ການຄຸ້ມຄອງນໍາໃຊ້ທີ່ດິນຢູ່ແຂວງບໍລິຄຳໄຊ ໃນໄລຍະຜ່ານມາຍັງບໍ່ທັນລວມສູນ ພະນັກງານຍັງບໍ່ເຂົ້າໃຈເລິກເຊິ່ງໃນວຽກ ແລະ ຂັດລະບຽບກົດໝາຍ

ການຄຸ້ມຄອງນໍາໃຊ້ທີ່ດິນຢູ່ແຂວງບໍລິຄຳໄຊ ໃນໄລຍະຜ່ານມາຍັງບໍ່ທັນລວມສູນ ພະນັກງານຍັງບໍ່ເຂົ້າໃຈເລິກເຊິ່ງໃນວຽກ ແລະ ຂັດລະບຽບກົດໝາຍ - 471549851 580107314735990 2944601778098202378 n - ການຄຸ້ມຄອງນໍາໃຊ້ທີ່ດິນຢູ່ແຂວງບໍລິຄຳໄຊ ໃນໄລຍະຜ່ານມາຍັງບໍ່ທັນລວມສູນ ພະນັກງານຍັງບໍ່ເຂົ້າໃຈເລິກເຊິ່ງໃນວຽກ ແລະ ຂັດລະບຽບກົດໝາຍ
ການຄຸ້ມຄອງນໍາໃຊ້ທີ່ດິນຢູ່ແຂວງບໍລິຄຳໄຊ ໃນໄລຍະຜ່ານມາຍັງບໍ່ທັນລວມສູນ ພະນັກງານຍັງບໍ່ເຂົ້າໃຈເລິກເຊິ່ງໃນວຽກ ແລະ ຂັດລະບຽບກົດໝາຍ - kitchen vibe - ການຄຸ້ມຄອງນໍາໃຊ້ທີ່ດິນຢູ່ແຂວງບໍລິຄຳໄຊ ໃນໄລຍະຜ່ານມາຍັງບໍ່ທັນລວມສູນ ພະນັກງານຍັງບໍ່ເຂົ້າໃຈເລິກເຊິ່ງໃນວຽກ ແລະ ຂັດລະບຽບກົດໝາຍ

ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ແຂວງບໍລິຄໍາໄຊ ຊຸດທີ II 25 ທັນວາ 2024 ຜ່ານມານີ້ວ່າ: ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນການຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຮອບດ້ານ ຮອດປີ 2030 ຕາມຂໍ້ຕົກລົງຂອງເຈົ້າແຂວງບໍລິຄໍາໄຊ ບາງຂະແໜງການຍັງບໍ່ເຂົ້າໃຈເລິກເຊິ່ງໃນການຄຸ້ມຄອງນໍາໃຊ້ທີ່ດິນ ທີ່ຂັດກັບກົດໝາຍກຳນົດ ເປັນຕົ້ນ ຍັງຖືວ່າ ຂະແໜງຂອງຕົນສາມາດມອບສິດນໍາໃຊ້ທີ່ດິນໃຫ້ແກ່ບຸກຄົນ ຫລື ໃຫ້ເຊົ່າໄດ້ ແລະ ມີການແບ່ງປັນໃຫ້ ພະນັກງານໃນຂົງເຂດຂອງຕົນ ແລະ ມີສິດອະນຸຍາດໃຫ້ຫັນປ່ຽນປະເພດທີ່ດິນ ເຊິ່ງບໍ່ສອດຄ່ອງກັບ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 1095/ກຊສ, ລົງວັນທີ 18 ມິຖຸນາ 2024 ວ່າດ້ວຍການຫັນປ່ຽນປະເພດທີ່ດິນ.

ງົບປະມານໃນການຈັດຕັ້ງປະຕິບັດຕົວຈິງ ບໍ່ພຽງພໍ ໂດຍສະເພາະການຜັນຂະຫຍາຍລົງສູ່ຂັ້ນເມືອງ ແລະ ບ້ານ ເປັນການສ້າງແຜນຈັດສັນທີ່ດິນຂັ້ນຈຸລະພາກ ແບບລະອຽດສະແດງໃຫ້ເຫັນທີ່ຕັ້ງ ຂອງແຕ່ລະຕອນດິນແຕ່ລະປະເພດພາຍ ໃນບ້ານ ແລະ ເມືອງ ສາມາດສ້າງຖານເປັນຂໍ້ມູນແກ່ຂະແໜງການ ເປັນຕົ້ນ ໃນການເງິນໃນການຈັດເກັບລາຍຮັບ ກ່ຽວກັບທີ່ດິນ ໄດ້ຢ່າງຊັດເຈນ ແລະ ແນ່ນອນຍິ່ງຂຶ້ນ.

ຂະແໜງການຂັ້ນທ້ອງຖິ່ນ ຍັງຂາດຄວາມເປັນເຈົ້າໃນການຄຸ້ມຄອງຕິດຕາມ ການຫັນປ່ຽນປະເພດທີ່ດິນໂດຍບໍ່ຖືກຕ້ອງ ຕາມທີ່ກຳນົດໄວ້ໃນແຜນການຄຸ້ມຄອງຮອດປີ 2030, ເຊິ່ງມີການດັດແກ້ປະເພດທີ່ດິນ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ທີ່ຄຸ້ມຄອງປະເພດທີ່ດິນ, ການຫັນປ່ຽນປະເພດທີ່ດິນ ບໍ່ເປັນໄປຕາມຂະບວນ ແລະ ບົດແນະນໍາຈາກຂະແໜງການຂັ້ນສູນກາງວາງອອກ ເຊັ່ນ: ເນື້ອທີ່ດິນປ່າໄມ້ຫລຸດລົງ. ນອກຈາກນີ້, ຍັງຂາດມາດຕະການ ໃນການຈັດຕັ້ງປະຕິບັດ ຕໍ່ຜູ້ລະເມີດຕໍ່ລະບຽບການ ແລະ ກົດໝາຍວາງອອກ ເປັນຕົ້ນ ການຖົມດິນ ແລະ ປ່ຽນແປງປະເພດທີ່ດິນໂດຍບໍ່ໄດ້ຮັບອະນຸຍາດ.

ການຄຸ້ມຄອງນໍາໃຊ້ທີ່ດິນຢູ່ແຂວງບໍລິຄຳໄຊ ໃນໄລຍະຜ່ານມາຍັງບໍ່ທັນລວມສູນ ພະນັກງານຍັງບໍ່ເຂົ້າໃຈເລິກເຊິ່ງໃນວຽກ ແລະ ຂັດລະບຽບກົດໝາຍ - Visit Laos Visit SALANA BOUTIQUE HOTEL - ການຄຸ້ມຄອງນໍາໃຊ້ທີ່ດິນຢູ່ແຂວງບໍລິຄຳໄຊ ໃນໄລຍະຜ່ານມາຍັງບໍ່ທັນລວມສູນ ພະນັກງານຍັງບໍ່ເຂົ້າໃຈເລິກເຊິ່ງໃນວຽກ ແລະ ຂັດລະບຽບກົດໝາຍ
ການຄຸ້ມຄອງນໍາໃຊ້ທີ່ດິນຢູ່ແຂວງບໍລິຄຳໄຊ ໃນໄລຍະຜ່ານມາຍັງບໍ່ທັນລວມສູນ ພະນັກງານຍັງບໍ່ເຂົ້າໃຈເລິກເຊິ່ງໃນວຽກ ແລະ ຂັດລະບຽບກົດໝາຍ - Visit Laos Visit SALANA BOUTIQUE HOTEL - ການຄຸ້ມຄອງນໍາໃຊ້ທີ່ດິນຢູ່ແຂວງບໍລິຄຳໄຊ ໃນໄລຍະຜ່ານມາຍັງບໍ່ທັນລວມສູນ ພະນັກງານຍັງບໍ່ເຂົ້າໃຈເລິກເຊິ່ງໃນວຽກ ແລະ ຂັດລະບຽບກົດໝາຍ

ແຜນການ 5 ປີ 2021-2025 ຂອງພະແນກ ຊັບພະຍາກອນ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ແມ່ນ 50,000 ຕົນ ມາຮອດປັດຈຸບັນ ປະຕິບັດໄດ້ 35,898 ຕອນ ເທົ່າກັບ 71.79% ຂອງແຜນ 5 ປີ. ສະເພາະປີ 2024 ປະຕິບັດໄດ້ 16,124 ຕອນ ທຽບໃສ່ແຜນການກຳນົດຂອງແຂວງ 20,056 ຕອນ ປະຕິບັດໄດ້ 79.60%.

ປັດຈຸບັນພາຍໃນແຂວງ ສາມາດອອກໃບຕາດິນໄດ້ແລ້ວ 102,744 ຕອນ ທຽບໃສ່ຕົວເລກຕອນດິນ 142.586 ຕອນ ເທົ່າກັບ 72.05%, ນອກນີ້ຍັງມີຈຳນວນໜຶ່ງເປັນການນຳໃຊ້ທີ່ດິນ ຕາມປະເພນີຂອງປະຊາຊົນ ທີ່ຍັງບໍ່ທັນໄດ້ອອກເອກະສານດິນ ຈະຕ້ອງໄດ້ສືບຕໍ່ດຳເນີນຂະບວນການ ໃນການອອກໃບຕາດິນຕາມລະບຽບການ ແລະ ກົດໝາຍວາງອອກ.

ທີ່ມາ, ຂ່າວແຂວງບໍລິຄຳໄຊ

ການຄຸ້ມຄອງນໍາໃຊ້ທີ່ດິນຢູ່ແຂວງບໍລິຄຳໄຊ ໃນໄລຍະຜ່ານມາຍັງບໍ່ທັນລວມສູນ ພະນັກງານຍັງບໍ່ເຂົ້າໃຈເລິກເຊິ່ງໃນວຽກ ແລະ ຂັດລະບຽບກົດໝາຍ - 3 - ການຄຸ້ມຄອງນໍາໃຊ້ທີ່ດິນຢູ່ແຂວງບໍລິຄຳໄຊ ໃນໄລຍະຜ່ານມາຍັງບໍ່ທັນລວມສູນ ພະນັກງານຍັງບໍ່ເຂົ້າໃຈເລິກເຊິ່ງໃນວຽກ ແລະ ຂັດລະບຽບກົດໝາຍ
ການຄຸ້ມຄອງນໍາໃຊ້ທີ່ດິນຢູ່ແຂວງບໍລິຄຳໄຊ ໃນໄລຍະຜ່ານມາຍັງບໍ່ທັນລວມສູນ ພະນັກງານຍັງບໍ່ເຂົ້າໃຈເລິກເຊິ່ງໃນວຽກ ແລະ ຂັດລະບຽບກົດໝາຍ - 5 - ການຄຸ້ມຄອງນໍາໃຊ້ທີ່ດິນຢູ່ແຂວງບໍລິຄຳໄຊ ໃນໄລຍະຜ່ານມາຍັງບໍ່ທັນລວມສູນ ພະນັກງານຍັງບໍ່ເຂົ້າໃຈເລິກເຊິ່ງໃນວຽກ ແລະ ຂັດລະບຽບກົດໝາຍ
ການຄຸ້ມຄອງນໍາໃຊ້ທີ່ດິນຢູ່ແຂວງບໍລິຄຳໄຊ ໃນໄລຍະຜ່ານມາຍັງບໍ່ທັນລວມສູນ ພະນັກງານຍັງບໍ່ເຂົ້າໃຈເລິກເຊິ່ງໃນວຽກ ແລະ ຂັດລະບຽບກົດໝາຍ - 4 - ການຄຸ້ມຄອງນໍາໃຊ້ທີ່ດິນຢູ່ແຂວງບໍລິຄຳໄຊ ໃນໄລຍະຜ່ານມາຍັງບໍ່ທັນລວມສູນ ພະນັກງານຍັງບໍ່ເຂົ້າໃຈເລິກເຊິ່ງໃນວຽກ ແລະ ຂັດລະບຽບກົດໝາຍ