ພິທີມອບ-ຮັບໜ້າທີ່ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ວັນທີ 20 ທັນວາ 2024 ກອງບັນຊາການ ປກສ ແຂວງ ອັດຕະປື ຈັດພິທີມອບ-ຮັບໜ້າທີ່ຫົວໜ້າກອງບັນຊາການ ປກສ ແຂວງ ລະຫວ່າງ ທ່ານ ພົຈວ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ຜູ້ເກົ່າ ແລະ ທ່ານ ພັອ ສັກສິດ ສີພັນດວງ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ຜູ້ໃໝ່ ໂດຍການເຂົ້າຮ່ວມຂອງ ທ່ານຄຳຫວັນ ຈັນທະໂຄດ ຄະນະປະຈຳພັກແຂວງ ປະທານກວດກາ ພັກ-ລັດ ແຂວງ, ມີພະນັກງານຂັ້ນແຂວງ, ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ຕະຫຼອດຮອດນາຍຕຳຫຼວດເຂົ້າຮ່ວມ.
ທ່ານ ພົຈວ ສີເວີນ ແກ້ວສີວົງສາ ໄດ້ຜ່ານບົດສະຫຼຸບລາຍງານຕີລາຄາ ການເຄື່ອນໄຫວຈັດຕັ້ງນຳພາວຽກງານໃນໄລຍະທີ່ຜ່ານມາໂດຍຍົກໃຫ້ເຫັນດ້ານຜົນງານທີ່ພົ້ນເດັ່ນເປັນຕົ້ນໄດ້ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ນາຍ ແລະ ພົນຕຳຫຼວດເປັນປົກກະຕິ, ຄົ້ນຄ້ວາເຊື່ອມຊືມບັນດາມະຕິຄໍາສັ່ງ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ລະບຽບວິໃນຂອງກໍາລັງຢ່າງເຂັ້ມງວດ, ນໍາພາກໍ່ສ້າງປັບປຸງກົງຈັກການຈັດຕັ້ງກຳລັງປ້ອງກັນຄວາມສະຫງົບ ແຂວງອັດຕະປື ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີແບບແຜນວິທີເຮັດວຽກທີ່ສອດຄ່ອງ ເອົາໃຈໃສ່ພັດທະນາກຳລັງ ຕາມທິດຫັນເປັນທັນສະໄໝເທຶ່ອລະກ້າວ ມີຄວາມສາມາດ ປະຈັນບານ ກຽມພ້ອມເຮັດໜ້າທີ່ປ້ອງກັນສຳນັກງານອົງການຂອງພັກ-ລັດ, ປົກປັກຮັກສາຊັບສິນຂອງລັດ, ລວມໝູ່ ແລະ ບຸກຄົນ, ປ້ອງກັນການນຳ ພັກ-ລັດ ແຂກພາຍໃນແລະຕ່າງປະເທດ, ກອງປະຊຸມ ແລະ ງານບຸນປະເພນີຕ່າງໆມີຄວາມສະຫງົບປອດໄພ ຫັນເອົາພະນັກງານວິຊາສະເພາະລົງກໍ່ສ້າງຮາກຖານການເມືອງຕາມທິດ 3 ສ້າງຂອງພັກ-ລັດ ນຳພາປັບປຸງກໍ່ສ້າງພື້ນຖານໂຄງລ່າງມີຄວາມເປັນລະບຽບ ແລະ ຈົບງາມ, ປັບປຸງວຽກງານພະລາທິການເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງ ແລະ ບຸກຄົນຕາມທິດ ເພິງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ນຳພາຈັດຕັ້ງຜັນຂະຫຍາຍວຽກງານພົວພັນການຕ່າງປະເທດ ເຂົ້າໃນຂົງເຂດວຽກງານປ້ອງກັນຄວາມສະຫງົບກັບປະເທດເພື່ອນບ້ານໄກ້ຄຽງໄດ້ເປັນຢ່າງດີນອກນັ້ນຍັງໄດ້ປະຕິບັດນະໂຍບາຍ ຍ້ອງຍໍ, ເລື່ອນຊັ້ນ, ໃຫ້ນາຍ ແລະ ພົນຕຳຫຼວດຜູ້ທີ່ມີຜົນງານດີເດັ່ນ.