ມາເລເຊຍຈະນຳເຂົ້າເປັດ-ໄກ່ ຈາກອິນໂດເນເຊຍ
ທ່ານ ອາເດ ຊູລກາເນນ ຫົວໜ້າກົມລ້ຽງສັດອິນໂດເນເຊຍ ກ່າວກັບໜັງສືພິມຈາກາຕາໂພດວ່າ: ມາເລເຊຍມີແຜນນຳເຂົ້າໄກ່ ແລະ ເປັດຈາກອິນໂດເນເຊຍ ພາຍຫລັງຄະນະຜູ້ແທນອິນໂດເນເຊຍຢ້ຽມຢາມມາເລເຊຍ.
ຄະນະຜູ້ແທນການຄ້າກະຊວງກະສິກຳອິນໂດເນເຊຍ ເດີນທາງຢ້ຽມຢາມມາເລເຊຍ ໃນວັນທີ 21 ພະຈິກ ໂດຍສະເໜີຂາຍສັດລ້ຽງເຊັ່ນ: ໄກ່ ແລະ ເປັດຈາກທຸລະກິດຟາມຂະໜາດນ້ອຍ ແລະ ຂະໜາດກາງອິນໂດເນເຊຍໃຫ້ມາເລເຊຍ ເຊິ່ງລັດຖະບານມາເລເຊຍເຫັນພ້ອມຕາມຂໍ້ສະເໜີດັ່ງກ່າວ ໂດຍຄາດວ່າຜູ້ປະກອບການນຳເຂົ້າພາກເອກະຊົນຈະເລີ່ມຈັດຊື້ໄດ້ໃນໄຕມາດທຳອິດຂອງປີໜ້າ. ຄະນະຜູ້ແທນລັດຖະບານມາເລເຊຍຈະໄດ້ກວດສອບລະບົບດ້ານການຈັດການຟາມໄກ່ ແລະ ເປັດ ເພື່ອໃຫ້ໝັ້ນໃຈວ່າດຳເນີນການຕາມລະບຽບການຂະຫຍາຍພັນສັດ ແລະ ເປັນໄປຕາມມາດຕະຖານຂອງອົງການສຸຂະພາບສັດໂລກ. ຟາມບາງແຫ່ງຢູ່ແຂວງຊະວາຕາເວັນຕົກໄດ້ຮັບການຮັບຮອງຈາກລັດຖະບານອິນໂດເນເຊຍວ່າປອດເຊື້ອໄຂ້ຫວັດສັດປີກ.