ລາວ-ຫວຽດນາມ ຫາລືແກ້ໄຂການຄຸ້ມຄອງສັນຊາດ, ການຍົກຍ້າຍຖິ່ນ ແລະ ແຕ່ງດອງ ແບບໍ່ຖືກຕ້ອງຕາມຊາຍແດນ

Laos-Vietnam ລາວ-ຫວຽດນາມ ຫາລືແກ້ໄຂການຄຸ້ມຄອງສັນຊາດ, ການຍົກຍ້າຍຖິ່ນ ແລະ ແຕ່ງດອງ ແບບໍ່ຖືກຕ້ອງຕາມຊາຍແດນ - 470891812 122132449460388511 5692553289310053342 n 1 - ລາວ-ຫວຽດນາມ ຫາລືແກ້ໄຂການຄຸ້ມຄອງສັນຊາດ, ການຍົກຍ້າຍຖິ່ນ ແລະ ແຕ່ງດອງ ແບບໍ່ຖືກຕ້ອງຕາມຊາຍແດນ
ລາວ-ຫວຽດນາມ ຫາລືແກ້ໄຂການຄຸ້ມຄອງສັນຊາດ, ການຍົກຍ້າຍຖິ່ນ ແລະ ແຕ່ງດອງ ແບບໍ່ຖືກຕ້ອງຕາມຊາຍແດນ - kitchen vibe - ລາວ-ຫວຽດນາມ ຫາລືແກ້ໄຂການຄຸ້ມຄອງສັນຊາດ, ການຍົກຍ້າຍຖິ່ນ ແລະ ແຕ່ງດອງ ແບບໍ່ຖືກຕ້ອງຕາມຊາຍແດນ

ກອງປະຊຸມວຽກງານຍຸຕິທໍາບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ສປປ ລາວ- ສສ ຫວຽດນາມ ໄດ້ດຳເນີນໄປໃນ ວັນທີ 19 ທັນວາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ໄພວີ ສີບົວພາ ລັດຖະມົນຕີກະຊວງຍຸຕິທໍາ ສປປ ລາວ ແລະ ທ່ານ ຫງວ້ຽນ ຫ໋າຍ ນີງ ກໍາມະການສູນກາງພັກຄອມມຸນິດຫວຽດນາມ ລັດຖະມົນຕີກະຊວງຍຸຕິທໍາ ສສ ຫວຽດ ນາມ ມີການນຳຈາກສອງກະຊວງຍຸຕິທໍາ ສປປ ລາວ- ສສ ຫວຽດນາມ ພະແນກຍຸຕິທໍາຂອງບັນດາແຂວງຊາຍແດນ ລາວ-ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ຂອງກອງປະຊຸມເປີດກວ້າງ ວຽກງານຍຸຕິທໍາຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນ ພ້ອມທັງຊອກຫາວິທີແກ້ໄຂ ແລະ ວາງທິດທາງແຜນການຮ່ວມມືວຽກງານຍຸຕິທໍາ ໃນຊຸມປີຕໍ່ໜ້າ (2024-2026) ແລະ ຄົ້ນຄວ້າປືກສາຫາລືວຽກງານການຄຸ້ມຄອງສັນຊາດທະບຽນຄອບຄົວ ຢູ່ຕາມບໍລິເວນຊາຍແດນຕິດຈອດກັນລະຫວ່າງສອງປະເທດ ປະເມີນຜົນຂອງການໃຫ້ສັນຊາດໃຫ້ແກ່ເປົ້າໝາຍທີ່ພົວພັນເຖິງຂໍ້ຕົກລົງຂອງສອງລັດຖະບານກ່ຽວກັບການແກ້ໄຂບັນຫາການຍົກຍ້າຍຖິ່ນຖານຕາມລໍາພັງໃຈ ແລະ ແຕ່ງດອງທີ່ບໍ່ຖືກຕ້ອງຕາມບໍລິເວນຊາຍແດນຂອງສອງປະເທດ, ການກໍ່ສ້າງຖັນແຖວພະນັກງານກະຊວງຍຸຕິທໍານັບແຕ່ ສູນກາງ ແລະ ທ້ອງຖິ່ນ, ການຈັດ ຕັ້ງປະຕິບັດໂຄງການ ODA ນັບແຕ່ການຈັດຕັ້ງປະຕິບັດໂຄງການຊ່ວຍໜູນ ສະຖາບັນຍຸຕິທໍາລາວ ແລະ ສະເໜີທິດທາງແຜນການໃນຕໍ່ໜ້າ ຮັບຟັງຜົນຂອງການຈັດ ຕັ້ງຜັນຂະຫຍາຍສົນທິສັນຍາຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານຍຸຕິທໍາ ວ່າດ້ວຍບັນຫາທາງແພ່ງລະຫວ່າງ ລາວ ແລະ ຫວຽດນາມ, ຮັບຟັງການລາຍງານຂອງ 2 ພະແນກຍຸຕິທໍາຂອງແຂວງຝ່າຍລາວ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ ສັນຊາດ ແລະ ທະບຽນຄອບຄົວຕາມບໍລິເວນຊາຍແດນຂອງສອງປະເທດ ເພື່ອແລກ ປ່ຽນບົດຮຽນ ແລະ ເປັນທິດທາງແກ້ໄຂໃນຕໍ່ໜ້າ.

ທີ່ມາ:​ ວຽງຈັນໃໝ່

ລາວ-ຫວຽດນາມ ຫາລືແກ້ໄຂການຄຸ້ມຄອງສັນຊາດ, ການຍົກຍ້າຍຖິ່ນ ແລະ ແຕ່ງດອງ ແບບໍ່ຖືກຕ້ອງຕາມຊາຍແດນ - 4 - ລາວ-ຫວຽດນາມ ຫາລືແກ້ໄຂການຄຸ້ມຄອງສັນຊາດ, ການຍົກຍ້າຍຖິ່ນ ແລະ ແຕ່ງດອງ ແບບໍ່ຖືກຕ້ອງຕາມຊາຍແດນ
ລາວ-ຫວຽດນາມ ຫາລືແກ້ໄຂການຄຸ້ມຄອງສັນຊາດ, ການຍົກຍ້າຍຖິ່ນ ແລະ ແຕ່ງດອງ ແບບໍ່ຖືກຕ້ອງຕາມຊາຍແດນ - 5 - ລາວ-ຫວຽດນາມ ຫາລືແກ້ໄຂການຄຸ້ມຄອງສັນຊາດ, ການຍົກຍ້າຍຖິ່ນ ແລະ ແຕ່ງດອງ ແບບໍ່ຖືກຕ້ອງຕາມຊາຍແດນ
ລາວ-ຫວຽດນາມ ຫາລືແກ້ໄຂການຄຸ້ມຄອງສັນຊາດ, ການຍົກຍ້າຍຖິ່ນ ແລະ ແຕ່ງດອງ ແບບໍ່ຖືກຕ້ອງຕາມຊາຍແດນ - 3 - ລາວ-ຫວຽດນາມ ຫາລືແກ້ໄຂການຄຸ້ມຄອງສັນຊາດ, ການຍົກຍ້າຍຖິ່ນ ແລະ ແຕ່ງດອງ ແບບໍ່ຖືກຕ້ອງຕາມຊາຍແດນ