ຣັດເຊຍ, ຕວກກີ ແລະ ອີຣານ ລົງນາມໃນ ຖະແຫລງການຮ່ວມກ່ຽວກັບບັນຫາຊີຣີ

- manar 02949170015113681331 - ຣັດເຊຍ, ຕວກກີ ແລະ ອີຣານ ລົງນາມໃນ ຖະແຫລງການຮ່ວມກ່ຽວກັບບັນຫາຊີຣີ
- kitchen vibe - ຣັດເຊຍ, ຕວກກີ ແລະ ອີຣານ ລົງນາມໃນ ຖະແຫລງການຮ່ວມກ່ຽວກັບບັນຫາຊີຣີ

ວັນ​ທີ 22 ພະ​ຈິກ​ນີ້, ທ່ານ ວະລາ​ດິ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ, ທ່ານ​ ເລ​ເຊບ ທາ​ຢິບ ເອໂດ​ກັນ ປະ​ທາ​ນາ​ທິ​ບໍ​ດີ​ຕວກກີ​ ແລະ​ ທ່ານ ຮັດ​ຊັນ ຣຸ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ ​ໄດ້​​ພົບ​ປະ​ເຈ​ລະຈາກັນ​ຢູ່​ນະ​ຄອນໂຊ​ຊີພາກ​ໃຕ້​​ຣັດ​ເຊຍ ໂດຍສາມ​ຝ່າຍ​ໄດ້​ແລກ​ປ່ຽນຄວາມ​ເຫັນ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຫຼ້າ​ສຸດ​, ທາງ​ອອກ ​ແລະ ​ບັນ​ຫາ​ຕ່າງໆ​ກ່ຽວ​ກັບ​ຊີ​ຣີ ແລະ​ ໄດ້​ລົງນາມ​ໃນ​ຖະ​ແຫຼງ​ການ​ຮ່ວມ.

- Visit Laos Visit SALANA BOUTIQUE HOTEL - ຣັດເຊຍ, ຕວກກີ ແລະ ອີຣານ ລົງນາມໃນ ຖະແຫລງການຮ່ວມກ່ຽວກັບບັນຫາຊີຣີ

ຖະ​ແຫຼງ​ການ​ຮ່ວມ​ລະ​ບຸ​ວ່າ: ການ​ບັນ​ລຸ​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ​ທາງ​ການ​ເມືອງ​ຕ້ອງ​ປະ​ຕິ​ບັດ​ຕາມ​ເງື່ອນ​ໄຂ​ຕ່າງໆເຊັ່ນ: ການ​ສ້າງ​ຕັ້ງຂະ​ບວນ​ການ​ການ​ເມືອງ​ຢ່າງ​​ກວມ​ລວມ, ເສ​ລີ​ພາບ, ສະ​ເໝີ​ພາບ, ປອດໃສ​ ແລະ ​ປະ​ຊາ​ຊົນ​ຊີ​ຣີ​ ນຳ​ພາ, ​ການ​ເລືອກ​ຕັ້ງ​ຢ່າງ​ເສ​ລີ ແລະ​ ຍຸ​ຕິ​ທຳ ເຊິ່ງ​ທັງຣັດ​ເຊຍ, ຕວກ​ກີ ແລະ ​ອີ​ຣານ​ຈະ​ໃຫ້​ການຊ່ວຍ​ເຫຼືອເພື່ອ​ບັ​ນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ.

ວັນ​ທີ 22 ພະ​ຈິກ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຊີ​ຣີ​ ກ່າວ​ວ່າ​: ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ນີ້, ແມ່ນ​ຮ່າງຂຶ້ນ​ສະ​ໜັບ​ສະ​ໜູນ​ບົນ​ພື້ນ​ຖານ​ເຄົາ​ລົບ​ອະ​ທິ​ປະ​ໄຕ, ເອ​ກະ​ລາດ​ແລະ​ຜືນ​ແຜ່ນ​ດິນທີ່​ຄົບ​ຖ້ວນ​ຂອງ​ຊີ​ຣີ, ເປັນ​ການ​ສະ​ໜັບ​ສະ​ໜູນ​ທຸກ​ຄວາມ​ພະ​ຍາ​ຍາມ​ທາງການ​ເມືອງ​ເພື່ອ​ປະ​ກອບ​ສ່ວນຢຸດ​ການ​ປະ​ທະ​ກັນທີ່​ນອງ​ເລືອດ​ຢູ່​ຊີ​ຣີ​ ເຊິ່ງລັດ​ຖະ​ບານ​ຊີ​ຣີ​​ຍິນ​ດີ ແລະ ​ເຫັນ​ພ້ອມ​ຕໍ່​ຖະ​ແຫຼງ​ການ​ຮ່ວມດັ່ງ​ກ່າວ.

- 4 - ຣັດເຊຍ, ຕວກກີ ແລະ ອີຣານ ລົງນາມໃນ ຖະແຫລງການຮ່ວມກ່ຽວກັບບັນຫາຊີຣີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!