ເລັ່ງສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນເລົ້າເຂົ້າໃຫຍ່ຂອງປະເທດຊາດ

ເລັ່ງສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນເລົ້າເຂົ້າໃຫຍ່ຂອງປະເທດຊາດ - travel 3 1100x650 1 - ເລັ່ງສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນເລົ້າເຂົ້າໃຫຍ່ຂອງປະເທດຊາດ
ເລັ່ງສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນເລົ້າເຂົ້າໃຫຍ່ຂອງປະເທດຊາດ - kitchen vibe - ເລັ່ງສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນເລົ້າເຂົ້າໃຫຍ່ຂອງປະເທດຊາດ

ໂດຍ: ທິດກໍ່າ

ນັວ່າເປັນເລື່ອງດີ ພາຍຫລັງທີ່ເວັບໄຊ Lonely Planet ເຊິ່ງເປັນເວັບໄຊທີ່ມີຊື່ສຽງລະດັບໂລກໃນດ້ານການໃຫ້ຂໍ້ມູນກ່ຽວກັບການທ່ອງທ່ຽວ ໄດ້ເປີດເຜີຍລາຍຊື່ 22 ຕົວເມືອງທີ່ຄວນໄປຢ້ຽມຢາມສໍາຜັດດີທີ່ສຸດ. ເມືອງຫລວງພະບາງກາຍເປັນອັນດັບໜຶ່ງໃນທະວີບອາຊີ ສາເຫດເມືອງຫລວງພະບາງໄດ້ກາຍເປັນເມືອງອັນດັບໜຶ່ງທີ່ໜ້າໄປທ່ຽວຊົມນັ້ນ ກໍຍ້ອນວ່າເປັນເມືອງມໍລະດົກໂລກ ປະກອບໄປດ້ວຍຫລາຍປັດໄຈ ບໍ່ວ່າໃນດ້ານປະເພນີວັດທະນະທໍາ, ສະຖາປັດຕະຍະກໍາ, ທໍາມະຊາດ, ປະຫວັດສາດ, ພູຜາປ່າໄມ້, ແມ່ນໍ້າລໍາເຊ ຈົນເຮັດໃຫ້ເມືອງແຫ່ງນີ້ມີສະເໜ່ດຶງດູດເອົານັກທ່ອງທ່ຽວຈາກຕ່າງແດນຫລັ່ງໄຫລໄປສໍາຜັດທ່ຽວຊົມນັບມື້ນັບຫລາຍຂຶ້ນ.

ເລັ່ງສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນເລົ້າເຂົ້າໃຫຍ່ຂອງປະເທດຊາດ - Visit Laos Visit SALANA BOUTIQUE HOTEL - ເລັ່ງສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນເລົ້າເຂົ້າໃຫຍ່ຂອງປະເທດຊາດ
ເລັ່ງສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນເລົ້າເຂົ້າໃຫຍ່ຂອງປະເທດຊາດ - Visit Laos Visit SALANA BOUTIQUE HOTEL - ເລັ່ງສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນເລົ້າເຂົ້າໃຫຍ່ຂອງປະເທດຊາດ

ຢ່າງໃດກໍດີ, ໃນຄວາມເປັນຈິງແລ້ວ ເຖິງວ່າປະເທດລາວເຮົາບໍ່ມີທະເລ ແຕ່ກໍມີຫລາຍບ່ອນຫລາຍທີ່, ຫລາຍເຂດແຂວງທີ່ມີທ່າແຮງໃນການທ່ອງທ່ຽວ. ບາງບ່ອນກໍກາຍເປັນມໍລະດົກຂອງໂລກໄປແລ້ວເຊັ່ນ: ວັດພູແຂວງຈໍາປາສັກ, ໄຫຫີນທີ່ແຂວງຊຽງຂວາງ.

ສ່ວນມໍລະດົກຂອງໂລກດ້ານວັດທະນະທໍາທີ່ຈັບຕ້ອງບໍ່ໄດ້ນັ້ນກໍຄືສຽງແຄນ. ນອກນັ້ນ ຍັງມີມໍລະດົກດ້ານວັດທະນະທໍາທີ່ເປັນນາມມະທໍາຂອງໂລກ ກໍຄືລາຍນາກ ແລະ ຟ້ອນລໍາວົງລາວ. ໄປຄຽງຄູ່ກັບດ້ານນີ້ແລ້ວ ຍັງມີແຫລ່ງທ່ອງທ່ຽວທໍາມະຊາດກໍຍິ່ງມີຫລາກຫລາຍ ມີປ່າດົງພົງໄພ, ຫ້ວຍນໍ້າລໍາເຊ, ຖໍ້າຮູພູເຂົາ ເຊິ່ງໜຶ່ງໃນຕົວຢ່າງທີ່ນັກທ່ອງທ່ຽວທົ່ວໂລກຮູ້ກັນດີກໍຄືຖໍ້າກອງລໍ, ຖໍ້ານໍ້າລອດເຊບັ້ງໄປ ແຂວງຄໍາມ່ວນ.

ສ່ວນແມ່ນໍ້າລໍາເຊແຫລ່ງທໍາມະຊາດທີ່ນັກທ່ອງທ່ຽວຫລົງໄຫລອີກບ່ອນໜຶ່ງ ກໍຄືນໍ້າຊອງ ເມືອງວັງວຽງ ແຂວງວຽງຈັນ ແລະ ອີກບ່ອນໜຶ່ງທີ່ພວມມາແຮງພວມຈະແຊງໝູ່ກໍຄືເມືອງເຟືອງ ແຂວງວຽງຈັນ.

ນອກຈາກທີ່ໄດ້ຍົກເອົາບ່ອນເດັ່ນໆມາເປັນຕົວຢ່າງນີ້ແລ້ວ ທາງເຂດແຂວງພາກໃຕ້ກໍມີນໍ້າຕົກຕາດໂຕນຄອນຫລີ່ຜີສີ່ພັນດອນ, ຕາດເລາະຕາດຮັງຕາດແສ້, ປາກຊ່ອງບໍລິເວນ ແລະ ບ່ອນອື່ນໆ ລ້ວນແລ້ວແຕ່ເປັນສະຖານທີ່ທ່ອງທ່ຽວທໍາມະຊາດ ເພື່ອນໍາເອົາເມັດເງິນມາພັດທະນາສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງໃນພາຍໜ້າ ຂໍພຽງແຕ່ອໍານາດການປົກຄອງໃນທ້ອງຖິ່ນນັ້ນໆມີຫົວຄິດປະດິດສ້າງ ແລະ ຮູ້ຂຸດຄົ້ນແຫລ່ງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາໃນທ້ອງຖິ່ນຂອງຕົນໃຫ້ກາຍມາເປັນບໍ່ເງິນບໍ່ຄໍາທີ່ກິນບໍ່ບົກຈົກບໍ່ລົງ.

ດັ່ງທີ່ຮູ້ນໍາກັນແລ້ວວ່າ, ອຸດສາຫະກໍາການທ່ອງທ່ຽວແມ່ນອ່າງເກັບເງິນເກັບຄໍາມາເປັນລາຍຮັບຂອງຊາດຢ່າງມະຫາສານ, ບໍ່ເງິນບໍ່ຄໍາຊະນິດນີ້ແມ່ນກິນບໍ່ມີຍາມໝົດ ມີແຕ່ໄດ້ກັບໄດ້ ນັບແຕ່ຜູ້ປະກອບການ, ຮ້ານຄ້າ, ຮ້ານອາຫານ, ໂຮງແຮມ, ຮ້ານກິນດື່ມ, ການບໍລິການເຂົ້າ-ອອກເມືອງ ແລະ ລາຍຮັບອື່ນໆຈາກນັກທ່ອງທ່ຽວ.

ແຕ່ແນວໃດກໍຕາມ, ສິ່ງທີ່ພວກເຮົາຄວນເອົາໃຈໃສ່ເລັ່ງແກ້ໄຂບັນຫາເພື່ອອໍານວນຄວາມສະດວກໃນການໄປມາຂອງນັກທ່ອງທ່ຽວແຕ່ເໜືອຕະຫລອດໃຕ້ນັ້ນ ກໍຄືຖະໜົນຫົນທາງ, ຄວາມສະຫງົບປອດໄພ ແລະ ສິ່ງທີ່ທຸກຄົນຕ້ອງພ້ອມໃຈກັນເຮັດ ກໍຄືອັດທະຍາໄສໄມຕີ, ຄວາມເອື້ອອາລີ, ຄວາມບໍລິສຸດຈິງໃຈຕໍ່ແຂກບ້ານແຂກເມືອງໃຫ້ເຂົາຕິດໃຈຫລົງໃຫລຕໍ່ປະເທດລາວຄົນລາວ, ມາທ່ຽວແລ້ວກໍຢາກມາອີກ ເຮັດໃຫ້ການທ່ອງທ່ຽວກາຍເປັນອຸດສາຫະກໍາເລົ້າເຂົ້າໃຫຍ່ ນໍາເອົາເມັດເງິນຢ່າງມະຫາສານມາໃຫ້ປະເທດຊາດໃນປັດຈຸບັນ ແລະ ອະນາຄົດ.

ເລັ່ງສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນເລົ້າເຂົ້າໃຫຍ່ຂອງປະເທດຊາດ - 5 - ເລັ່ງສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນເລົ້າເຂົ້າໃຫຍ່ຂອງປະເທດຊາດ
ເລັ່ງສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນເລົ້າເຂົ້າໃຫຍ່ຂອງປະເທດຊາດ - 4 - ເລັ່ງສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນເລົ້າເຂົ້າໃຫຍ່ຂອງປະເທດຊາດ
ເລັ່ງສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນເລົ້າເຂົ້າໃຫຍ່ຂອງປະເທດຊາດ - 3 - ເລັ່ງສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນເລົ້າເຂົ້າໃຫຍ່ຂອງປະເທດຊາດ