ຫາລືການນໍາໃຊ້ AI ເຂົ້າໃນການສະແດງສະຫລອງ 3 ວັນປະຫວັດສາດ

ວັນທີ 19 ທັນວາ 2024 ຜ່ານມານີ້ ອະນຸກຳມະການໂຄສະນາ ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ສະເຫລີມສະຫລອງ 3 ວັນປະ ຫວັດສາດ ຮ່ວມກັບ ບັນດານັກໄອທີ, ນັກປັນຍາປະດິດ, ຊ່ຽວຊານດ້ານ AI, ນັກສິລະປະ, ນັກສະແດງ ໄດ້ປຶກສາຫາລືກ່ຽວກັບການນໍາໃຊ້ AI ເຂົ້າໃນການສະແດງບັນດາກິດຈະກໍາຕ່າງໆ ເພື່ອສະເຫຼີມ ສະຫຼອງ 3 ວັນປະຫວັດສາດ ທີ່ສູນກາງແນວລາວສ້າງຊາດ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກປະທານສູນກາງແນວລາວສ້າງຊາດ ຫົວໜ້າອະນຸກຳມະການໂຄສະນາ, ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ.
ໃນນັ້ນ, ຫຼາຍທ່ານໄດ້ປະກອບຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນ. ພ້ອມກັນນີ້, ທ່ານປະທານກອງປະຊຸມໄດ້ຊຸກຍູ້ໃຫ້ບັນດາທ່ານຈົ່ງໃຫ້ການຮ່ວມມືປະກອບສ່ວນຕໍ່ກິດຈະກໍາຕ່າງໆ ເນື່ອງໃນໂອກາດສະເຫລີມມສະຫລອງ 3 ວັນປະຫວັດ ສາດທີ່ສໍາຄັນຂອງຊາດ-ຂອງພັກ ເພື່ອໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ທີ່ມາ: ຂ່າວສານແນວໂຮມ