ເກີດເຫດສະເທືອນຂວັນຢູ່ໄທ ອາສາສະໝັກໃຊ້ປືນຍິງລົວໆໃສ່ຄົນຢູ່ຮ້ານເຂົ້າປຽກ ເສຍຊີວິດ 2 ຄົນ ແລະ ບາດເຈັບ 3 ຄົນ

ເກີດເຫດສະເທືອນຂວັນຢູ່ໄທ ອາສາສະໝັກໃຊ້ປືນຍິງລົວໆໃສ່ຄົນຢູ່ຮ້ານເຂົ້າປຽກ ເສຍຊີວິດ 2 ຄົນ ແລະ ບາດເຈັບ 3 ຄົນ - hq720 2 - ເກີດເຫດສະເທືອນຂວັນຢູ່ໄທ ອາສາສະໝັກໃຊ້ປືນຍິງລົວໆໃສ່ຄົນຢູ່ຮ້ານເຂົ້າປຽກ ເສຍຊີວິດ 2 ຄົນ ແລະ ບາດເຈັບ 3 ຄົນ
ເກີດເຫດສະເທືອນຂວັນຢູ່ໄທ ອາສາສະໝັກໃຊ້ປືນຍິງລົວໆໃສ່ຄົນຢູ່ຮ້ານເຂົ້າປຽກ ເສຍຊີວິດ 2 ຄົນ ແລະ ບາດເຈັບ 3 ຄົນ - kitchen vibe - ເກີດເຫດສະເທືອນຂວັນຢູ່ໄທ ອາສາສະໝັກໃຊ້ປືນຍິງລົວໆໃສ່ຄົນຢູ່ຮ້ານເຂົ້າປຽກ ເສຍຊີວິດ 2 ຄົນ ແລະ ບາດເຈັບ 3 ຄົນ

ສຳນັກຂ່າວຊ່ອງ 3 ຂອງໄທລາຍງານວ່າ: ວັນທີ 22 ທັນວາ 2024 ເຈົ້າໜ້າທີ່ຕຳຫວດໄດ້ຮັບແຈ້ງເຫດວ່າ ມີຊາຍຄົນໜຶ່ງກໍ່ເຫດໃຊ້ປືນຍິງລົວໆໃສ່ຄົນຢູ່ຮ້ານເຂົ້າປຽກ ເຂດເທສະບານບານຫາດໃຫຍ່ ຈັງຫວັດສົງຂາ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ຄື: ທ້າຍ ສິດທິພົງ ອາຍຸ 48 ປີ ແລະ ນາງອໍລະຊອນ ອາຍຸ 47 ປີ ແລະ ມີຜູ້ໄດ້ຮັບບາດເຈັບ 3 ຄົນ ຄື: ນາງ ພາວະນາ ອາຍຸ 46 ເຈົ້າຂອງຮ້ານ, ທ້າວ ສຸລິຍາ ອາຍຸ 43 ປີ ແລະ ເດັກຍິງ ອາຍຸ 6 ປີ ເປັນລູກຜູ້ເສຍຊີວິດ.

ພະນັກງານຊາຍພາຍໃນຮ້ານດັ່ງກ່າວເລົ່າວ່າ: ຜູ້ກໍ່ເຫດໄດ້ເຂົ້າມານັ່ງຢູ່ຮ້ານ ມີອາການເມົາ ໃນມືຈັບແກ້ວເຫລົ້າມາພ້ອມແລ້ວສັ່ງໂຊດາ 1 ແກ້ວ ແລະ ນໍ້າກ້ອນ 1 ຈອກ ຫລັງຈາກນັ້ນນັ່ງດື່ມປະມານ 30 ນາທີ ຜູ້ກໍ່ເຫດໄດ້ໄປລົມໂທລະສັບດົນພໍສົມຄວນ ພະນັກງານຈຶ່ງຄິດວ່າລູກຄ້າອອກຈາກຮ້ານໄປແລ້ວ ກໍ່ໄປເກັບເງິນ ແລະ ກຽມມ້ຽນໂຕະ ເຮັດໃຫ້ຜູ້ກໍ່ເຫດບໍ່ພໍໃຈ ຈຶ່ງສັ່ງໄລ່ເງິນແລ້ວຈະເອົາປືນອອກມາດຶງສະໄລ ແນໃສ່ພະນັກງານ ເຮັດໃຫ້ພະນັກງານຄົນດັ່ງກ່າວຕ້ອງແລ່ນໜີ ແລ້ວຜູ້ກໍ່ເຫດໄດ້ຍ່າງໄປສະແກນຈ່າຍເງິນທີ່ເຄົາເຕີ ຈຳນວນ 135 ບາດ ແລ້ວກໍຂັບຂີ່ລົດຈັກອອກຈາກຮ້ານໄປ. ຫລັງຈາກນັ້ນປະມານ 5 ນາທີ ຜູ້ກໍ່ເຫດໄດ້ຂັບລົດໃຫຍ່ກັບຄືນມາຮ້ານອີກຄັ້ງ ເຊິ່ງພະນັກງານຜູ້ຍິງໃນຮ້ານພ້ອມກັບ ແມ່ເຈົ້າຂອງຮ້ານໄດ້ເຂົ້າໄປຂໍໂທດ ແຕ່ຜູ້ກໍ່ເຫດຍັງບໍ່ພໍໃຈ ສ່ວນເຈົ້າຂອງຮ້ານກໍໄດ້ປະຕິເສດໃຫ້ບໍລິ ການຮອບສອງ ເນື່ອງຈາກວ່າເຫັນຜູ້ກໍ່ເຫດໄດ້ສະໄລປືນແນ່ໃສ່ພະນັກເສີບກ່ອນໜ້ານັ້ນ ເຮັດໃຫ້ຜູ້ກໍ່ເຫດມີອາລົມໃຈຮ້າຍເພີ່ມສູງຂຶ້ນພ້ອມເວົ້າຂົ່ມຂູ່ລູກຄ້າທີ່ນັ່ງຢູ່ໂຕະຢູ່ພາຍໃນຮ້ານວ່າຖ້າໃຜຢູ່ໃນເຫດ ການ ແລະ ບໍ່ອອກໄປຈາກຮ້ານຈະຍິງໝົດທຸກຄົນ.

ຈາກນັ້ນເຫດການບໍ່ຄາດຄິດກໍເກີດຂຶ້ນຜູ້ກໍ່ເຫດໄດ້ດຶງປຶນອອກມາຍິງລົວໃສ່ລູກຄ້າພາຍໃນຮ້ານ ຈຳນວນຫລາຍນັດ ຈົນມີຜູ້ບາດເຈັບແລະເສຍຊີວິດ ສ່ວນລູກຄ້າຄົນອື່ນໆໄດ້ໂດດໜີແຕກຊະໄປຄົນລະທາງ ແຕ່ ຜູ້ກໍ່ເຫດໄດ້ຍິງຊ້ຳໃສ່ຜູ້ເສຍຊີວິດຢ່າງໂຫດຫ້ຽມ ຫລັງຈາກນັ້ນກໍ່ໄດ້ຂັບລົດໜີໄປ.

ຫລ້າສຸດ ເຈົ້າໜ້າທີ່ຕຳຫລວດສາມາດຄວບຄຸມຜູ້ກໍ່ເຫດໄດ້ແລ້ວ ແລະ ນຳຕົວໄປສືບສວນສອບສວນແຈ້ງຂໍ້ກ່າວຫາ ເພື່ອດຳເນີນຄະດີຕໍ່ໄປ. ຂໍ້ມູນລະບຸວ່າຜູ້ກໍ່ເຫດ ເປັນອາສາສະໝັກປົກປ້ອງດິນແດນ ຈັງຫວັດສົງຂາ.

ເກີດເຫດສະເທືອນຂວັນຢູ່ໄທ ອາສາສະໝັກໃຊ້ປືນຍິງລົວໆໃສ່ຄົນຢູ່ຮ້ານເຂົ້າປຽກ ເສຍຊີວິດ 2 ຄົນ ແລະ ບາດເຈັບ 3 ຄົນ - 3 - ເກີດເຫດສະເທືອນຂວັນຢູ່ໄທ ອາສາສະໝັກໃຊ້ປືນຍິງລົວໆໃສ່ຄົນຢູ່ຮ້ານເຂົ້າປຽກ ເສຍຊີວິດ 2 ຄົນ ແລະ ບາດເຈັບ 3 ຄົນ
ເກີດເຫດສະເທືອນຂວັນຢູ່ໄທ ອາສາສະໝັກໃຊ້ປືນຍິງລົວໆໃສ່ຄົນຢູ່ຮ້ານເຂົ້າປຽກ ເສຍຊີວິດ 2 ຄົນ ແລະ ບາດເຈັບ 3 ຄົນ - 4 - ເກີດເຫດສະເທືອນຂວັນຢູ່ໄທ ອາສາສະໝັກໃຊ້ປືນຍິງລົວໆໃສ່ຄົນຢູ່ຮ້ານເຂົ້າປຽກ ເສຍຊີວິດ 2 ຄົນ ແລະ ບາດເຈັບ 3 ຄົນ
ເກີດເຫດສະເທືອນຂວັນຢູ່ໄທ ອາສາສະໝັກໃຊ້ປືນຍິງລົວໆໃສ່ຄົນຢູ່ຮ້ານເຂົ້າປຽກ ເສຍຊີວິດ 2 ຄົນ ແລະ ບາດເຈັບ 3 ຄົນ - 5 - ເກີດເຫດສະເທືອນຂວັນຢູ່ໄທ ອາສາສະໝັກໃຊ້ປືນຍິງລົວໆໃສ່ຄົນຢູ່ຮ້ານເຂົ້າປຽກ ເສຍຊີວິດ 2 ຄົນ ແລະ ບາດເຈັບ 3 ຄົນ