4 ເຕັກນິກຊ່ວຍໃຫ້ທ່ານມີເງິນຫລາຍຂຶ້ນໄດ້
November 21, 2017 - 1:02 PM


- ບໍ່ສົນໃຈນຳໂປຣໂມຊັນສິນຄ້າຫລຸດລາຄາພິເສດ : ຈັກເທື່ອແລ້ວທີ່ລາຍຮັບຫົດຫາຍໄປ, ແຕ່ລາຍຈ່າຍຊຳ້ພັດເພີ່ມຂຶ້ນ ເມື່ອທ່ານຕ້ອງຕົກຢູ່ໃນວັງວົນຂອງສິນຄ້າໂປຣໂມຊັນ, ຫລຸດ, ແລກ, ແຈກ, ແຖມ ໂດຍທີ່ມັນບໍ່ໄດ້ມີຄວາມຈຳເປັນໃດໆກັບຊີວິດຂອງທ່ານເລີຍ (ບໍ່ມີ ຊີວິດກໍບໍ່ໄດ້ຂີ້ຮ້າຍຫຍັງຫລາຍ) ສັງເກດຫລືບໍ່ວ່າບາງເທື່ອຊື້ມາແລ້ວກໍບໍ່ຄ່ອຍໄດ້ໃຊ້ ເຊິ່ງເຮັດໃຫ້ເສຍດາຍເງິນ.
- ປິດໄຟທຸກເທື່ອທີ່ອອກຈາກຫ້ອງ ບໍ່ໄດ້ເຮັດໃຫ້ປະຢັດຄ່າໄຟສະເໝີໄປ : ຫລາຍຄົນອາດຈະເຂົ້າໃຈຜິດວ່າທຸກເທື່ອທີ່ເຮົາບໍ່ຢູ່ ໃນຫ້ອງ ຫລື ໃນເຮືອນ ການປິດໄຟຈະເຮັດໃຫ້ປະຢັດຄ່າໄຟຟ້າໄດ້ຫລາຍຂຶ້ນ, ແຕ່ມັນໃຊ້ບໍ່ໄດ້ກັບທຸກເທື່ອ ເພາະການເປີດໆປິດໆໄຟໃນເຮືອນນີ້ຈະເຮັດໃຫ້ຄ່າໄຟເພີ່ມຂຶ້ນ ເຊິ່ງກໍຍ້ອນວ່າການເປີດ – ປິດໄຟຫລາຍເທື່ອເກີນໄປ ຈະເຮັດໃຫ້ການດຶງກະແສໄຟຫລາຍກ່ວາປົກກະຕິ ດັ່ງນັ້ນ ຫາກທ່ານບໍ່ໄດ້ອອກໄປໃສເປັນເວລາດົນເກີນເຄິ່ງຊົ່ວໂມງຂຶ້ນໄປ ທ່ານກໍບໍ່ຈຳເປັນຕ້ອງປິດໄຟເພື່ອປະຢັດຄ່າໄຟ.
- ຊື້ປີ້ຍົນຜ່ານງານທ່ອງທ່ຽວ ແລະ ເວັບໄຊທ່ອງທ່ຽວ : ເຕັກນິກນີ້ຫລາຍໆຄົນໜ້າຈະລຶ້ງເຄີຍກັນ ເພາະປະຈຸບັນນີ້ຄົງບໍ່ມີໃຜຈອງປີ້ຍົນຜ່ານທາງສາຍການບິນໂດຍກົງແລ້ວ, ຂໍ້ດີຂອງການສັ່ງຈອງຜ່ານເວັບໄຊທ່ອງທ່ຽວ ຫລື ຕາມງານທ່ອງທ່ຽວນັ້ນກໍແມ່ນຄວາມຄົບຖ້ວນໃນເທື່ອດຽວ ບໍ່ວ່າຈະແມ່ນບ່ອນພັກ, ປີ້ຍົນ, ການເດີນທາງໃນທ້ອງຖິ່ນ, ຄ່າອາຫານ, ໂປຣໂມຊັນເຄື່ອງດື່ມ ແລະ ສ່ວນຫລຸດຕ່າງໆທີ່ຊ່ວຍໃຫ້ທ່ານປະຢັດເງິນໄປຫລາຍກ່ວາເກົ່າ.
- ເຊົາໃຊ້ບັດເຄຣດິດບໍ່ແມ່ນຄຳຕອບ : ແມ່ນແລ້ວ ມັນອາດຈະເຮັດໃຫ້ທ່ານຫລຸດຄ່າໃຊ້ຈ່າຍຈຸກຈິກໄດ້ ແຕ່ຂໍ້ເສຍຂອງມັນກໍມີ ຂໍ້ເສຍກໍແມ່ນທ່ານຈະເສຍເຄຣດິດໄປນຳ ແລະ ການຂໍກູ້ຢືມເງິນ ຫລື ສິນເຊື່ອຄັ້ງຕໍ່ໄປມັນອາດຈະເຮັດໄດ້ຍາກຂຶ້ນ ເພາະທາງຜູ້ໃຫ້ກູ້ຄົງຈະເບິ່ງແລ້ວວ່າທ່ານອາດຈະບໍ່ໄຫວໃນການຜ່ອນຊຳລະ. ທາງທີ່ດີສຸດຄືໃນເມື່ອຂໍເປີດການໃຊ້ງານມາແລ້ວ ທ່ານກໍຂໍຫລຸດວົງເງິນໃນແຕ່ລະບັດລົງ ແລ້ວກໍເບິ່ງວ່າສິນຄ້າໃດທີ່ທ່ານຈະຊື້, ມີສ່ວນຫລຸດ ຫລື ເຄຣດິດເງິນຄືນເໝາະສົມກັບບັດໃດແດ່ຂອງທ່ານ ແລະ ເຮັດການຕັ້ງ Budget ຂອງບັດແຕ່ລະບັດໄວ້ວ່າເດືອນໜຶ່ງທ່ານຈະໃຊ້ບໍ່ເກີນຈັກແສນ ພຽງເທົ່ານີ້ກໍຖືວ່າທ່ານໃຊ້ບັດໄດ້ກຸ້ມຄ່າ ແລະ ມີຄະແນນສະສົມໃນບັດເຄຣດິດໄປໃຊ້ແລກສິ່ງຂອງຕ່າງໆທີ່ທາງທະນາຄານນຳມາຮ່ວມຈັດລາຍການນຳອີກ.
ຫວັງວ່າ 4 ເຄັດລັບງ່າຍໆນີ້ຈະເຮັດໃຫ້ເງິນຂອງທ່ານປົ່ງດອກອອກໝາກຂຶ້ນໄວໆ.