ວຽກງານປະກັນໄພຍັງເປັນປັນຫາທີ່ອາຊຽນພວມເລັ່ງແກ້ໄຂ

ສະພາບເສດຖະກິດໂລກຍັງເປັນໄພຄຸກຄາມຕໍ່ວຽກງານປະກັນໄພໃນອາຊຽນເຮັດໃຫ້ມີການຂະຫຍາຍຕົວຊ້າ, ບັນດາປະເທດສະມາຊິກອາຊຽນມີການຮ່ວມມືກັນເລັ່ງໄຂບັນຫາ, ຫຼ້າສຸດກໍ່ໄດ້ມີການຈັດກອງປະຊຸມປະກັນໄພອາຊຽນຂຶ້ນຢູ່ລາວພ້ອມທັງເປີດກອງປະຊຸມປິ່ນອ້ອມຫລາຍກອງປະຊຸມ ເພື່ອແກ້ບັນຫາຫລາຍຂົງເຂດ ເພື່ອສະໜັບສະໜູນວຽກງານປະກັນໄພອາຊຽນໃຫ້ມີທ່າຂະຫລາຍຕົວ.
ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນກ່າວໃນຂະນະທີ່ເຂົ້າຮ່ວມເປັນປະທານເປີດກອງປະຊຸມຄະນະກຳມະການປະກັນໄພອາຊຽນຄັ້ງທີ20 ແລະ ກອງປະຊຸມສະພາປະກັນໄພອາຊຽນຄັ້ງທີ 43 ເມື່ອວັນທີ 21 ພະຈິກ ນີ້ທີ່ນະຄອນຫຼວງວຽງຈັນວ່າ: ເສດຖະກິດໂລກຂະຫຍາຍຕົວເລັກໜ້ອຍ ແຕ່ຄວາມບໍ່ໝັ້ນຄົງຍັງມີຢູ່, ຄວາມບໍ່ແນ່ນອນທາງດ້ານເສດຖະກິດນັ້ນໄດ້ສົ່ງຜົນສະທ້ອນຕໍ່ການຈະເລີນເຕີບໂຕທາງດ້ານປະກັນໄພ ລວມຍອດປະກັນໄພທາງດ້ານທຸລະກິດຫລຸດລົງ 43% ໃນປີ2015 ແລະ 3,1% ໃນປີ 2016, ລວມຍອດປະກັນໄພສຸດທິອາຊຽນບັນລຸພຽງ 79,20ຕື້ໂດລາສະຫະລັດ, ຊັບສິນປະກັນໄພອາຊຽນມີພຽງ 404,6 ຕື້ໂດລາ, ສຳລັບການໃຊ້ບໍລິການມີຄ່ານິຍົມຫລາຍທີ່ສຸດຄືປະກັນໄພຊີວິດກວມເອົາ 83,6% ຫລື ເທົ່າກັບ 338,6 ຕື້ໂດລາສະຫະລັດ.
ແນວໃດກໍຕາມການຈັດກອງປະຊຸມປະກັນໄພອາຊຽນຢູ່ລາວ ຈະເປັນກອງປະຊຸມ ຄົ້ນຄວ້າປຶກສາຫາລື ຫາທາງອອກນຳກັນເພື່ອຊຸກຍູ້ສົ່ງເສີມວຽກງານປະກັນໄພອາຊຽນ, ເພາະວ່າມີຫລາຍກອງປະຊຸມຍ່ອຍປິ່ນອ້ອມກວມເອົາຂົງເຂດ ການຄຸ້ມຄອງປະກັນໄພອາຊຽນ, ປະກັນໄພທຳມະຊາດ, ການເປີດເສລີບໍລິການການເງິນ, ປະກັນໄພພິບັດແລະອື່ນໆ ເພື່ອໃຫ້ຕອບສະຫນອງໄດ້ຕາມຄວາມຕ້ອງການຂອງຜູ້ທີ່ຈະຊົມໃຊ້ບໍລິການມີການ.