ແຂວງຄຳມ່ວນປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ 195 ຄົນ

ວັນທີ 23 ທັນວາ 2024 ແຂວງຄຳມ່ວນຈັດພິທີປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ທີ່ມີການປະພຶດດີ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 49 ປີ ໂດຍການ ເຂົ້າຮ່ວມຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ປະທານຄະນະກໍາມະການ ອະໄພຍະໂທດລະດັບແຂວງ, ມີຄະນະກຳມະການອະໄພຍະໂທດລະດັບແຂວງ.
ປີ 2024 ແຂວງຄໍາມ່ວນມີຜູ້ທີ່ໄດ້ຮັບອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ທັງໝົດ 195 ຄົນ, ຍິງ 31 ຄົນ. ໃນນັ້ນປ່ອຍຕົວ16 ຄົນ, ຍິງ 3 ຄົນ (ມີນັກໂທດຄະດີຢາເສບຕິດ 15 ຄົນ ແລະ ນັກໂທດທົ່ວໄປ 1 ຄົນ) ແລະ ໄດ້ຮັບອະໄພຍະໂທດ ຫຼຸດຜ່ອນໂທດ 179 ຄົນ, ຍິງ 28 ຄົນ (ມີນັກໂທດຢາເສບຕິດ 174 ຄົນ, ນັກໂທດທົ່ວໄປ 5 ຄົນ).
ຈໍານວນນັກໂທດດັ່ງກ່າວແມ່ນບຸກຄົນທີ່ມີຄວາມຕື່ນຕົວເຄົາລົບ, ປະຕິບັດລະບຽບກົດໝາຍ, ວິໄນຂອງຄ້າຍໄດ້ດີ, ເປັນຜູ້ທີ່ມີຄວາມບຸກບືນຫ້າວຫັນໃນການປະຕິບັດໜ້າທີ່ວຽກງານຂອງຄ້າຍ, ມີແນວຄິດພຶດຕິກໍາປ່ຽນແປງ ແລະ ກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນໃນໄລຍະຜ່ານມາ ໂດຍໄດ້ຜ່ານຂັ້ນຕອນໃນການດຳເນີນການຄັດເລືອກນັກໂທດຜູ້ທີ່ມີເງື່ອນໄຂ, ມີການຄັດເລືອກຈັດປະເພດປະຈຳອາທິດ, 3 ເດືອນ, 6 ເດືອນ ແລະ 1 ປີ ໂດຍມີການເຂົ້າຮ່ວມຕິດຕາມຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ.
ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ໄດ້ຮັບການອະໄພຍະໂທດ ພ້ອມທັງມີຄໍາເຫັນໂອ້ລົມເນັ້ນໜັກໃຫ້ຜູ້ທີ່ຖືກຕັດອິດສະຫຼະພາບທຸກຄົນ ໃຫ້ເອົາໃຈໃສ່ເຄົາລົບ, ປະຕິບັດລະບຽບ, ກົດໝາຍ, ວິໄນຂອງຄ້າຍຄຸມຂັງໃຫ້ໄດ້ດີ, ເປັນບຸກຄົນທີ່ມີຄວາມຕື່ນຕົວບຸກບືນຫ້າວຫັນປະຕິບັດລະບຽບກົດໝາຍ, ປັບປຸງປ່ຽນແປງ ແລະ ພັດທະນາຕົນເອງ, ສ່ວນຜູ້ປົກຄອງ ຫຼື ຍາດພີ່ນ້ອງນັກໂທດຕ້ອງສ້າງເງື່ອນໄຂອໍານວຍຄວາມສະດວກໃນຫຼາຍດ້ານຕໍ່ກັບເຈົ້າໜ້າທີ່ໆກ່ຽວຂ້ອງໃນການພົວພັນ, ປະສານງານ, ການຕອບສະໜອງຂໍ້ມູນຕ່າງໆໃຫ້ທັນຕາມກໍານົດເວລາ. ສ່ວນຄະນະນໍາຄ້າຍຄຸມຂັງ ຕ້ອງໄດ້ເພີ່ມທະວີສຶກສາອົບຮົມວຽກງານການເມືອງ-ແນວຄິດ, ຄຸນທາດການເມືອງ, ຄຸນສົມບັດ-ສິນທຳປະຕິວັດ, ທັດສະນະຫຼັກໝັ້ນການເມືອງ, ຈັນຍາບັນ-ຈັນຍາທໍາ ໃຫ້ແກ່ພະນັກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ເລິກເຊິ່ງເປັນປົກກະຕິ ແລະ ຕໍ່ເນື່ອງ ພ້ອມທັງເອົາໃຈໃສ່ປ້ອງກັນເວນຍາມສະຖານທີ່ຄ້າຍຄຸມຂັງໃຫ້ເຂັ້ມງວດ ເພື່ອຮັບປະກັນຄວາມສະຫງົບ ແລະ ປອດໄພ.