ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 3 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 3 ສະໄໝທີ VII ໄດ້ໄຂຂຶ້ນໃນວັນທີ 22-24 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າ ຄະນະຈັດຕັ້ງສູນກາງພັກ, ມີບັນດາຄະນະບໍລິຫານງານສະຫະພັນແມ່ຍິງລາວທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ, ເພື່ອຈະໄດ້ສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານຂອງສະຫະພັນແມ່ຍິງລາວໃນໜຶ່ງປີຜ່ານມາ ແລະ ວາງທິດທາງແຜນການປະຈໍາປີ 2018, ພ້ອມຈະໄດ້ທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານຄັ້ງທີ 2 ແລະ ການຈັດຕັ້ງ ປະຕິບັດວຽກງານໃຫ້ຄໍາປຶກສາ ແລະ ປົກປ້ອງ ແມ່ຍິງ-ເດັກນ້ອຍ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະທີ 1 ແລະ ວຽກງານ 3 ສ້າງເຂົ້າສູ່ລວງເລິກກົນໄກການປະສານງານວຽກງານພົວພັນ ຮ່ວມມືກັບຕ່າງປະເທດໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ພ້ອມກັນນີ້ ຍັງຈະໄດ້ສືບຕໍ່ປຶກສາຫາລືໃນການຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມປຶກສາຫາລືກ່ຽວກັບການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງຄັ້ງທີ 2 ແລະ ຕີລາຄາແບບແຜນວິທີນໍາພາ, ວິທີເຮັດວຽກ, ການຂະຫຍາຍກົງຈັກຈັດຕັ້ງສູ່ຫົວໜ່ວຍພາກເອກະຊົນ, ການກໍ່ສ້າງພະນັກງານເພດຍິງ, ວຽກງານກວດກາ, ການປົກປັກຮັກສາມູນເຊື້ອວັດທະນະທໍາແນໃສ່ ແກ້ໄຂປາກົດການຫຍໍ້ທໍ້, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງຊາດໃຫ້ມີຫມາກຜົນ.