ລາວ-ໄທ ທົບທວນ ແລະ ວາງແຜນສືບຕໍ່ຮ່ວມມື ເພື່ອຄວບຄຸມຢາເສບຕິດຕາມຊາຍແດນ

ຂ່າວໜັງສືພິມຄວາມສະຫງົບລາຍງານວ່າ: ວັນທີ 25 ທັນວາ 2024 ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສອງຝ່າຍລາວ-ໄທລະດັບລັດຖະມົນຕີວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ ຄັ້ງທີ 20 ເຂົ້າຮ່ວມໂດຍທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ຝ່າຍໄທ ນໍາໂດຍ ທ່ານ ພັນເອກ ທະວີ ສອດສ່ອງ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.
ທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ລາຍງານວ່າ ໃນໄລຍະ 3 ປີຜ່ານມາ ລັດຖະບານ ສປປ ລາວ ໄດ້ເອົາໃຈໃສ່ຢ່າງຈິງຈັງ ແລະ ສຸມທຸກກໍາລັງແຮງເຂົ້າໃນການແກ້ໄຂບັນຫາຢາເສບຕິດ ໂດຍໄດ້ເລັ່ງໃສ່ປະຕິບັດແຜນຍຸດທະສາດ ເພື່ອຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ (2021- 2025) ໂດຍການຜັນຂະຫຍາຍແຜນຍຸດທະສາດດັ່ງກ່າວ ລັດຖະບານໄດ້ຮັບຮອງວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ ສປປ ລາວ 2021-2025 ແລະ ໄດ້ປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດຄືນໃໝ່, ໄດ້ອອກມະຕິຄໍາສັ່ງຫຼາຍສະບັບ ເພື່ອຊີ້ນໍາໃຫ້ພາກສ່ວນຕ່າງໆທີ່ ກ່ຽວຂ້ອງນັບທັງສູນກາງ ແລະ ທ້ອງຖິ່ນ ສາມາດມ້າງຄະດີ ແລະ ຈັບກຸມຜູ້ຄ້າຂາຍຢາເສບຕິດ ພ້ອມທັງຢຶດຂອງກາງຢາເສບຕິດ, ຊັບສິນ, ອາວຸດໄດ້ຈໍານວນຫຼວງຫຼາຍ. ພ້ອມວາງນະໂຍບາຍການແກ້ໄຂບັນຫາຢາເສບຕິດເປັນໜ້າທີ່ຄວາມຮັບຜິດຊອບຂອງທົ່ວສັງຄົມ ພິເສດແມ່ນການສົມທົບກໍາລັງທະຫານຊາຍແດນ ກະຊວງປ້ອງກັນປະເທດ ເຂົ້າຮ່ວມໃນຂະບວນການແກ້ໄຂບັນຫາຢາເສບຕິດຕາມບໍລິເວນຊາຍແດນ ລາວ-ໄທ ໂດຍສະເພາະການສະກັດກັ້ນຕາມບໍລິເວນຊາຍແດນ ທີ່ຕິດຈອດກັບເຂດສາມຫຼ່ຽມຄໍາ.
ນອກຈາກນັ້ນ ໄດ້ເລັ່ງໃສ່ການໂຄສະນາປ້ອງກັນຢາເສບຕິດ ໂດຍໄດ້ເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ຢູ່ຕາມຊຸມຊົນ ແລະ ສະຖາບັນການສຶກສາ, ໄດ້ເອົາໃຈໃສ່ໃນການບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ ຕິດຢາເສບຕິດ ແລະ ໄດ້ຮ່ວມກັບອົງການສະຫະປະຊາຊາດ ເພື່ອຄວບຄຸມຢາເສບຕິດ ແລະ ຕ້ານ ອາຊະຍາກຳ ສ້າງຕັ້ງໜ່ວຍງານບໍລິການປິ່ນປົວ ແລະ ໃຫ້ຄໍາປຶກສາແກ່ຜູ້ທີ່ມີບັນຫາກ່ຽວກັບສິ່ງເສບ ຕິດຂັ້ນຊຸມຊົນ ຢູ່ໂຮງໝໍເມືອງ ໄດ້ 28 ແຫ່ງ, ໄດ້ເອົາໃຈໃສ່ວຽກງານເຝົ້າລະວັງການລັກລອບປູກຝິ່ນຄືນໃໝ່ ແລະ ການລັກລອບປູກຄັນຊາ ຂອງປະຊາຊົນຢູ່ເຂດພາກເໜືອ ແລະ ພາກກາງຂອງລາວ. ວຽກງານທີ່ພົ້ນເດັ່ນອີກດ້ານໜຶ່ງແມ່ນການຮ່ວມມືກັບປະເທດເພື່ອນມິດ ແລະ ສາກົນ ໃນຫຼາຍດ້ານ ໂດຍສະເພາະແມ່ນການຮ່ວມມື ສອງຝ່າຍ ລາວ-ໄທ ວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ ໄດ້ມີຫຼາຍອັນພົ້ນເດັ່ນ ແລະ ເປັນຮູບປະທຳ.
ຄຽວຄູ່ດຽວກັນ, ນັບແຕ່ກອງປະຊຸມຄັ້ງທີ 19 ເປັນຕົ້ນມາ ເຈົ້າໜ້າທີ່ຂອງທັງສອງອົງການຄວບຄຸມຢາເສບຕິດ ກໍຄື ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ຂອງ ສປປ ລາວ ແລະ ສຳນັກງານຄະນະກຳມະການປ້ອງກັນ ແລະ ປາບປາມຢາເສບຕິດ ແຫ່ງ ຣາຊະອານາຈັກໄທ ໄດ້ພ້ອມກັນຈັດຕັ້ງປະຕິບັດຫຼາຍກິດຈະກຳຮ່ວມກັນ ຕາມການຕົກລົງກັນໃນກອງປະຊຸມຄັ້ງກ່ອນ ຂ້າພະເຈົ້າກໍໄດ້ຕີລາຄາສູງຕໍ່ ຜົນສໍາເລັດ ທີ່ເປັນຮູບປະທຳຢ່າງແທ້ຈິງໃນຫຼາຍດ້ານ ເປັນຕົ້ນ ການສືບສວນນໍາຈັບເປົ້າໝາຍ ສົ່ງຕົວຜູ້ຖືກຫາໃຫ້ເຊິ່ງກັນ ແລະ ກັນມີ 2 ເລື່ອງ ຄື: ທ້າວ ອ່ອງ ກິມວາ, ທ້າວ ປາໂມດ ປິ່ນປະເສີດ, ການສະໜັບສະໜູນທາງດ້ານວິຊາການ, ການແລກປ່ຽນຂໍ້ມູນຂ່າວສານ, ດ້ານວັດຖຸອຸປະກອນ ແລະ ງົບປະມານຈໍານວນໜຶ່ງເຊິ່ງໄດ້ປະກອບສ່ວນສໍາຄັນ ເຂົ້າໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ຢູ່ ສປປ ລາວ 2021-2025, ໂຄງການສ້າງຈຸດກວດກາຢາເສບຕິດທາງບົກ ແລະ ທາງນໍ້າ. ພ້ອມນັ້ນ, ກໍຍັງມີວຽກງານຫຼາຍດ້ານທີ່ໄດ້ປະສານງານກັນຢ່າງໃກ້ຊິດ ແລະ ເປັນ ປົກກະຕິດ້ວຍດີຕະຫຼອດມາ.