ອົງການກວດສອບປະຈຳພາກກາງ1 ກວດເຫັນເງິນທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ 4.77 ຕື້ກີບ

ວັນທີ 19 ທັນວາ 2024 ທ່ານ ຄຳມອນ ບົວພັນ ປະທານອົງການກວດສອບປະຈຳພາກກາງ 1 ໄດ້ຂຶ້ນລາຍງານ ການຈັດຕັ້ງປະຕິບັດຜົນການກວດສອບ ປະຈຳປີ 2024 ຂອງອົງການກວດສອບປະຈຳພາກກາງ1 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ວ່າ: ຜົນການກວດສອບ ບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ເອກະສານ ລາຍງານການເງິນ ປີ 2023 (ກວດສອບ ໃນປີ 2024) ກວດສອບເຫັນເພີ່ມລາຍຮັບ ສ່ວຍສາອາກອນ ແລະ ລາຍຮັບອື່ນໆ ທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ ຈໍານວນ 4.77 ຕື້ກີບ, ໃນນັ້ນ: ໄດ້ເອົາໄປຈ່າຍ ນອກແຜນງົບປະມານແຫ່ງລັດ ຈໍານວນ 3.62 ຕື້ກີບ; ຍັງເກັບຮັກສາ ໄວ້ຢູ່ຄັງເງິນສົດ ແລະ ເງິນຝາກນອກລະບົບຄັງເງິນແຫ່ງຊາດ ຈຳນວນ 1.15 ຕື້ກີບ.
ສາເຫດທີ່ພາໃຫ້ມີດ້ານອອ່ນ-ຂໍ້ຄົງຄ້າງ ການຈັດຕັ້ງປະຕິບັດລະບຽບ ກົດໝາຍ ຍັງບໍ່ເຂັ້ມງວດ; ການຄົ້ນຄວ້າ, ເຊື່ອມຊຶມ, ຜັນຂະຫຍາຍ, ເຜີຍແຜ່ ແລະ ຈັດຕັ້ງປະຕິບັດ ລະບຽບກົດໝາຍບໍ່ທັນ ທົ່ວເຖິງ ເຮັດ ໃຫ້ຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບລະບຽບກົດໝາຍ ຢ່າງເລິກເຊິ່ງ; ການຜັນຂະຫຍາຍມະຕິ 007/ສປນວ ກ່ຽວກັບການຖືເອົາການແກ້ໄຂ ຜົນການກວດສອບ ເປັນມາດຕະຖານໃນການປະເມີນ ບຸກຄະລາກອນ ທີ່ສະພາປະຊາຊົນນະຄອນຫຼວງເລືອກຕັ້ງ ແລະ ຮັບຮອງເອົາການ ແຕ່ງຕັ້ງ, ຍັງບໍ່ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳເທົ່າທີ່ເທົ່າທີ່ຄວນ; ຫົວໜ່ວຍງົບ ປະມານ ຍັງບໍ່ທັນເປັນເຈົ້າການໃນການສ້າງແຜນລາຍຮັບ-ລາຍຈ່າຍ ຜ່ານລະບົບງົບປະມານຕາມສະພາບຄວາມເປັນຈິງ ເຮັດໃຫ້ການແກ້ໄຂ ລາຍຮັບທີ່ກວດສອບເຫັນເພີ່ມ ບໍ່ຂາດຕົວ; ຂະແໜງການທີ່ ກ່ຽວຂ້ອງ ບໍ່ເປັນເຈົ້າການນຳພາ-ຊີ້ນຳປະຕິບັດວຽກງານ ຕາມພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ບໍ່ເປັນເຈົ້າການໃນການເລັ່ງທວງ, ຍັງບໍ່ໃຊ້ມາດຕະການໃນການປັບໃໝ, ຫົວໜ່ວຍທຸລະກິດຈຳນວນໜຶ່ງ ບໍ່ໃຫ້ຄວາມຮ່ວມມື ກັບ ເຈົ້າໜ້າທີ່ ຂອງລັດ, ບໍ່ນຳເອົາໜີ້ຕ້ອງຮັບເຂົ້າ ສູ່ຂະບວນຍຸຕິທຳ ແລະ ການຊຳລະສະສາງລາຍຈ່າຍງົບປະມານແຫ່ງ ລັດ ບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການ ຫຼື ໃຫ້ຂາດຕົວໃນປີ ເຮັດໃຫ້ການແກ້ໄຂໜີ້ຕ້ອງຮັບ ບໍ່ທັນຕາມກຳນົດເວລາ.
ສ່ວນແຜນດຳເນີນການເຄື່ອນໄຫວວຽກງານກວດສອບ ໃນປີ 2025 ຈຳນວນ 18 ເປົ້າໝາຍ,ໃນນັ້ນ: ການກວດສອບງົບປະມານແຫ່ງລັດ ຈຳນວນ 11 ເປົ້າໝາຍ, ກວດສອບວິສາຫະກິດ ຈຳນວນ 4 ເປົ້າໝາຍ ແລະ ກວດສອບໂຄງການລົງທຶນຂອງລັດ ຈຳນວນ 3 ເປົ້າໝາຍ.