ທ່ານ ມູກາເບ ຍອມລາອອກຈາກ ຕຳແໜ່ງປະທານາທິບໍດີແລ້ວ

ປະທານາທິບໍດີ ໂຣເບີດ ມູກາເບ ປະກາດລາອອກຈາກຕຳແໜ່ງໃນວັນທີ 21 ພະຈິກ ຫລັງຜ່ານໄປ 1 ອາທິດທີ່ທ່ານຖືກກອງ ທັບ ແລະ ພັນທະມິດການເມືອງເຄື່ອນໄຫວຕໍ່ຕ້ານ ເພື່ອໃຫ້ຢຸດການຄອງອຳນາດຍາວນານ ເກືອບ 40 ປີ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງຮາຣາເຣ ປະເທດຊິມບຳເວ ໃນວັນທີ 22 ພະຈິກວ່າ: ວິກິດການເມືອງໃນ ປະເທດຊິມບຳເວທີ່ສັ່ນຄອນເປັນເວລາ 1 ອາທິດ ອັນເນື່ອງມາຈາກການເຂົ້າຄວບຄຸມອຳນາດຂອງ ກອງທັບ ແລະ ການຂັບໄລ່ ອອກຈາກພັກລັດຖະບານປະສົມສະຫະພາບແຫ່ງຊາດຊິມບຳເວ ຫລື ຊານູ-ພີເອຟ ຂອງທ່ານ ໂຣເບີດ ມູກາເບ ປະທານາທິບໍດີ ແຫ່ງຊິມບຳເວ ໃນອາຍຸ 93 ປີ ມີອັນສິ້ນສຸດລົງ ເມື່ອທ່ານປະກາດລາອອກ ຈາກຕຳແໜ່ງໃນວັນທີ 21 ພະຈິກ, ຫລັງລັດຖະສະພາໄດ້ ເລີ່ມກອງປະຊຸມເພື່ອເຂົ້າສູ່ຂະບວນການຖອດຖອນທ່ານ ມູກາເບ ອອກຈາກຕຳແໜ່ງຕາມຄວາມຜິດໃນຂໍ້ຫາຮ້າຍແຮງ ເພາະ ເປັນວິທີການດຽວໃນທາງກົດໝາຍທີ່ຈະສາມາດ ຖອດຖອນປະທານາທິບໍດີ ມູກາເບ ອອກຈາກຕຳແໜ່ງໄດ້.
ມີການສະຫລອງເກີດຂຶ້ນທັນທີຈາກຜູ້ຄົນທີ່ມາຊຸມນຸມກັນຢູ່ນະຄອນຫລວງຮາຣາເຣ ໂດຍສະເພາະບໍລິເວນໜ້າສຳນັກງານ ລັດຖະສະພາ ເມື່ອມີຄຳຖະແຫລງຈາກປະທານລັດຖະສະພາ ຈາຄອບ ມູເດນດາ ວ່າ: ປະທານາທິບໍດີ ມູກາເບ ໄດ້ລາອອກຈາກຕຳແໜ່ງແລ້ວ. ຂະບວນການພິຈາລະນາຖອດຖອນອອກຈາກຕຳແໜ່ງເປັນອັນຢຸດຕິ, ຜູ້ຄົນຕ່າງພາກັນດີໃຈ, ບີບແກລົດໄປຕາມຖະໜົນຢູ່ນະຄອນຫລວງຮາຣາເຣ ເມື່ອຮູ້ຂ່າວການສິ້ນສຸດການຄອງອຳນາດ ຂອງປະທານາທິບໍດີ ມູກາເບ ເຊິ່ງຂຶ້ນເປັນຜູ້ນຳປະເທດຊິມບຳເວນັບແຕ່ໄດ້ເອກະລາດໃນປີ 1980 ເປັນອັນສິ້ນສຸດ.
ກ່ອນໜ້ານີ້ ພັກລັດຖະບານຊານູ-ພີເອຟ ມີມະຕິປົດປະທານາທິບໍດີ ມູກາເບ ອອກຈາກຕຳແໜ່ງຫົວໜ້າພັກ ແລະ ຄາດໝາຍກັນວ່າ: ທ່ານ ເອັມເມີສັນ ມານາກາກວາ ຈະຂຶ້ນເປັນຫົວໜ້າພັກຄົນໃໝ່ ເຊິ່ງທັງກອງທັບ ແລະ ທ່ານ ມານາກາກວາ ບໍ່ເຫັນພ້ອມກັບນາງ ເກຣ ມູກາເບ ອາຍຸ 52 ປີ ພັນລະຍາຂອງປະທານາທິບໍດີ ມູກາເບ ເຊິ່ງປະກາດ ຕົວວ່າຈະເປັນຜູ້ສືບທອດຕຳແໜ່ງຕໍ່ຈາກປະທານາທິບໍດີ ມູກາເບ, ແຕ່ນາງມີຂໍ້ເສຍບ່ອນຖືກວິພາກວິຈານວ່າ: ມັກຊື້ສິນຄ້າຟຸມເຟືອຍ.