ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າທະນາຄານກາງອາຊຽນ+3 (AFCDM+3) ທີ່ສ.ເກົາຫຼີ

ວັນທີ 16-18 ທັນວາ 2024 ຜ່ານມານີ້ ຄະນະຜູ້ ແທນ ສປປ ລາວ ກໍ່ຄື ກະຊວງການເງິນ ນໍາໂດຍທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ໄດ້ເຂົ້າຮ່ວມກອງປະ ຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າທະນາຄານກາງອາຊຽນ+3 (AFCDM+3) ແລະ ບັນດາກອງປະຊຸມປິ່ມອ້ອມຢູ່ ສ.ເກົາຫຼີ ໂດຍມີຜູ້ເຂົ້າຮ່ວມຈາກກະຊວງການເງິນ ແລະ ທະນາ ຄານກາງປະເທດສະມາຊິກອາຊຽນ+3, ກອງເລຂາອາຊຽນ, ອົງ ການຕິດຕາມເສດຖະກິດມະຫາພາກອາຊຽນ+3 (AMRO), ທະ ນາຄານພັດທະນາອາຊີ, ອົງການກອງທຶນສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການເຂົ້າຮ່ວມກອງປະຊຸມດັ່ງກ່າວໃນລະຫວ່າງວັນທີ 17-18 ທັນວາ 2024 ທີ່ພຽງຈາງ, ຄະນະຜູ້ແທນກະຊວງການເງິນ ໄດ້ສຳ ເລັດການເຂົ້າຮ່ວມກອງປະຊຸມທີ່ໄດ້ໄຂຂຶ້ນເປັນທາງການ ທີ່ ສ.ເກົາຫຼີ, ເຊິ່ງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງ ການເງິນ ແລະ ທ່ານ ສຸລິສັກ ທໍານູວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ຈີ ຮຸນ ຊະເວ ຮອງລັດຖະມົນຕີກະຊວງເສດຖະກິດ ແລະ ການເງິນ ສ.ເກົາຫຼີ ແລະ ທ່ານ ມິນ ຊູ ຄວັນ ຮອງຜູ້ວ່າການທະນາຄານກາງແຫ່ງ ສ.ເກົາຫຼີ ໄດ້ສໍາເລັດການນໍາພາກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະ ນາຄານກາງອາຊຽນ+3 (AFCDM+3), ເຊິ່ງເປັນຄັ້ງສຸດທ້າຍຂອງການເປັນປະທານຮອບວຽນອາຊຽນ+3 ສົກປີ 2024.
ກອງປະຊຸມຄັ້ງນີ້ ເປັນກອງປະຊຸມໜຶ່ງທີ່ສຳຄັນໂດຍສະເພາະແມ່ນຈະໄດ້ມີການຮັບຮອງເອົາບັນດາໜ້າວຽກງານຕ່າງໆໃນຂອບການຮ່ວມມືດ້ານການເງິນອາຊຽນ +3, ບັນດາຂໍ້ລິເລີ່ມ ແລະ ຂໍ້ຄົງຄ້າງວຽກງານການຮ່ວມມືດ້ານການເງິນໃໝ່ຂອງອາຊຽນ+3, ໄດ້ມີການແລກປ່ຽນ ແລະ ປຶກສາຫາລືດ້ານນະໂຍບາຍເສດຖະ ກິດມະຫາພາກພາກພື້ນ ແລະ ສາກົນ, ການຕີລາຄາຂອງອົງການຕິດຕາມເສດຖະກິດມະຫາພາກຕໍ່ສະພາບເສດຖະກິດພາກພື້ນອາຊຽນ+3, ໂດຍຄາດວ່າການເຕີບໂຕຂອງພາກພື້ນອາຊຽນ+3 ແມ່ນຈະຫຼຸດລົງເລັກນ້ອຍ (GDP Growth) ຢູ່ໃນລະດັບ 4,2% ໃນປີ 2025, ທຽບໃສ່ການເຕີບໂຕໃນປີ 2024 ແມ່ນຢູ່ໃນລະດັບ 4,3% (ສ່ວນ ສປປ ລາວ ແມ່ນຄາດຄະຄະການເຕີບໂຕເພີ່ມຂຶ້ນເລັກນ້ອຍໃນລະດັບ 4,6% ສຳລັບປີ 2025, ທຽບໃສ່ປີ 2024 ຢູ່ໃນລະດັບ 4,5), ໂດຍຜົນກະທົບຕໍ່ເສດຖະກິດພາກພື້ນອາ ຊຽນ +3 ແມ່ນຄາດວ່າຈະມາຈາກນະໂຍບາຍຂອງປະທານປະ ເທດສະຫະລັດອາເມຣິກາ ທຣໍາ (Trump 2,0) ທີ່ມີນະໂຍບາຍກ່ຽວກັບການເພີ່ມອັດຕາພາສີ, ການຈໍາກັດການເຄື່ອນຍ້າຍຖິ່ນ ຖານ ແລະ ລວມທັງມາດຕະການດ້ານເງິນຕາອື່ນໆ.
ພ້ອມນີ້,ໄດ້ຮັບຮອງເອົາ 02 ບັນດາວຽກງານຕໍ່ການເພີ່ມທະ ວີຄວາມເຂັ້ມແຂງໃຫ້ແກ່ວຽກງານການຮ່ວມມືດ້ານການເງິນອາ ຊຽນ+3 ຄື: ແຜນການຈັດຕັ້ງປະຕິບັດໄລຍະກາງ (Medium-term Implementation Plan) ປີ 2025-2027, ຍຸດທະສາດສໍາລັບການຊ່ວຍເຫຼືອດ້ານວິຊາການ (TA Strategy), ຍຸດທະສາດການພັດທະນາດ້ານດິຈິຕອນ (Digital Development Strategy) ປີ 2024-2027 ແລະ ແຜນງົບປະມານ ແລະ ແຜນພະນັກງານ (Budget and Staffing Levels) ປີ 2025 ຂອງ AMRO; ຮ່າງການປັບປຸງສັນຍາຂໍ້ລິເລີ່ມຊຽງ ໃໝ່ເປັນກົນໄກຫຼາຍຝ່າຍ (CMIM) ລວມມີການຫັນກົນໄກການສະໜອງທຶນຮີບດ່ວນ (Rapid Finance Facility (RFF), ເຊິ່ງເປັນທາງເລື່ອງໜຶ່ງໃນການ ແກ້ໄຂສະພາບຄ່ອງດ້ານການເງິນ-ເງິນຕາຂອງພາກພື້ນອາຊຽນ +3; ພ້ອມທັງ, ການກໍານົດຮູບແບບເພດານອັດຕາດອກເບ້ຍ ແລະ ການທົດລອງກູ້ຢືມໃນກອງທຶນ CMIM ຄັ້ງທີ 15.
ນອກນີ້, ກອງປະຊຸມຍັງໄດ້ຮັບຊາບຄວາມຄືບໜ້າຂອງຂໍ້ລິ ເລີ່ມການພັດທະນາຕະຫຼາດພັນທະບັດອາຊີ (Asian Bond Market Initiative – ABMI) ໂດຍທະນາ ຄານພັດທະນາອາຊີ (ADB) ທີ່ໄດ້ຊ່ວຍສະໜັບສະໜູນການສ້າງຄວາມເຂັ້ມ ແຂງໃຫ້ແກ່ການພັດທະນາຕະຫຼາດພັນທະບັດ ສຳລັບປະເທດສະມາຊິກອາຊຽນ+3; ວຽກງານທີ່ຕິດພັນກັບການສະໜອງທຶນເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ໄພພິບັດ (Disaster Risk Financing Initiative) ແລະ ບັນຫາຕິດພັນອື່ນໆຕາມແຜນ ການຮ່ວມມືດ້ານການເງິນອາຊຽນ+3.
ຄຽງຄູ່ກັນນີ້, ໃນວັນທີ 16 ທັນວາ 2024, ຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມສຳມະນາລະດັບສູງ AMRO (AMRO Forum) ໂດຍມີການການນໍາລະດັບສູງຈາກປະເທດສະມາຊິກ, ສະຖາບັນການເງິນພາກພື້ນ ແລະ ສາກົນ ເຂົ້າຮ່ວມແລກປ່ຽນກ່ຽວກັບວຽກງານການຮ່ວມມືດ້ານເສດຖະກິດ ແລະ ສະຖຽນ ລະພາບທາງດ້ານການເງິນຂອງອາຊຽນ+3. ນອກນັ້ນ, ທ່ານ ຮອງລັດຖະມົນຕີກະຊວງການເງິນພ້ອມດ້ວຍຄະນະຍັງໄດ້ພົບປະເຮັດວຽກສອງຝ່າຍກັບກະຊວງການເງິນຍີ່ປຸ່ນ, ເພື່ອເປັນການຮັດແໜ້ນວຽກງານການຮ່ວມມືສອງຝ່າຍກັບປະເທດສະ ມາຊິກ.
ການເຂົ້າຮ່ວມໃນເວທີການຮ່ວມມືຶດ້ານການເງິນໃນພາກພື້ນອາຊຽນ +3 ດັ່ງກ່າວມີບົດບາດຄວາມສໍາຄັນ ໃນການຍົກບົດ ບາດວຽກງານຂອງກະຊວງການເງິນໃນພາກພື້ນ ແລະ ຊຸກຍູ້ການ ຮ່ວມມືຂອງປະເທດສະມາຊິກອາຊຽນ +3 ເພື່ອສ້າງສະຖຽນລະ ພາບທາງດ້ານເສດຖະກິດໂດຍປະສົມປະສານລະຫວ່າງການສ້າງຜົນປະໂຫຍດຮ່ວມກັນ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
ທີ່ມາ: ຂ່າວກະຊວງການເງິນ