ແຂວງສະຫວັນນະເຂດກວດພົບ 54 ໂຄງການ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ເສຍຫາຍ 165,43ຕື້ກີບ ແລະ 215,850 ໂດລາສະຫາລັດ

ທ່ານ ລຳທອງ ຂອບສີລາວົງ ປະທານກວດກາພັກ-ລັດແຂວງ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງສະຫວັນນະເຂດຊຸດທີ II ວັນທີ 26 ທັນວາ 2024 ນີ້ວ່າ: ແຂວງສະຫວັນນະເຂດໄດ້ກວດກາການລົງທຶນຂອງລັດປະຈໍາປີ 2024 ເຊິ່ງມີທັງໝົດ 16 ໂຄງການ ລວມມູນຄ່າທີ່ສະພາຮັບຮອງທັງໝົດ 68,57ຕື້ກີບ ໃນນີ້ ມີ 12 ໂຄງການທີ່ພະແນກການ ເປັນເຈົ້າຂອງໂຄງການ ແລະ ມີ 4 ໂຄງການມູນຄ່າ 5 ຕື້ກີບລົງມາ ເມືອງເປັນເຈົ້າຂອງໂຄງການ ຜ່ານການຕິດຕາມກວດກາເຫັນວ່າມີ 1ໂຄງການບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ, ວຽກງານຕິດຕາມ ແລະ ຊຸກຍູ້ແກ້ໄຂ ຕິດຕາມການກວດກາການຈັດຕັ້ງປະຕິບັດ ການແກ້ໄຂຜົນການກວດກາ ຕາມຜົນການກວດສອບ ຕາມມະຕິສະພາປະຊາຊົນແຂວງ ແມ່ນໄດ້ຮັບການແກ້ແລ້ວມີ 15 ບັນຫາ, ບັນຫາທີ່ໄດ້ຮັບການແກ້ໄຂແຕ່ບໍ່ຂາດຕົວ ມີ 13 ບັນຫາ ແລະ ບັນຫາທີ່ບໍ່ໄດ້ຮັບການແກ້ໄຂ ມີ 3 ບັນຫາ. ການຕິດຕາມການກວດກາ ການແກ້ໄຂ ຜົນຂອງການກວດກາ, ບັນດາໂຄງການລົງທຶນຂອງລັດມີ ໂຄງການ 10 ຕື້ລົງມາ ແລະ 10 ຕື້ຂຶ້ນໄປ, ຕິດຕາມກວດກາ 54 ໂຄງການທີ່ປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍມີຜົນເສຍຫາຍທັງໝົດ 165,43 ຕື້ກີບ ແລະ 215,850 ໂດລາສະຫາລັດ, ມີ 9 ບັນຫາ ອົງການກວດກາລັດ ໄດ້ແຕ່ງຕັ້ງໜ່ວຍງານສະເພາະ ລົງຊຸກຍູ້ໂຄງການທີ່ໄດ້ຮັບການແກ້ໄຂໂຄງການ ສໍາເລັດແລ້ວ 1 ບັນຫາ ຍັງຄ້າງ1 ບັນຫາ ແລະ ຍັງບໍ່ໄດ້ຮັບການແກ້ໄຂ 7 ບັນຫາ ມູນຄ່າ 40,481ຕື້ກີບ ແລະ 21,508.50ໂດລາ
ທີ່ມາ: Media Laos