ອິນເດຍເດີນໜ້າປາບປາມການແຕ່ງດອງໃນເດັກ ຈັບຜູ້ກະທໍາຜິດແລ້ວເກືອບ 5,000 ຄົນ

ອິນເດຍເດີນໜ້າປາບປາມການແຕ່ງດອງໃນເດັກ ຈັບຜູ້ກະທໍາຜິດແລ້ວເກືອບ 5,000 ຄົນ - 111 11 - ອິນເດຍເດີນໜ້າປາບປາມການແຕ່ງດອງໃນເດັກ ຈັບຜູ້ກະທໍາຜິດແລ້ວເກືອບ 5,000 ຄົນ
ອິນເດຍເດີນໜ້າປາບປາມການແຕ່ງດອງໃນເດັກ ຈັບຜູ້ກະທໍາຜິດແລ້ວເກືອບ 5,000 ຄົນ - kitchen vibe - ອິນເດຍເດີນໜ້າປາບປາມການແຕ່ງດອງໃນເດັກ ຈັບຜູ້ກະທໍາຜິດແລ້ວເກືອບ 5,000 ຄົນ

     ການປາບປາມການແຕ່ງດອງໃນເດັກທີ່ຜິດກົດໝາຍຢູ່ພາກຕາເວັນອອກສຽງເໜືອຂອງອິນເດຍນໍາໄປສູ່ການຈັບກຸມຜູ້ທີ່ກ່ຽວຂ້ອງແລ້ວເກືອບ 5,000 ຄົນ ແລະ ປະຕິບັດການຄັ້ງຫຼ້າສຸດໃນທ້າຍອາທິດຜ່ານມາ ມີຜູ້ຖືກຈັບເພີ່ມອີກ 416 ຄົນ.

       ທ່ານ ຫິມັນ ຕາ ບິສວາ ຊາມາ ເຈົ້າຂອງລັດອໍາສໍາ ກ່າວວ່າ: ທ່ານຈະຍັງດໍາເນີນງານເພື່ອຢຸດຄວາມຊົ່ວຮ້າຍທາງສັງຄົມນີ້ຕໍ່ໄປ ແລະ ລັດອໍາສໍາຈະຍັງຕໍ່ສູ້ກັບການແຕ່ງດອງໃນເດັກ. ພ້ອມລະບຸວ່າ: ການບຸກຈັບເກີດຂຶ້ນທັງເວັນທັງຄືນ ແລະ ເຈົ້າໜ້າທີ່ນໍາເອົາຜູ້ຖືກຈັບທະຍອຍຂຶ້ນສານ ເພື່ອຮັບຮູ້ຂໍ້ກ່າວຫາ ໃນວັນທີ 22 ທັນວາຜ່ານມາ.

     ທັງນີ້, ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງໃນລັດອໍາສໍາເດີນໜ້າຈັບຜູ້ກະທໍາຜິດທີ່ກ່ຽວຂ້ອງກັບການແຕ່ງດອງໃນເດັກ ຕາມປະຕິບັດການກວາດລ້າງທີ່ເລີ່ມແຕ່ເດືອນກຸມພາ 2023 ເຊິ່ງການຈັບກຸມລວມທັງພໍ່ ແລະ ແມ່ຂອງຄູ່ຜົວເມຍ ແລະ ນາຍທະບຽນທີ່ລົງນາມໃນສັນຍານັ້ນໝາຍກັບຜູ້ເຍົາ ສົ່ງຜົນເຮັດໃຫ້ປັດຈຸບັນມີຜູ້ຖືກຈັບແລ້ວ 4,800 ກວ່າຄົນ.

      ທັງນີ້, ທ່ານ ຊາມາ ໄດ້ປຸກລະດົມນະໂຍບາຍປາບປາມການແຕ່ງດອງໃນເດັກໃຫ້ໝົດໄປພາຍໃນປີ 2026 ເຖິງວ່າກົດໝາຍຂອງອິນເດຍກໍານົດໃຫ້ອາຍຸຂັ້ນຕໍ່າຂອງການແຕ່ງດອງຢູ່ທີ່ 18 ປີ, ແຕ່ເດັກຫລາຍລ້ານຄົນພັດຖືກບັງຄັບໃຫ້ແຕ່ງດອງ ໂດຍສະເພາະໃນເຂດຊົນນະບົດ ເຊິ່ງປະຊາຊົນສ່ວນຫລາຍຍັງມີຖານະທຸກຍາກ.

ອິນເດຍເດີນໜ້າປາບປາມການແຕ່ງດອງໃນເດັກ ຈັບຜູ້ກະທໍາຜິດແລ້ວເກືອບ 5,000 ຄົນ - 4 - ອິນເດຍເດີນໜ້າປາບປາມການແຕ່ງດອງໃນເດັກ ຈັບຜູ້ກະທໍາຜິດແລ້ວເກືອບ 5,000 ຄົນ
ອິນເດຍເດີນໜ້າປາບປາມການແຕ່ງດອງໃນເດັກ ຈັບຜູ້ກະທໍາຜິດແລ້ວເກືອບ 5,000 ຄົນ - 3 - ອິນເດຍເດີນໜ້າປາບປາມການແຕ່ງດອງໃນເດັກ ຈັບຜູ້ກະທໍາຜິດແລ້ວເກືອບ 5,000 ຄົນ
ອິນເດຍເດີນໜ້າປາບປາມການແຕ່ງດອງໃນເດັກ ຈັບຜູ້ກະທໍາຜິດແລ້ວເກືອບ 5,000 ຄົນ - 5 - ອິນເດຍເດີນໜ້າປາບປາມການແຕ່ງດອງໃນເດັກ ຈັບຜູ້ກະທໍາຜິດແລ້ວເກືອບ 5,000 ຄົນ