ກັກຊາຍໜຸ່ມ ຂັບລົດອີ່ແຕັນດັດແປງສະພາບຂົນສົ່ງຢາເສບຕິດ ພົບຂອງກາງຢາໄອສ໌ 165 ກິໂລກຣາມ
December 20, 2024 - 10:50 AM

ວັນທີ 20 ທັນວາ 2024 ຂ່າວປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ລາຍງານວ່າ: ວັນທີ 12 ທັນວາ 2024 ເຈົ້້າໜ້າທີ່ປະຈຳຈຸດກວດກາ ນ້ຳເກິ່ງ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ກັກກວດລົດ ອີ່ແຕັນ ຄັນໜຶ່ງ ຜູ້ຂັບຊື່ທ້າວ ເກຍ ມົວ ອາຍຸ 30 ປີ, ອາຊີບເຮັດສວນ, ສັນຊາດ-ເຊື້ອຊາດລາວ, ພັກເຊົາ ຢູ່ບ້ານດອນທາດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ຜ່ານການກວດຄົ້ນພົບເຫັນ ຢາໄອສ໌ ຈຳນວນ 165 ຫໍ່ (165 ກິໂລກຣາມ) ຊຸກເຊື່ອງໄວ້ໃນພື້ນລົດອີ່ແຕັນ ທີ່ໄດ້ດັດແປງສະພາບເຕັກນິກ.
ດັ່ງນັ້ນ, ເຈົ້າໜ້າທີ່ຕຳຫລວດຈຶ່ງໄດ້ ກັກຕົວ ແລະ ລົດຜູ້ກ່ຽວ ພ້ອມຂອງກາງຢາໄອສ໌ ໄວ້ເພື່ອດຳເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາກຸ່ມແກ້ງມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.
