ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024

ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024 - 471250395 1148369387298876 7213505353152132232 n - ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024
ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024 - kitchen vibe - ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024

ວັນທີ 23 ທັນວາ 2024 ທີ່ນະຄອນຫຼວງວຽງຈັນ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ພາຍໃຕ້ການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂວງໃນຂອບເຂດທົ່ວປະເທດທີ່ເຂົ້າຮ່ວມກອງປະຊຸມແບບເຊິ່ງໜ້າ ແລະ ທາງອອນລາຍ.

ຈຸດປະສົງ ເພື່ອຖອດຖອນບົດຮຽນ ແລະ ຕີລາຄາ ກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ແລະ ບັນຫາອື່ນໆ ທີ່ປີ່ນອ້ອມ ເພື່ອໃຫ້ໄດ້ຮັບຮູ້ຂໍ້ມູນ-ຂ່າວສານຮ່ວມກັນ, ພ້ອມກັນຈັດຕັ້ງປະຕິບັດ ແລະ ດຳເນີນການແກ້ໄຂບັນດາສິ່ງທ້າທາຍຕ່າງໆ ທີ່ເກີດຂຶ້ນຢູ່ໃນຂະແໜງການທ່ອງທ່ຽວ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ວຽກງານທ່ອງທ່ຽວຂອງລາວມີບາດກ້າວທີ່ດີ, ສ້າງຊື່ສຽງໃຫ້ປະເທດຊາດ ລວມທັງການຈັດປີທ່ອງທ່ຽວລາວໃນຄັ້ງຕໍ່ໄປ.

ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024 - Visit Laos Visit SALANA BOUTIQUE HOTEL - ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024
ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024 - Visit Laos Visit SALANA BOUTIQUE HOTEL - ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024
ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024 - 471471587 1148369430632205 6361112045813046477 n - ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024

ທ່ານ ນາງ ສວນສະຫວັນ ວິຍະເກດ ກ່າວວ່າ, ລັດຖະບານລາວ ໄດ້ຕົກລົງອະນຸມັດໃຫ້ຈັດປີທ່ອງທ່ຽວລາວ 2024 ໃນວັນທີ 23 ພະຈິກ 2023 ພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະຫວັດສາດ” ປະກອບມີ 79 ກິດຈະກໍາ, ໃນນີ້ມີກິດຈະກໍາ ລະດັບຊາດ 14 ກິດຈະກຳ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວລາວເຮົາໃຫ້ຫຼາຍຂຶ້ນ. ຊົມເຊີຍຕໍ່ຄວາມພະຍາຍາມເອົາໃຈໃສ່, ການຮ່ວມມື ແລະ ສະໜັບສະໜູນຂອງທຸກພາກສ່ວນ ທັງພາກລັດ ແລະ ພາກທຸລະກິດ ເພື່ອປະກອບສ່ວນ ແລະ ປັບປຸງຄຸນນະພາບການທ່ອງທ່ຽວຂອງລາວເຮົາໃຫ້ດີຂຶ້ນໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ ເປັນຕົ້ນການເອົາໃຈໃສ່ປັບປຸງໂຄງລ່າງພື້ນຖານ, ການບໍລິການ, ການອຳນວຍຄວາມສະດວກດ້ານການເດີນທາງເຂົ້າ-ອອກປະເທດ, ການປັບປຸງຜະລິດຕະພັນການທ່ອງທ່ຽວໃຫ້ຫຼາກຫຼາຍ ແລະ ການບໍລິການອື່ນໆ ທີ່ກ່ຽວຂ້ອງ ເພື່ອຕອບສະໜອງ ແລະ ຮອງຮັບນັກທ່ອງທ່ຽວທີ່ເດີນທາງເຂົ້າມາທ່ອງທ່ຽວຢູ່ສປປ ລາວ ໃຫ້ມີຄວາມສະດວກສະບາຍ ແລະ ມີຄວາມເພິ່ງພໍໃຈເປັນຢ່າງດີ.

ບັນດາແຂວງຕ່າງໆ ກໍໄດ້ຈັດງານສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຢ່າງເປັນຂະບວນຟົດຟື້ນ, ມີຫຼາຍສີສັນ, ມີການໂຄສະນາຢ່າງກວ້າງຂວາງ, ມີຫຼາຍກິດຈະກຳທີ່ໜ້າສົນໃຈ ແລະ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ອງທ່ຽວຢູ່ພາຍໃນແຂວງຂອງຕົນເປັນຈຳນວນຫຼາຍພໍສົມຄົນ.

ການຈັດຕັ້ງປະຕິບັດນະໂຍບາຍວິຊ່າ ແລະ ໄລຍະການພັກເຊົາຢູ່ ສປປ ລາວ ສຳລັບນັກທ່ອງທ່ຽວກຸ່ມເປົ້າໝາຍ ໄລຍະປີທ່ອງທ່ຽວລາວ 2024 ກໍເຫັນວ່າມີທ່າອ່ຽງທີ່ດີ ໂດຍສະເພາະນັກທ່ອງທ່ຽວຈາກ ສປ ຈີນ ເດີນທາງມີທ່ອງທ່ຽວລາວ ເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍ.

ໃນວາລະກອງປະຊຸມ ໄດ້ຮັບຟັງການຄຸ້ມຄອງວຽກງານທ່ອງທ່ຽວໃນໄລຍະເປີດປີທ່ອງທ່ຽວລາວ 2024, ນະໂຍບາຍວີຊາ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ພ້ອມກັນຄົ້ນຄວ້າຕີລາຄາ ແລະ ປະກອບຄຳເຫັນ ເພື່ອນໍາສະເໜີຕໍ່ກອງປະຊຸມເປີດກວ້າງຂອງລັດຖະບານ.

ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024 - 3 - ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024
ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024 - 4 - ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024
ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024 - 5 - ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024