ຜູ້ນໍາລາວ ສົ່ງໂທລະສານສະແດງຄວາມເສົ້າສະຫຼົດໃຈເຖີງຜູ້ນໍາ ສ.ເກົາຫຼີຕໍ່ເຫດການອຸບັດຕິເຫດເຮືອບິນແລ່ນອອກຈາກທາງແລ່ນນຳໄປສູ່ການສູນເສຍຄັ້ງໃຫຍ່

ວັນທີ 30 ທັນວາ 2024, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະສານສະແດງຄວາມເສົ້າສະຫຼົດໃຈ ເຖີງ ທ່ານ ຊອຍ ຊັງ ມອກ, ຮັກສາການປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ.
ເນື້ອໃນໂທລະເລກຂຽນວ່າ: ຂ້າພະເຈົ້າ ຮູ້ສຶກເສົ້າສະຫລົດໃຈ ທີ່ໄດ້ຮັບຊາບຂ່າວເຫດການອຸບັດຕິເຫດເຮືອບິນແລ່ນອອກຈາກທາງແລ່ນ ຢູ່ ສະໜາມບິນສາກົນ ມຸອັນ ທາງພາກຕາເວັນຕົກສ່ຽງໃຕ້ຂອງ ສາທາລະນະລັດ ເກົາຫຼີ ໃນວັນທີ 29 ທັນວາ 2024 ຜ່ານມາ, ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງຫຼວງຫຼາຍ.
ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ກໍຄືປະຊາຊົນ ສ. ເກົາຫຼີ ໂດຍສະເພາະຜູ້ທີ່ຖືກເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າຈາກເຫດ ການອຸບັດຕິເຫດໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງລັດຖະບານ ສ. ເກົາຫຼີ, ປະຊາຊົນ ສ. ເກົາຫຼີ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ໃນໂອກາດດຽວກັນນີ້, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີ ກະຊວງການຕ່າງປະເທດ ກໍ່ໄດ້ສົ່ງໂທລະສານສະແດງຄວາມເສົ້າສະຫຼົດໃຈເຖີງ ທ່ານ ໂຊ ແທຢຸນ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ. ເກົາຫລີ ເຊັ່ນດຽວກັນ.