ກວດກາບໍລິເວນດິນຍຸບ ເບື້ອງຕົ້ນສັ່ງໃຫ້ບໍລິສັດຢຸດກິດຈະກໍາທີ່ຢູ່ໃກ້ກັບບໍລິເວນດັ່ງກ່າວຊົ່ວຄາວ ພ້ອມຖົມດິນ ແລະ ຊົດເຊີຍເຈົ້າຂອງດິນ

ຂ່າວແຂວງຄຳມ່ວນ ລາຍງານວັນທີ 31 ທັນວາ 2024 ນີ້ວ່າ: ໃນອາທິດຜ່ານມາ ທ່ານ ນາງ ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຄໍາມ່ວນ ໂດຍມີ ທ່ານ ຄໍາປ່ຽນ ມະນີຄໍາ ຫົວໜ້າພະແນກ, ພ້ອມດ້ວຍພະແນກການຂັ້ນແຂວງ, ເມືອງ ແລະ ອໍານາດການປົກຄອງບ້ານກ່ຽວຂ້ອງ ໄດ້ລົງກວດກາຕິດຕາມ ສະພາບດິນຍຸບ ຢູ່ໃນຂອບເຂດເນື້ອທີ່ສໍາປະທານຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ເຂດເມືອງທ່າແຂກ, ແຂວງຄໍາມ່ວນ ຂອງບໍລິສັດ ຊີໂນອາກກຣີ ໂປຕາສ ຈໍາກັດ.
ເຫດການດິນຍຸບ ຢູ່ບໍລິເວນທົ່ງນາຂອງປະຊາຊົນ ເຂດບ້ານປາກເປັ່ງ, ເມືອງທ່າແຂກ, ແຂວງຄຳມ່ວນ. ຈາກການກວດກາວັດແທກ ເຫັນວ່າ ສະພາບດິນຍຸບ ເກີດຂຶ້ນສອງຈຸດ ຄື: ຈຸດທີ 1 ເກີດຂຶ້ນໃນຄັ້ງວັນທີ 3 ທັນວາ 2024, ມີຄ່າພິກັດ (ຈຸດໃຈກາງຂຸມ) X: 481760; Y: 1900915, ມີລັກສະນະເປັນຮູບວົງກົມ, ມີເນື້ອທີ່ 436 ຕາແມັດ ແລະ ເລິກປະມານ 6 ແມັດ (ທຽບໃສ່ໜ້າດິນ), ຈຸດທີ 2 ເກີດຂຶ້ນ ວັນທີ 21 ທັນວາ 2024 (ຈຸດໃໝ່) ຫ່າງຈາກຈຸດທີ 1 ປະມານ 8 ແມັດ, ມີຄ່າພິກັດ (ຈຸດໃຈກາງຂຸມ) X: 481770; Y:1900886, ມີລັກສະນະເປັນຮູບວົງກົມ, ມີເນື້ອທີ່ 125 ຕາແມັດ ແລະ ເລິກປະມານ 6 ແມັດ (ທຽບໃສ່ໜ້າດິນ) ເຊິ່ງທັງ 2 ຈຸດນັ້ນ ຫ່າງຈາກໂຮງງານປຸງແຕ່ງແຮ່ທາດ ຂອງບໍລິສັດ ຊີໂນອາກກຣີ ໂປຕາສ ຈໍາກັດ ປະມານ 4.2 ກມ ແລະ ຫ່າງຈາກຝັ່ງແມ່ນໍ້າຂອງປະມານ 1.7 ກມ (ໄລຍະທາງອາກາດ).
ພາຍຫຼັງເກີດມີສະພາບ ໃນໄລຍະນັ້ນ ພາກສ່ວນທີ່ກ່ຽວຂ້ອງຂອງລັດ ໄດ້ລົງກວດກາ ເກັບກໍາຂໍ້ມູນ ແລະ ກໍານົດມາດຕະການແກ້ໄຂເບື້ອງຕົ້ນ ຄື: ໃຫ້ບໍລິສັດຢຸດເຊົາຊົ່ວຄາວບັນດາກິດຈະກໍາທີ່ຢູ່ໃກ້ກັບບໍລິເວນດັ່ງກ່າວ, ການຕິດຕັ້ງຈຸດວັດແທກການປ່ຽນແປງ ແລະ ເໜັງຕີງຂອງໜ້າດິນບໍລິເວນເກີດດິນຍຸບ ຈໍານວນ 8 ຈຸດ, ສ້າງຮົ້ວປ້ອງກັນບໍ່ໃຫ້ຄົນ/ສັດຕົກລົງໄປ ພ້ອມທັງແຈ້ງໃຫ້ອໍານາດການປົກຄອງທ້ອງຖິ່ນໄດ້ຮັບຊາບ ແລະ ບໍ່ໃຫ້ປະຊາຊົນເຂົ້າໃກ້ເຂດດັ່ງກ່າວ.
ປັດຈຸບັນ ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງກໍາລັງສຶກສາຢ່າງລະອຽດສາເຫດທີ່ເກີດສະພາບດິນຍຸບ ແລະ ເພື່ອຮັບປະກັນໃຫ້ການວິເຄາະ, ປະເມີນ ມີຄວາມຊັດເຈນ ແລະ ສອດຄ່ອງຕາມຫຼັກວິທະຍາສາດນັ້ນ ມີຄວາມຈໍາເປັນຕ້ອງໄດ້ສຶກສາຢ່າງລະອຽດຮອບດ້ານ ເປັນຕົ້ນ: ການຕິດຕັ້ງຈຸດວັດແທກຕິດຕາມການປ່ຽນແປງ ແລະ ເໜັງຕີງຂອງໜ້າດິນ, ການວັດແທກຂອບເຂດການຂຸດຄົ້ນຢູ່ໃຕ້ດິນສົມທຽບກິດຈະກໍາເທິງໜ້າດິນ (ຈຸດທີ່ມີເຫດການດິນຍຸບ), ການຊີເຈາະສໍາຫຼວດ ສົມທົບກັບການສໍາຫຼວດທາງທໍລະນີຟີຊິກ ເພື່ອໃຫ້ຮູ້ໄດ້ໂຄງສ້າງທາງດ້ານທໍລະນີສາດຂອງບໍລິເວນດັ່ງກ່າວ ເຊິ່ງຂໍ້ມູນທີ່ໄດ້ຮັບຈະເປັນພື້ນຖານອັນສໍາຄັນ ໃນການປະເມີນ ແລະ ວິເຄາະສະພາບດິນຍຸບໂຕ ໃນເຂດນັ້ນ. ການຈັດຕັ້ງປະຕິບັດວຽກງານການສຶກສາແມ່ນໄດ້ເລີ່ມແຕ່ວັນທີ 24 ທັນວາ 2024 ແລະ ຈະໃຫ້ສໍາເລັດການສຶກສາໃນເບື້ອງຕົ້ນໃນເດືອນມັງກອນ ປີ 2025 ນີ້. ສ່ວນຈຸດທີ່ມີສະພາບດິນຍຸບ ບໍລິສັດໄດ້ສົມທົບອົງການປົກຄອງທ້ອງຖິ່ນ ດໍາເນີນການຊົດເຊີຍຜົນກະທົບ ແລະ ອັດຖົມ.