ການເມືອງ ສ.ເກົາຫລີ ຂັດແຍ່ງໜັກ ສະພາຖອດຖອນຮັກສາການປະທານາທິບໍດີ

ການເມືອງ ສ.ເກົາຫລີ ເຄັ່ງຕຶງຂຶ້ນອີກ ເມື່ອສະພາເຊິ່ງຝ່າຍຄ້ານຄອງສຽງສ່ວນຫລາຍ ຖອດຖອນຮັກສາການປະທານາທິບໍດີ ດ້ວຍສາເຫດທີ່ຍືດເຍື້ອຈາກກໍລະນີປະທານາທິບໍດີປະກາດກົດໄອຍະການເສິກ.
ສະພານິຕິບັນຍັດແຫ່ງຊາດຂອງ ສ.ເກົາຫລີ ມີມະຕິໃນກອງປະຊຸມວັນທີ 27 ທັນວາ ດ້ວຍສຽງເປັນເອກະພາບ 192 ຕໍ່ 0 ຖອດຖອນທ່ານ ຮັນ ດ໊ອກຊູ ພົ້ນຈາກການປະຕິບັດໜ້າທີ່ຮັກສາການປະທານາທິບໍດີ ຖືເປັນຄັ້ງທໍາອິດໃນປະຫວັດສາດການເມືອງຂອງ ສ.ເກົາຫລີ ເຊິ່ງຜູ້ດໍາລົງຕໍາແໜ່ງຮັກສາການປະທານາທິບໍດີ ຕ້ອງພົ້ນຈາກໜ້າທີ່ດ້ວຍຍັດຕິຖອດຖອນຂອງສະພາ.
ເຖິງຢ່າງໃດກໍຕາມ, ພັກພະລັງປະຊາຊົນ (PP) ເຊິ່ງເປັນພັກລັດຖະບານສຽງສ່ວນໜ້ອຍ ປະທ້ວງຢ່າງໜັກ ແລະ ກ່າວວ່າ: ຈະມີການຮ້ອງຮຽນຕໍ່ສານ ເນື່ອງຈາກທ່ານ ຮັນ ດ໊ອກຊູ ຢູ່ໃນຕໍາແໜ່ງຮັກສາການປະທານາທິບໍດີຖືວ່າມີສັກ ແລະ ອໍານາດທຽບເທົ່າກັນ. ດັ່ງນັ້ນ ການຖອດຖອນຕ້ອງໃຊ້ສຽງສະໜັບສະໜູນບໍ່ຕໍ່າກວ່າສອງໃນສາມ ຫລື ສຽງສ່ວນຫລາຍພິເສດ ຄືຢ່າງໜ້ອຍ 200 ຈາກທັງໝົດ 300 ສຽງໃນສະພາ.
ສ່ວນພັກປະຊາທິປະໄຕ (DP) ເຊິ່ງເປັນແກນນໍາຝ່າຍຄ້ານ ກ່າວວ່າ: ທ່ານ ຮັນ ດ໊ອກຊູ ມີຕໍາແໜ່ງເປັນໜຶ່ງໃນເຈົ້າໜ້າທີ່ຄະນະລັດຖະບານ ນັ້ນຄືນາຍົກລັດຖະມົນຕີ ເຊິ່ງການຖອດຖອນໃຊ້ພຽງສຽງສ່ວນຫລາຍປົກກະຕິ ຄືເກີນເຄິ່ງໜຶ່ງຂອງອົງປະຊຸມ ຄືຢ່າງໜ້ອຍ 151 ຈາກທັງໝົດ 300 ສຽງ.
ຂະນະດຽວກັນ, ພັກ DP ໃຫ້ເຫດຜົນກ່ຽວກັບການຖອດຖອນທ່ານ ຮັນ ດ໊ອກຊູ ມາຈາກກໍລະນີຮັກສາການປະທານາທິບໍດີ ປະຕິເສດລົງນາມຮັບຮອງການແຕ່ງຕັ້ງຜູ້ພິພາກສາສານລັດຖະທໍາມະນູນ 3 ຄົນ ທີ່ສະພາຝ່າຍຄ້ານຄອງສຽງສ່ວນຫລາຍ ມີມະຕິສະເໜີຊື່ເພື່ອໃຫ້ເຂົ້າມາປະຕິບັດໜ້າທີ່ແທນຜູ້ພິພາກສາ 3 ຄົນ ທີ່ໝົດວາລະໄປກ່ອນ ຖືວ່າເຈດຕະນາລະເມີດລັດຖະທໍາມະນູນ ເຊິ່ງລະບຸຊັດເຈນວ່າ: ຜູ້ດໍາລົງຕໍາແໜ່ງຮັກສາການປະທານາທິບໍດີມີອໍານາດທຽບເທົ່າປະທານາທິບໍດີ.
ປັດຈຸບັນ, ສານລັດຖະທໍາມະນູນຂອງ ສ.ເກົາຫລີ ມີຕຸລາການ 6 ຄົນ ເຊິ່ງຖ້າເປັນແບບນີ້ໃນຂະບວນການພິຈາລະນາ ການຖອດຖອນປະທານາທິບໍດີ ຢຸນ ຊອກຢໍ ທີ່ສະພາມີມະຕິເຫັນພ້ອມ ໃນວັນທີ 14 ທັນວາຜ່ານມາ ຈາກການທີ່ທ່ານ ຢຸນ ຊອກຢໍ ປະກາດກົດໄອຍະການເສິກ ໃນຕົ້ນທັນວານີ້. ໝາຍຄວາມວ່າ: ຕຸລາການທັງ 6 ຄົນທີ່ເຫລືອ ຕ້ອງມີມະຕິເປັນເອກະພາບເທົ່ານັ້ນ ເນື່ອງຈາກລັດຖະທໍາມະນູນຂອງ ສ.ເກົາຫລີ ລະບຸວ່າ: ມະຕິຂອງສານລັດຖະທໍາມະນູນໃນການຖອດຖອນປະທານາທິບໍດີ ຕ້ອງໄດ້ຮັບສຽງສະໜັບສະໜູນຈາກສານລັດຖະທໍາມະນູນບໍ່ຕໍ່າກວ່າ 6 ສຽງ ຈາກທັງໝົດ 9 ສຽງ.