ກໍາປູເຈຍພົບຜູ້ປ່ວຍເປັນພະຍາດຫັດສະສົມ 375 ຄົນ ສ່ວນຫລາຍເປັນເດັກນ້ອຍ 9 ເດືອນ – 5 ປີ
December 23, 2024 - 11:39 AM

ສໍານັກຂ່າວຊີນຮົ່ວ ລາຍງານ ວັນທີ 22 ທັນວາ 2024 ນີ້ວ່າ: ກະຊວງສະທາລະນະສຸກກໍາປູເຈຍ ໄດ້ຖະແຫລງການ ໂດຍລະບຸວ່າ ນັບແຕ່ເດືອນມັງກອນຫາຕົ້ນເດືອນທັນວາ 2024 ກໍາປູເຈຍຢືນຢັນມີຜູ້ປ່ວຍເປັນພະຍາດຫັດສະສົມ 375 ຄົນ ກະຈາຍຢູ່ໃນ 17 ແຂວງ ຈໍານວນຜູ້ປ່ວຍພະຍາດຫັດ ໃນກໍາປູເຈຍຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ພະຍາດຫັດ ເປັນພະຍາດທີ່ເກີດຈາກເຊື້ອໄວຣັດ ຊຶ່ງແຜ່ກະຈາຍໄດ້ງ່າຍ ແລະ ວ່ອງໄວ ຜ່ານທາງລະບົບທາງເດີນຫາຍໃຈ ເຊັ່ນ ການໄອ ຫລື ຈາມ ແລະ ສາມາດກໍ່ໃຫ້ເກີດອາການ ເຈັບປ່ວຍຮຸນແຮງ ເຊັ່ນ ຕາບອດ ສ້າງຄວາມເສຍຫາຍຕໍ່ສະໝອງ ຫລື ອາດເສຍຊີວິດໄດ້ ໂດຍສະເພາະເດັກນ້ອຍທີ່ມີອາຍຸລະຫວ່າງ 9 ເດືອນ ຫາ 5ປີ ທີ່ມີຂາດໂພຊະນາການ. ຊຶ່ງພໍ່ແມ່ຜູ້ປົກຄອງຄວນນຳເອົາເດັກເຫຼົ່ານີ້ໄປຮັບວັກຊີນກັນພະຍາດຫັດ ທີ່ໂຮງໝໍ ແລະ ສຸນສຸຂະພາບທຸກແຫ່ງໃນປະເທດ ໂດຍບໍ່ມີຄ່າໃຊ້ຈ່າຍ.
ທີ່ມາ: DAILY NEWS