ຈຳປາສັກ ອະນຸມັດທີ່ດິນ 150 ເຮັກຕາ ໃຫ້ເອກະຊົນລົງທຶນປູກຕົ້ນໝາກແມັກຄາເດເມຍ ແລະ ຖົ່ວລຽນ
December 23, 2024 - 2:21 PM

ຂ່າວແຂວງຈຳປາສັກລາຍງານ ວ່າ: ວັນທີ 20 ທັນວາ 2024 ຜ່ານມານີ້ ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າແກ່ ອົງການປົກຄອງແຂວງ ເຊັນສັນຍາອະນຸມັດການສໍາປະທານ ເນື້ອທີ່ດິນ 150 ເຮັກຕາ ຢູ່ບ້ານພະໜວນດົງ ເມືອງປາກຊ່ອງ ໃຫ້ແກ່ບໍລິສັດ ເອກະຊົນ ເພື່ອປູກຕົ້ນໝາກແມັກຄາເດເມຍ ແລະ ຖົ່ວລຽນ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກ.
ທີ່ມາ: ໜັງສືພິມຈຳປາໃໝ່