ລາວ-ຫວຽດນາມ ຮ່ວມມືລົງນາມໂຄງການປູກດອກໄມ້ເມືອງໜາວ, ພືດຜັກ ແລະ ໄມ້ໃຫ້ໝາກ ເປັນສິນຄ້າ ຢູ່ແຂວງໄຊສົມບູນ

ການລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການປູກດອກໄມ້ເມືອງໝາວ, ພືດຜັກ ແລະ ໄມ້ໃຫ້ໝາກເປັນສິນຄ້າ ລາວ-ຫວຽດນາມ ດຳເນີນໄປໃນວັນທີ 31 ທັນວາ 2024ຜ່ານມາ, ຕາງໜ້າຝ່າຍລາວ ແລະ ຫວຽດນາມລົງນາມໃນສັນຍາ ໂດຍ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ຫງວຽນ ທິ ຮົງ ປະທານບໍລິສັດ ຮຸ້ນສ່ວນການລົງທຶນກວາງຫຸຍ ຈໍາກັດ, ມີທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທ່ານ ບຸນຈັນ ກົມບຸນຍະສິດ ລາຍງານວ່າ: ຈຸດປະສົງ ເພື່ອສ້າງເປັນໂຄງການຕົວແບບໃນການປູກດອກໄມ້ເມືອງໜາວ, ພືດຜັກ ແລະ ໄມ້ໃຫ້ໝາກ ເພື່ອຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ, ສ້າງອາຊີບຄົງທີ່ ແລະ ຫຼຸດຜ່ອນຄວາມທຸກຍາກ ໃຫ້ປະຊາຊົນ ພາຍໃນແຂວງ, ຕິດພັນກັບການທ່ອງທ່ຽວທີ່ເປັນເອກະລັກຂອງແຂວງ ຊຶ່ງໄດ້ກໍານົດພື້ນທີ່ດິນເຂດບ້ານນໍ້າຍອນ ເມືອງອະນຸວົງ ໃນການຈັດຕັ້ງປະຕິບັດໂຄງການ ມີເນື້ອທີ່ເບື້ອງຕົ້ນ ປະມານ 5 ເຮັກຕາ ເປັນພື້ນທີ່ເປົ້າໝາຍ ໃນການຊຸກຍູ້ສົ່ງເສີມປະຊາຊົນປູກດອກໄມ້ເມືອງໜາວ ແລະ ພືດຜັກ ຮ່ວມກັບປະຊາຊົນ, ສໍາລັບພື້ນທີ່ດິນກະສິກໍາຢູ່ເຂດເມືອງລ່ອງແຈ້ງ 490 ກວ່າເຮັກຕານັ້ນ ບໍລິສັດ ຮຸ້ນສ່ວນການລົງທຶນກວາງຫຸຍ ຈໍາກັດ ຕ້ອງໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງຂອງລາວ ລົງສໍາຫລວດ ແລະ ສຶກສາຄວາມເປັນໄປໄດ້ ເພື່ອເຮັດການຜະລິດກະສິກໍາເສຍກ່ອນ.
ທີ່ມາ: ໜັງສືພິມ ປະຊາຊົນ