ປີ 2024 ເກັບລາຍຮັບໄດ້ 116% ເປັນເງິນ 59,371 ຕື້ກີບ ຄາດຄະເນປີຕໍ່ໄປໃຫ້ໄດ້ 68,100 ຕື້ກີບ

ປີ 2024 ເກັບລາຍຮັບໄດ້ 116% ເປັນເງິນ 59,371 ຕື້ກີບ ຄາດຄະເນປີຕໍ່ໄປໃຫ້ໄດ້ 68,100 ຕື້ກີບ - 471533861 1661122017842523 36620024709087722 n 1 - ປີ 2024 ເກັບລາຍຮັບໄດ້ 116% ເປັນເງິນ 59,371 ຕື້ກີບ ຄາດຄະເນປີຕໍ່ໄປໃຫ້ໄດ້ 68,100 ຕື້ກີບ
ປີ 2024 ເກັບລາຍຮັບໄດ້ 116% ເປັນເງິນ 59,371 ຕື້ກີບ ຄາດຄະເນປີຕໍ່ໄປໃຫ້ໄດ້ 68,100 ຕື້ກີບ - kitchen vibe - ປີ 2024 ເກັບລາຍຮັບໄດ້ 116% ເປັນເງິນ 59,371 ຕື້ກີບ ຄາດຄະເນປີຕໍ່ໄປໃຫ້ໄດ້ 68,100 ຕື້ກີບ

ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2024 ໃນກອງປະຊຸມສະຫຼຸບວຽກງານການເງິນ ປະຈຳປີ 2024 ແລະ ທິດທາງ 2025 ຄັ້ງວັນທີ 26 ທັນວາ 2024 ນີ້ວ່າ:  ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2024 ນັບແຕ່ຕົ້ນປີມາຮອດວັນທີ 24 ທັນວາ 2024 ສາມາດປະຕິບັດໄດ້ 59,371 ຕື້ກີບເທົ່າກັບ 116% ຂອງແຜນການປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 41% ເປັນເງິນປະມານ 17,327 ຕື້ກີບ.

ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 56,238 ຕື້ກີບເທົ່າກັບ 122% ຂອງແຜນການປີ (ລາຍຮັບສູນກາງ ປະຕິບັດໄດ້ 38,972 ຕື້ກີບເທົ່າກັບ 111% ຂອງແຜນການປີ; ລາຍຮັບທ້ອງຖິ່ນປະຕິບັດໄດ້ 17,267 ຕື້ກີບເທົ່າກັບ 159% ຂອງແຜນການປີ ແລະ ຄາດຄະເນສູ້ຊົນລາຍຮັບໝົດໃນປີ 2024 ຈະໄດ້ລື່ນຄາດໝາຍຕາມທີ່ມະຕິສະພາແຫ່ງຊາດ ສະບັບເລກທີ 154/ສພຊ, ລົງວັນທີ 12 ທັນວາ 2024 ຮັບຮອງເລັກນ້ອຍ.

ການຈັດຕັ້ງປະຕິບັດງົບປະມານແຫ່ງລັດປີ 2024 ແມ່ນຍັງຢູ່ໃນໄລຍະທີ່ ເສດຖະກິດໂລກຍັງປະເຊີນກັບສິ່ງທ້າທາຍໃນຫຼາຍດ້ານ ໂດຍສະເພາະອັດຕາເງິນເຟີ້ຍັງສູງ, ລາຄາພະລັງງານ ແລະ ທອງຄໍາຜັນຜວນ, ການຫວ່າງງານເພີ່ມຂຶ້ນ, ພ້ອມນີ້ເສດຖະກິດ-ການເງິນພາຍໃນກໍຍັງມີຄວາມບອນບາງເຊັ່ນ: ລະດັບເງິນເຟີ້ຢູ່ລະດັບສອງຕົວເລກ, ສະພາບອ່ອນຄ່າຂອງເງິນກີບ, ຄ່າຄອງຊີບຍັງສູງ.

ສໍາລັບແຜນງົບປະມານແຫ່ງລັດ ປະຈໍາປີ 2025 ຂະແໜງການເງິນໄດ້ຮັບແຜນການຈັດເກັບລາຍຮັບທັງໝົດ 68,100 ຕື້ກີບ, ປະມານ 18,16% ຂອງ GDP. ໃນນັ້ນ, ລາຍຮັບພາຍໃນ 62,700 ຕື້ກີບ; ລາຍຈ່າຍທັງໝົດ 71,850 ຕື້ກີບ ຫຼື ປະມານ 19.16% ຂອງ GDP ແລະ ການຂາດດຸນງົບປະມານຈໍານວນ 3,750 ຕື້ກີບປະມານ 1% ຂອງ GDP. ພ້ອມນັ້ນ, ລາຍຈ່າຍກໍຕ້ອງເຂັ້ມງວດຈໍາກັດ,ຈ່າຍໃຫ້ຖືກຕ້ອງຕາມຕົວຈິງຖືກກັບລະບຽບກົດໝາຍຕ້ອງຍົກສູງຄວາມເປັນເຈົ້າການ, ເປັນແບບຢ່າງທີ່ດີໃຫ້ຂະແໜງການອື່ນໆ, ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ຜັນຂະ ຫຍາຍທິດຊີ້ນຳຂອງກົມການເມືອງສູນກາງພັກ ໂດຍສະເພາະເນື້ອໃນມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ແຕ່ນີ້ຮອດປີ 2025 ຕ້ອງສຸມທຸກກໍາລັງແຮງສັງລວມເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໄລຍະທ້າຍສະໄໝໃຫ້ປະກົດຜົນເປັນຈິງດ້ວຍຄຸນນະພາບ ແລະ ປະສິດທິຜົນຕົວຈິງຕາມຈິດໃຈສ້າງການຫັນປ່ຽນໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.

ປີ 2024 ເກັບລາຍຮັບໄດ້ 116% ເປັນເງິນ 59,371 ຕື້ກີບ ຄາດຄະເນປີຕໍ່ໄປໃຫ້ໄດ້ 68,100 ຕື້ກີບ - 3 - ປີ 2024 ເກັບລາຍຮັບໄດ້ 116% ເປັນເງິນ 59,371 ຕື້ກີບ ຄາດຄະເນປີຕໍ່ໄປໃຫ້ໄດ້ 68,100 ຕື້ກີບ
ປີ 2024 ເກັບລາຍຮັບໄດ້ 116% ເປັນເງິນ 59,371 ຕື້ກີບ ຄາດຄະເນປີຕໍ່ໄປໃຫ້ໄດ້ 68,100 ຕື້ກີບ - 4 - ປີ 2024 ເກັບລາຍຮັບໄດ້ 116% ເປັນເງິນ 59,371 ຕື້ກີບ ຄາດຄະເນປີຕໍ່ໄປໃຫ້ໄດ້ 68,100 ຕື້ກີບ
ປີ 2024 ເກັບລາຍຮັບໄດ້ 116% ເປັນເງິນ 59,371 ຕື້ກີບ ຄາດຄະເນປີຕໍ່ໄປໃຫ້ໄດ້ 68,100 ຕື້ກີບ - 5 - ປີ 2024 ເກັບລາຍຮັບໄດ້ 116% ເປັນເງິນ 59,371 ຕື້ກີບ ຄາດຄະເນປີຕໍ່ໄປໃຫ້ໄດ້ 68,100 ຕື້ກີບ