ອິນໂດເນເຊຍກຽມໃຊ້ເຊື້ອໄຟໄບໂອດີເຊລ B40 ໃນປີ 2025

ອິນໂດເນເຊຍກຽມໃຊ້ເຊື້ອໄຟໄບໂອດີເຊລ B40 ໃນປີ 2025 - 333 1 - ອິນໂດເນເຊຍກຽມໃຊ້ເຊື້ອໄຟໄບໂອດີເຊລ B40 ໃນປີ 2025
ອິນໂດເນເຊຍກຽມໃຊ້ເຊື້ອໄຟໄບໂອດີເຊລ B40 ໃນປີ 2025 - kitchen vibe - ອິນໂດເນເຊຍກຽມໃຊ້ເຊື້ອໄຟໄບໂອດີເຊລ B40 ໃນປີ 2025

      ອິນໂດເນເຊຍເລີ່ມຜະລິດເຊື້ອໄຟໄບໂອດີເຊລ ບີ40 (B40) ທີ່ມີສ່ວນປະສົມຂອງນໍ້າມັນປາມ 40% ແລະ ນໍ້າມັນກາຊວນ 60% ເຊິ່ງເພີ່ມຂຶ້ນຈາກເຊື້ອໄຟໄບໂອດີເຊລ ບີ35 ທີ່ໃຊ້ຢູ່ໃນປັດຈຸບັນ ເຊິ່ງມີສ່ວນປະສົມນໍ້າມັນປາມ 35% ໂດຍຈະເລີ່ມນໍາມາໃຊ້ໃນປີ 2025.

      ລັດຖະບານອິນໂດເນເຊຍກໍານົດເປົ້າໝາຍການຜະລິດໄບໂອດີເຊລ ບີ40 ໄວ້ໃນລະດັບ 15.62 ລ້ານກິໂລລິດ ພາຍໃນປີ 2025 ແລະ ຫວັງວ່າຈະສາມາດຈໍາໜ່າຍໃຫ້ຜູ້ບໍລິໂພກໄດ້ນັບແຕ່ວັນທີ 1 ມັງກອນນີ້ ໂດຍຫລັງຈາກນໍາເອົາໄບໂອດີເຊລ ບີ40 ມາໃຊ້ແລ້ວ ລັດຖະບານຈະເລີ່ມພັດທະນາໄບໂອດີເຊລທີ່ມີສ່ວນປະສົມຂອງນໍ້າມັນປາມ 50%.

       ທັງນີ້, ພະລັງງານ ແລະ ຊັບພະຍາກອນແຮ່ຂອງອິນໂດເນເຊຍຢືນຢັນວ່າ: ມີການຜະລິດໄບໂອດີເຊລ ບີ40 ແລະ ຜ່ານການທົດສອບຕາມຖະໜົນແລ້ວສໍາລັບການນໍາໃຊ້ໃນລົດຍົນ ແລະ ການນໍາໃຊ້ອື່ນໆທີ່ບໍ່ແມ່ນລົດ.

      ແຜນລິເລີ່ມເພີ່ມການໃຊ້ປາມນໍ້າມັນເພື່ອພະລັງງານສະອາດໄດ້ຮັບແສງສະໜັບສະໜູນຈາກການຜະລິດນໍ້າມັນປາມຈໍານວນມະຫາສານຂອງອິນໂດເນເຊຍ ເຊິ່ງເປັນປະເທດຜູ້ຜະລິດນໍ້າມັນປາມລາຍໃຫຍ່ທີ່ສຸດຂອງໂລກ.

ອິນໂດເນເຊຍກຽມໃຊ້ເຊື້ອໄຟໄບໂອດີເຊລ B40 ໃນປີ 2025 - 3 - ອິນໂດເນເຊຍກຽມໃຊ້ເຊື້ອໄຟໄບໂອດີເຊລ B40 ໃນປີ 2025
ອິນໂດເນເຊຍກຽມໃຊ້ເຊື້ອໄຟໄບໂອດີເຊລ B40 ໃນປີ 2025 - 4 - ອິນໂດເນເຊຍກຽມໃຊ້ເຊື້ອໄຟໄບໂອດີເຊລ B40 ໃນປີ 2025
ອິນໂດເນເຊຍກຽມໃຊ້ເຊື້ອໄຟໄບໂອດີເຊລ B40 ໃນປີ 2025 - 5 - ອິນໂດເນເຊຍກຽມໃຊ້ເຊື້ອໄຟໄບໂອດີເຊລ B40 ໃນປີ 2025