຮ່ວມກັນ ຖ້າຫາກລູກຄ້າ ຖືກມິດສາຊີບຕົວະທາງອອນລາຍ
ສິງກະໂປ ເລີ່ມປະຕິບັດໃຫ້ທະນາຄານ-ເຄືອຂ່າຍມືຖື ຮັບຜິດຊອບຮ່ວມກັນ ຖ້າຫາກລູກຄ້າ ຖືກມິດສາຊີບຕົວະທາງອອນລາຍ - 3 - ສິງກະໂປ ເລີ່ມປະຕິບັດໃຫ້ທະນາຄານ-ເຄືອຂ່າຍມືຖື ຮັບຜິດຊອບຮ່ວມກັນ ຖ້າຫາກລູກຄ້າ ຖືກມິດສາຊີບຕົວະທາງອອນລາຍ
ສິງກະໂປ ເລີ່ມປະຕິບັດໃຫ້ທະນາຄານ-ເຄືອຂ່າຍມືຖື ຮັບຜິດຊອບຮ່ວມກັນ ຖ້າຫາກລູກຄ້າ ຖືກມິດສາຊີບຕົວະທາງອອນລາຍ - 5 - ສິງກະໂປ ເລີ່ມປະຕິບັດໃຫ້ທະນາຄານ-ເຄືອຂ່າຍມືຖື ຮັບຜິດຊອບຮ່ວມກັນ ຖ້າຫາກລູກຄ້າ ຖືກມິດສາຊີບຕົວະທາງອອນລາຍ