ປີ 2024 ນະຄອນຫລວງວຽງຈັນ ກວດພົບພະນັກງານພົວພັນການສໍ້ລາດບັງຫລວງ 31 ເປົ້າໝາຍ ປົດຕຳແໜ່ງແລ້ວ 3 ຄົນ

ທ່ານບຸນວັນ ຈະສົວເກົ້າ ຮອງປະທານອົງການກວດກາລັດ ນະຄອນຫລວງວຽງຈັນ ລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອ8 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ 2 ວັນທີ 19 ທັນວາ 2024 ນີ້ວ່າ: ປີ 2024 ໄດ້ຮັບເອກະສານຄໍາຮ້ອງ-ຄໍາສະເໜີ 9 ສະບັບ, ຄ້າງປີຜ່ານມາ 27 ສະບັບ (ລວມທັງໝົດ 36 ສະບັບ) ໃນນີ້ ມີບົດລາຍງານຮຽນທ່ານ ເຈົ້າຄອງນະຄອນຫລວງວຽງຈັນ 5 ສະບັບ, ເກັບມ້ຽນເພື່ອ ຕິດຕາມ 16 ສະບັບ, ສົ່ງໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄວ້າ-ແກ້ໄຂ 5 ສະບັບ, ກໍາລັງສືບຕໍ່ຄົ້ນຄວ້າ ແລະ ດໍາເນີນການກວດກາເກັບກໍາຂໍ້ມູນ ຈໍານວນ 10 ສະບັບ; ພົບເຫັນຄວາມເສຍຫາຍທັງໝົດ ເປັນເງິນ ຈໍານວນ 220,000 US (ສອງແສນຊາວພັນໂດລາສະຫະລັດ), 1,707,342,000 ກີບ (ໄດ້ເກັບກູ້ເງິນມອບເຂົ້າຄັງເງິນ ແຫ່ງຊາດ ປະຈໍານະຄອນຫລວງວຽງຈັນ ຈໍານວນ 1,438,539,610 ກີບ); ພົວພັນກັບ 31 ເປົ້າໝາຍ, ຖືກວິໄນຍົກຍ້າຍ ແລະ ປົດຕໍາແໜ່ງ 3 ຄົນ, ຄໍາຮ້ອງ-ຄໍາສະເໜີພົ້ນເດັ່ນສ່ວນຫລາຍແມ່ນການສວຍໃຊ້ໜ້າທີ່ຕໍາແໜ່ງ, ການປະຕິບັດໜ້າທີ່ບໍ່ຖືກຕ້ອງຕາມກົດໝາຍ, ເອົາທີ່ດິນລັດໃຫ້ບຸກຄົນ ແລະ ການຂາຍດິນລັດ.
ວຽກງານການແຈ້ງຊັບສິນ ແລະ ລາຍຮັບຮອບທີ III ມີ 9 ເມືອງ ແລະ 38 ພະແນກການອ້ອມ ນະຄອນຫລວງວຽງຈັນ ຈໍານວນ 2,838 ທ່ານ, ຍິງ 1.045 ທ່ານ; ໃນນີ້ ມີພະນັກງານຂັ້ນສູນກາງຄຸ້ມຄອງ ຈໍານວນ 892 ທ່ານ, ຍິງ 217 ທ່ານ, ຂັ້ນເມືອງຄຸ້ມຄອງ ຈໍານວນ 1,825 ທ່ານ, ຍິງ 803 ທ່ານ ແລະ ຂັ້ນ ກະຊວງຄຸ້ມຄອງທີ່ສະເໜີແຈ້ງຕໍ່ ນະຄອນຫລວງວຽງຈັນ ຈໍານວນ 76 ທ່ານ, ຍິງ 28 ທ່ານ; ປັດຈຸບັນແຈ້ງ ສໍາເລັດແລ້ວ 2,540 ທ່ານ, ຍິງ 997 ທ່ານ, ສ່ວນຍັງເຫຼືອແມ່ນກໍາລັງສືບຕໍ່ປັບປຸງໃຫ້ສໍາເລັດ; (ສະເພາະປີ 2024 ນີ້ມີພະນັກງານອາວຸໂສກະກຽມແຈ້ງຊັບສິນ ກ່ອນຮັບບໍານານ ຈໍານວນ 48 ທ່ານ).