ກະຊວງປ້ອງກັນຄວາມສະຫງົບປະກາດ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ 1,285 ຄົນ

ຂ່າວໜັງສືພິມຄວາມສະຫງົບ ລາຍງານວ່າ: ວັນທີ 27 ທັນວາ 2024 ຜ່ານມານີ້ ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ປະກາດການໃຫ້ອະໄພຍະໂທດໃຫ້ນັກໂທດທີ່ມີຄວາມກ້າວໜ້າຕັ້ງໃຈຝຶກຝົນຫຼໍ່ຫຼອມຕົນເອງ ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ປີ 2024 ຄົບຮອບ 49 ປີ ທີ່ຄ້າຍຄຸມຂັງຕານປ່ຽວ ເຂົ້າຮ່ວມໂດຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫົວໜ້າກົມໃຫຍ່ຕໍາຫຼວດ ທັງເປັນ ປະທານຄະນະກຳມະການອະໄພຍະໂທດ ລະດັບກະຊວງປ້ອງກັນຄວາມສະຫງົບ, ມີຄະນະພັກ, ຄະນະບັນຊາ, ພະນັກງານຫຼັກແຫຼ່ງກົມຕໍາຫຼວດຄຸມຂັງ-ດັດສ້າງ, ຄະນະກໍາມະການອະໄພຍະໂທດຈາກກະຊວງ, ອົງການ ແລະ ຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍນັກໂທດ ເຂົ້າຮ່ວມ.
ການອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວ ຄັ້ງນີ້ ທັງໝົດມີ 1,285 ຄົນ ຍິງ 182 ຄົນ, ເປັນຕ່າງປະທດ 19 ຄົນ ຍິງ 3 ຄົນ, ສະເພາະຄັ້ງນີ້ ມີ 4 ຄ້າຍ ທີ່ຂຶ້ນກັບ ກົມຕໍາຫຼວດຄຸມຂັງດັດສ້າງ ມີບັນຊີປ່ອຍຕົວ 78 ຄົນ; ໃນນີ້, ຄ້າຍຄຸ້ມຂັງຕານປ່ຽວ 68 ຄົນ, ຄ້າຍຄຸມຂັງໂພນຕ້ອງ 8 ຄົນ, ຄ້າຍຄຸມຂັງໂພນເງິນ ແລະ ຄ້າຍກັກຂັງຊົ່ວຄາວ ນາຂ່າ ຄ້າຍລະ 1 ຄົນ.