ສະຫວັນນະເຂດ ຍັງມີ 49,896 ຄອບຄົວທີ່ບໍ່ທັນພົ້ນທຸກ

ສະຫວັນນະເຂດ ຍັງມີ 49,896 ຄອບຄົວທີ່ບໍ່ທັນພົ້ນທຸກ - 471287922 1143573924184501 2462204871629650233 n - ສະຫວັນນະເຂດ ຍັງມີ 49,896 ຄອບຄົວທີ່ບໍ່ທັນພົ້ນທຸກ
ສະຫວັນນະເຂດ ຍັງມີ 49,896 ຄອບຄົວທີ່ບໍ່ທັນພົ້ນທຸກ - kitchen vibe - ສະຫວັນນະເຂດ ຍັງມີ 49,896 ຄອບຄົວທີ່ບໍ່ທັນພົ້ນທຸກ

ວັນທີ ວັນທີ 24 ທັນວາ 2024 ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນະເຂດ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II ກ່ຽວກັບວຽກງານ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກວ່າ: ໃນປີ 2024 ສາມາດສ້າງບ້ານພົ້ນທຸກ ໄດ້ 48 ບ້ານ ເທົ່າກັບ 56.47% ຂອງແຜນປີ (ແຜນການປີແມ່ນ 85 ບ້ານ) ໃນນີ້, ມາດຕະຖານທີ່ຍັງຄ້າງຄາຫຼາຍກວ່າໝູ່ແມ່ນ ມາດຕະຖານທີ 8 (ຄອບຄົວພົ້ນທຸກພາຍໃນບ້ານ ຍັງບໍ່ທັນກວມ 70% ຂອງຄອບຄົວທັງໝົດໃນບ້ານ) ແລະ ມາດຕະຖານທີ 4 (ເສັ້ນທາງຄົມມະນາ ຄົມເຂົ້າຫາບ້ານບໍ່ທັນທຽວໄດ້ສອງລະດູ), ບ້ານພົ້ນທຸກທົ່ວແຂວງມີທັງໝົດ 823 ບ້ານ, ຍັງຄ້າງ 210 ບ້ານ ແຕ່ຕົວຈິງແມ່ນຍັງ 323 ບ້ານ; ສາມາດສ້າງຄອບຄົວພົ້ນທຸກໄດ້ 4,830 ຄອບຄົວ, ເທົ່າກັບ 29.58% ຂອງແຜນການປີ (ແຜນການປີແມ່ນ 16,329 ຄອບຄົວ) (ທຽບໃສ່ຄອບຄົວ ຕາມກົດໝາຍຄອບຄົວຂອງກະຊວງພາຍໃນ ໄດ້ 5,629 ຄອບຄົວ) ໃນນີ້: ມາດຕະ ຖານທີ່ຍັງຄ້າງຄາຫຼາຍກວ່າໝູ່ແມ່ນມາດຕະຖານທີ 3 (ຍັງບໍ່ທັນມີອາຊີບ ແລະ ລາຍຮັບທີ່ໝັ້ນຄົງ), ລວມທົ່ວແຂວງ ມີຄອບຄົວພົ້ນທຸກແລ້ວ ຈໍານວນ 156,370 ຄອບຄົວ ຈາກ 206,266 ຄອບຄົວທົ່ວແຂວງ ທຽບໃສ່ຄອບຄົວ ຕາມກົດໝາຍຄອບຄົວຂອງກະຊວງພາຍໃນ ຍັງຄ້າງຢູ່ 49,896 ຄອບຄົວ.

ສໍາລັບແຜນສ້າງເມືອງພົ້ນທຸກ ໃຫ້ໄດ້ 4 ເມືອງ, ແຕ່ປະຕິບັດໄດ້ 3 ເມືອງຄື: ເມືອງອາດສະພອນ, ທ່າປາງທອງ ແລະ ຊົນນະບູລີ ຍັງ 1 ເມືອງຄື: ເມືອງພະລານໄຊ ຈະສືບຕໍ່ສ້າງໃນແຜນປີ 2025. ປະຈຸບັນທົ່ວແຂວງ ຍັງມີເມືອງທີ່ຍັງບໍ່ທັນພົ້ນທຸກ ຈໍານວນ 4 ເມືອງຄື: ເມືອງ ພະລານໄຊ, ເມືອງ ພີນ, ເມືອງ ເຊໂປນ ແລະ ເມືອງ ນອງ; ການສ້າງເມືອງເຂັ້ມແຂງຮອບດ້ານ ແມ່ນປະຕິບັດໄດ້ 2 ເມືອງຕາມແຜນການຄື: ນະຄອນໄກສອນພົມວິຫານ ແລະ ເມືອງສອງຄອນ.

ສະຫວັນນະເຂດ ຍັງມີ 49,896 ຄອບຄົວທີ່ບໍ່ທັນພົ້ນທຸກ - Visit Laos Visit SALANA BOUTIQUE HOTEL - ສະຫວັນນະເຂດ ຍັງມີ 49,896 ຄອບຄົວທີ່ບໍ່ທັນພົ້ນທຸກ
ສະຫວັນນະເຂດ ຍັງມີ 49,896 ຄອບຄົວທີ່ບໍ່ທັນພົ້ນທຸກ - Visit Laos Visit SALANA BOUTIQUE HOTEL - ສະຫວັນນະເຂດ ຍັງມີ 49,896 ຄອບຄົວທີ່ບໍ່ທັນພົ້ນທຸກ

ສ່ວນການສ້າງເງື່ອນໄຂໃຫ້ 4 ເມືອງກາຍເປັນເມືອງເຂັ້ມແຂງຮອບດ້ານຄື: ເມືອງ ໄຊບູລີ, ຈຳພອນ, ໄຊພູທອງ ແລະ ອຸທຸມພອນ ກຳລັງປະເມີນຕາມຂັ້ນຕອນ. ນອກນີ້ແຂວງ ຍັງໄດ້ສຸມໃສ່ສ້າງເງື່ອນໄຂ ໃນ 4 ຈຸດສຸມບຸລິມະສິດ ຄື: ກຸ່ມບ້ານຈຽງຕູບເມືອງ ເຊໂປນ, ກຸ່ມບ້ານຕັງອາໄລ ແລະ ກຸ່ມບ້ານແກ້ງລີ້ນ ເມືອງນອງ ແລະ ບ້ານຄຳປ່າແໜ ເມືອງຊົນນະບູລີ ແນໃສ່ປັບປຸງວຽກງານຮາກຖານການເມືອງ ໃຫ້ມີຄວາມເຂັ້ມແຂງ ແລະ ແກ້ໄຂຄວາມທຸກຍາກໃຫ້ໄດ້.

ທີ່ມາ: ວິທະຍຸກະຂາຍສຽງ ແຂວງສະຫວັນນະເຂດ

ສະຫວັນນະເຂດ ຍັງມີ 49,896 ຄອບຄົວທີ່ບໍ່ທັນພົ້ນທຸກ - 3 - ສະຫວັນນະເຂດ ຍັງມີ 49,896 ຄອບຄົວທີ່ບໍ່ທັນພົ້ນທຸກ
ສະຫວັນນະເຂດ ຍັງມີ 49,896 ຄອບຄົວທີ່ບໍ່ທັນພົ້ນທຸກ - 4 - ສະຫວັນນະເຂດ ຍັງມີ 49,896 ຄອບຄົວທີ່ບໍ່ທັນພົ້ນທຸກ
ສະຫວັນນະເຂດ ຍັງມີ 49,896 ຄອບຄົວທີ່ບໍ່ທັນພົ້ນທຸກ - 5 - ສະຫວັນນະເຂດ ຍັງມີ 49,896 ຄອບຄົວທີ່ບໍ່ທັນພົ້ນທຸກ