ປີ 2024 ມີອຸປະຕິເຫດລະເບີດທີ່ຕົກຄ້າງຢູ່ອັດຕະປື ແຕກໃສ່ປະຊາຊົນ 3 ຄັ້ງ ບາດເຈັບ 7 ຄົນ

ທ່ານ ສຸກສະຫວັນ ແກ້ວມະນີວົງ ຫົວໜ້າໂຄງການເກັບກູ້ລະເບີດ ແຫ່ງຊາດປະຈຳແຂວງອັດຕະປື ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານໂຄງການເກັບກູ້ລະເບີດແຫ່ງຊາດ ປະຈຳແຂວງອັດຕະປື ປີ 2024 ວັນທີ 30 ທັນວາ 2024 ວ່າ: ໃນປີ 2024 ມີອຸປະຕິເຫດລະເບີດແຕກໃສ່ປະຊາຊົນມີ 3 ຄັ້ງຄື:
ຄັ້ງທີ 1 ມີຜູ້ໄດ້ຮັບບາດເຈັບ 5 ຄົນ ປະຊາຊົນບ້ານ ວຽງໄຊ ເມືອງພູວົງ ສາເຫດເກີດຈາກການດັງໄຟແຕ່ງກິນ ປະເພດລະເບີດບົມບີໃຫຍ່,
ຄັ້ງທີ 2 ມີຜູ້ໄດ້ຮັບບາດເຈັບ 1 ຄົນ ປະຊາຊົນບ້ານເຜົ່າສໍາພັນມີໄຊ ເມືອງໄຊເສດຖາ ສາຍເຫດແມ່ນຈູດຂີ້ເຫຍື້ອ ປະເພດລະເບີດລູກຫວ່ານ.
ຄັ້ງທີ 3 ມີຜູ້ຮັບບາດເຈັບ 1 ຄົນ ປະຊາຊົນບ້ານຕາກນົງ ເມືອງຊານໄຊ ສາຍເຫດໄປໄຮ່ ເຫັນບົມບີ້ແລ້ວເອົາມາທັບຫຼິ້ນ, ໃນ 3 ສະຖານທີ່ດັ່ງກ່າວທາງໂຄງການບໍ່ທັນໄດ້ຮັບກວດກູ້.
ກອງປະຊຸມ ຍັງໄດ້ສະເໜີຂອດການປະສານງານ ລະຫວ່າງໂຄງການເກັບກູ້ລະ ເບີດແຫ່ງຊາດ ປະຈຳແຂວງ ກັບອົງການທ້ອງຖິ່ນ, ນໍາສະເໜີຂະບວນການຈັດລຽງບູລິມະສິດພື້ນທີ່ເຂົ້າແຜນກວດກູ້ ແລະ ລະບຽບ ການກວດກູ້ພື້ນທີ່, ນໍາສະເໜີແຜນປະຕິບັດງານ ປະຈຳປີ 2025 ແລະ ການປະເມີນຫຼັງການເກັບກູ້ພື້ນທີ່.