ພອສເຕໂຄກລູ ລາອອກຈາກ ຜູ້ຈັດການທີມຊາດອົດສະຕຣາລີ
November 23, 2017 - 5:42 PM

ອັນເກ້ ພອສເຕໂຄກລູ ຄູຝຶກ ອາຍຸ 52 ປີ ຫລ້າສຸດອອກມາປະກາດລາອອກຈາກຕຳແໜ່ງຜູ້ຈັດການທີມຊາດອົດສະຕຣາລີຊຸດໃຫຍ່ຮຽບຮ້ອຍແລ້ວ.
ໂດຍກ່ອນໜ້ານີ້ ພອສເຕໂຄກລູ ເຄີຍໃຫ້ສຳພາດວ່າ ຈະບໍ່ຄຸມທີມຕໍ່ ບໍ່ວ່າທີມຈະໄດ້ໄປ ຫລື ບໍ່ໄດ້ໄປບານເຕະໂລກ 2018 ຮອບສຸດທ້າຍ ທີ່ປະເທດຣັດເຊຍ ກາງປີ 2018 ກໍຕາມ.
ທັງນີ້ຄາດວ່າຜູ້ທີ່ຈະເຂົ້າມາສືບຕໍ່ວຽກອາດຈະເປັນ ເກຣແຮມ ອາຣ໌ໂນລ ຜູ້ຈັດການທີມຊິດນີ ເອຟຊີ ຫລື ອາດເປັນ ເຄວິນ ມຸສແຄດ ຜູ້ຈັດການທີມເມລເບິນ ວິກຕໍຣີ.