11 ເດືອນ ປີ 2026 ເກັບລາຍຮັບງົບປະມານໄດ້ 59,371 ຕື້ກີບ ເທົ່າກັບ 116% ຂອງແຜນການປີ

ວັນທີ 26 ທັນວາ 2024 ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງ ການເງິນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2024 ໃນກອງປະຊຸມສະຫຼຸບວຽກງານການເງິນ ປະຈຳປີ 2024 ແລະ ທິດທາງ 2025 ວ່າ: ໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2024 ສະເພາະດ້ານລາຍຮັບ: ຜ່ານການຈັດຕັ້ງປະຕິບັດລາຍຮັບ ຮອດປະຈຸບັນ (ວັນທີ 24 ທັນວາ 2024) ສາມາດປະຕິບັດໄດ້ 59,371 ຕື້ກີບ ເທົ່າກັບ 116% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 41% ເປັນເງິນປະມານ 17,327 ຕື້ກີບ, ໃນນັ້ນ: ລາຍຮັບພາຍໃນ ປະຕິບັດໄດ້ 56,238 ຕື້ກີບ ເທົ່າກັບ 122% ຂອງແຜນການປີ. ໃນນີ້: ລາຍຮັບສູນກາງ ປະຕິບັດໄດ້ 38,972 ຕື້ກີບ, ເທົ່າກັບ 111% ຂອງແຜນການປີ ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 17,267 ຕື້ກີບ ເທົ່າກັບ 159% ຂອງແຜນການປີ (ບັນດາແຂວງເກີນແຜນ) 1 ຄາດຄະເນສູ້ຊົນລາຍຮັບທັງໝົດ ໃນປີ 2024 ຈະໄດ້ລື່ນຄາດໝາຍ ຕາມທີ່ມະຕິສະພາແຫ່ງຊາດ ສະບັບເລກ ທີ 154/ສພຊ, ລົງວັນທີ 12 ທັນວາ 2024 ຮັບຮອງ ເລັກນ້ອຍ.
ສິ່ງທີ່ພົ້ນເດັ່ນ: ປັດໄຈທີ່ເຮັດໃຫ້ລາຍຮັບເພີ່ມຂຶ້ນ ຍ້ອນເສດຖະກິດມີການຂະຫຍາຍຕົວ, ຫຼາຍກິດຈະການ ມີທ່າອ່ຽງເພີ່ມຂຶ້ນ ເປັນປັດໄຈໜຶ່ງທີ່ສາມາດເຮັດໃຫ້ເກັບລາຍຮັບໄດ້ເພີ້ມຂື້ນ ເປັນຕົ້ນ: ລາຍຮັບກິດຈະການຂົນສົ່ງ 131%; ໂຮງແຮມ-ບ້ານພັກ ເພີ່ມຂຶ້ນ 79%, ພາຫະນະ 96%, ບັນເທິງ ແລະ ຫວຍ 60%, ໄຟຟ້າ 52%, ການຄ້າ 67%, ນ້ຳມັນເຊື້ອໄຟ 59%, ທະນາຄານ ແລະ ການປະກັນໄພ 28%, ບໍ່ແຮ່ 46%, ຜະລິດເຄື່ອງດື່ມ 38% ແລະ ອື່ນໆ; ໄດ້ເພີ່ມອັດຕາອາກອນຊົມໃຊ້ຂອງບາງປະເພດສິນຄ້າ ເປັນຕົ້ນ: ພາຫະນະທີ່ນຳໃຊ້ນໍ້າມັນເຊື້ອໄຟ (ສະເພາະລົດຈິບ ແລະ ລົດເກັງ), ເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ, ເບຍ, ຢາສູບ, ເຄື່ອງດື່ມສໍາເລັດຮູບ, ຕູ້ເກມຢອດຫຼຽນ; ຈາກການປັບອັດຕາ ອາກອນມູນຄ່າເພີ່ມ ຈາກ 7% ເປັນ 10%, ພາສີຂາອອກ ແລະ ຄ່າຊັບພະຍາກອນທຳມະຊາດ; ຄຸ້ມຄອງເກັບລາຍຮັບທີ່ເປັນສະກຸນເງິນຕາຕ່າງປະເທດ ເຮັດໃຫ້ລາຍຮັບ ເປັນເງິນໂດລາເພີ່ມຂຶ້ນ 28% ແລະ ເງິນບາດເພີ່ມຂຶ້ນ 18% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນນັ້ນລວມມີການເກັບລາຍຮັບຈາກແຮ່ທາດ ແລະ ຊັບສິນດີຈີຕອນ; ໄດ້ທົດລອງມອບຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ ຕາມທິດສາມສ້າງຈຳນວນ 105 ຫົວໜ່ວຍ ໃຫ້ 9 ແຂວງ ສາມາດເກັບລາຍຮັບເພີ້ມຂື້ນ 138% ຂອງແຜນ ການປີ ແລະ ທຽບໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 55%; ໄດ້ອັດຊ່ອງຫວ່າງການຮົ່ວໄຫຼ ດ້ວຍການປາບປາມການລັກລອບໜີພາສີ ມີການຕິດຕາມ, ກວດກາ.
ພ້ອມທັງ, ໄດ້ທ້ອນໂຮມຊັບສິນທີ່ເຈົ້າໜ້າທີ່ຍຶດ, ອາຍັດ ແລະ ສານຕັດສິນຮິບເປັນຂອງລັດ ເພື່ອມອບເຂົ້າງົບປະມານແຫ່ງລັດ,ລວມທັງໄດ້ຄຸ້ມຄອງຜູ້ບໍລິການແຈ້ງພາສີ ແລະ ຜູ້ແຈ້ງພາສີທົ່ວໄປ ດ້ວຍການກໍານົດເງື່ອນໄຂໃຫ້ມີການຄໍ້າປະກັນນຳລັດຖະການພາສີ ເປັນວົງເງິນ 500 ລ້ານກີບ ຂຶ້ນໄປ ເພື່ອເປັນການບັງຄັບໃຊ້ກົດໝາຍຕໍ່ຜູ້ບໍລິການແຈ້ງພາສີທີ່ລະເມີດກົດໝາຍວ່າດ້ວຍພາສີ; ວຽກງານຫັນເປັນສະໄໝຕິດພັນກັບການເກັບລາຍຮັບທີ່ດິນ: ໄດ້ດຶງຂໍ້ມູນຕອນດິນ ເຂົ້າໃນລະບົບ (TaxRIS) ຊຶ່ງຮອດປະຈຸບັນໄດ້ 1,333,569 ຕອນ ເພີ່ມຂຶ້ນ 54% ຈາກປີຜ່ານມາ ແລະ ຄຸ້ມຄອງພາຫະນະເຂົ້າສູ່ລະບົບ 448,084 ຄັນ ເຮັດໃຫ້ເກັບລາຍຮັບເພີ່ມຂຶ້ນ 12% ທຽບໃສ່ປີຜ່ານມາ; ນຳໃຊ້ລະບົບຈັດເກັບຄ່າທຳນຽມແລະ ຄ່າບໍລິການລວມສູນຢູ່ (8 ດ່ານສາກົນ ດ້ວຍລະບົບທັນສະໄໝ, ສຳລັບບັນດາດ່ານທີ່ຍັງເຫຼືອ ຈະໃຫ້ສາມາດຈັດຕັ້ງປະຕິບັດໃນປີ 2025.