ສາວໄທເລົ່າປະສົບການວູບໝົດສະຕິ ຫລັງຈາກດື່ມນໍ້າສົ້ມທີ່ຊາຍໜຸ່ມແປກໜ້າສັ່ງໃຫ້

ວັນທີ 18 ທັນວາ 2024 ສໍານັກຂ່າວສົດໄທ ເປີດເຜີຍເຫດການຈາກຍິງສາວ ທີ່ອອກມາບອກເລົ່າເລື່ອງລາວ ຫລັງຈາກຮັບເຄື່ອງດື່ມຈາກນັກທ່ອງທ່ຽວຊາຍຄົນໜຶ່ງ ຕໍ່ມາມີອາການວູບ ໃຈສັ່ນ ຈົນຕ້ອງຫາມສົ່ງໂຮງໝໍໂດຍເຫດການນີ້ເກີດຂຶ້ນຢູ່ຈັງຫວັດຊົນບຸລີ ປະເທດໄທ.
ຜູ້ເສຍຫາຍໄດ້ເລົ່າວ່າ: ມື້ທີ່ເກີດເຫດແມ່ນຕົນໄປງານວັນເກີດນ້ອງທີ່ຜັບແຫ່ງໜຶ່ງແຖວ Walking Street ພັດທະຍາ, ເວລາປະມານ 3 ໂມງເຊົ້າ ໄດ້ມີຊາຍໜຸ່ມຄົນຕ່າງປະເທດເຂົ້າມາໂອ້ລົມນໍາໂດຍໃຊ້ Google Translate ວ່າ: “ຄືນນີ້ໄປນອນນໍາຂ້ອຍໄດ້ບໍ່” ເຊິ່ງຕົນໄດ້ປະຕິດເສດໄປ ພ້ອມກັບບອກວ່າມີແຟນແລ້ວ ແຟນຖ້າຢູ່ອີກຮ້ານໜຶ່ງ ຈາກນັ້ນຊາຍຄົນດັ່ງກ່າວຈຶ່ງໄດ້ໄປສັ່ງນໍ້າສົ້ມມາໃຫ້ ແຕ່ຕົນກໍບໍ່ໄດ້ຄິດຫຍັງ ແລະ ດື່ມເຂົ້າໄປ ກ່ອນຈະອອກຈາກສະຖານທີ່ແຫ່ງນັ້ນປະມານ 4 ໂມງເຊົ້າ. ເມື່ອຮອດຫ້ອງ ຕົນກໍເລີ່ມມີອາການ ມືສັ່ນ ໃຈສັ່ນ ແຕ່ກໍບໍ່ໄດ້ໃສ່ໃຈ ເລີຍຄິດວ່າອາດເປັນຍ້ອນຕົນດື່ມກາເຟ, ເມື່ອຮອດ 6 ໂມງເຊົ້າ ຕົນກໍຮາກອອກມາປະມານ 5 ເທື່ອ ແລະ ເລີ່ມມີອາການຮ້ອນຈາກທາງໃນ ມືສັ່ນ ຕີນມືເລີ່ມປ່ຽນເປັນສີມ້ວງ ແລະ ມີອາການວູບເປັນບາງຄັ້ງ, ກ່ອນທີ່ຈະເອີ້ນລົດສາທາລະນະໄປສົ່ງທີ່ໂຮງໝໍ.
“ເມື່ອໄປຮອດໂຮງໝໍເອກະຊົນ ໝໍຈຶ່ງໄດ້ເຈາະເລືອດເພື່ອໄປກວດ ແລະ ພົບວ່າມີສານເສບຕິດໃນເຄື່ອງດື່ມທີ່ຕົນດື່ມເຂົ້າໄປ ແຕ່ບໍ່ໄດ້ບອກວ່າເປັນຊະນິດໃດ ເຊິ່ງຕອນນັ້ນຕົນຕົກໃຈແຮງ ເພາະບໍ່ຄາດຄິດວ່າຈະເປັນແບບນີ້, ຕໍ່ມາໄດ້ຍິນໝູ່ເວົ້າກັນວ່າ ອາດຈະເປັນຢາທີ່ກ່ຽວກັບ sex ເຊິ່ງເຫດການຄັ້ງນີ້ຖືເປັນບົດຮຽນສໍາລັບຕົນຢ່າງຫລວງຫລາຍ ວ່າຫລັງຈາກນີ້ຈະບໍ່ຮັບເຄື່ອງດື່ມຈາກຄົນແປກໜ້າອີກ. ຈຶ່ງຢາກຝາກເຕືອນສໍາລັບຜູ້ຍິງທຸກຄົນໃຫ້ລະມັດລະວັງຕົວເອງເວລາອອກໄປທ່ຽວ”