ສຳເລັດແລ້ວເກືອບ 97% ຂົວມິດຕະພາບລາວ-ໄທແຫ່ງທີ 5 ບໍລິຄຳໄຊ – ບຶງການ ຄາດວ່າຈະເປີດນໍາໃຊ້ໃນເດືອນພຶດສະພາ 2025

ສຳເລັດແລ້ວເກືອບ 97% ຂົວມິດຕະພາບລາວ-ໄທແຫ່ງທີ 5 ບໍລິຄຳໄຊ - ບຶງການ ຄາດວ່າຈະເປີດນໍາໃຊ້ໃນເດືອນພຶດສະພາ 2025 - 472462559 1068364475317858 5015379074863501978 n - ສຳເລັດແລ້ວເກືອບ 97% ຂົວມິດຕະພາບລາວ-ໄທແຫ່ງທີ 5 ບໍລິຄຳໄຊ – ບຶງການ ຄາດວ່າຈະເປີດນໍາໃຊ້ໃນເດືອນພຶດສະພາ 2025
ສຳເລັດແລ້ວເກືອບ 97% ຂົວມິດຕະພາບລາວ-ໄທແຫ່ງທີ 5 ບໍລິຄຳໄຊ - ບຶງການ ຄາດວ່າຈະເປີດນໍາໃຊ້ໃນເດືອນພຶດສະພາ 2025 - kitchen vibe - ສຳເລັດແລ້ວເກືອບ 97% ຂົວມິດຕະພາບລາວ-ໄທແຫ່ງທີ 5 ບໍລິຄຳໄຊ – ບຶງການ ຄາດວ່າຈະເປີດນໍາໃຊ້ໃນເດືອນພຶດສະພາ 2025

ວັນທີ 3 ມັງກອນ 2025 ນີ້ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ຍທຂ, ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊາອານາຈັກໄທ ປະຈຳ ສປປ ລາວ ຮ່ວມກັບ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມຄວາມຄືບໜ້າ ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ບໍລິຄໍາໄຊ-ບຶງການ.

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການລາຍງານວ່າ: ຄວາມຄືບໜ້າຂອງໂຄງການ ໃນຄວາມຮັບຜິດຊອບເບື້ອງຝ່າຍລາວ ເປັນຕົ້ນ ວຽກກໍ່ສ້າງພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງເຂົ້າຫາຂົວ, ຕຶກອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກ ເລັດແລ້ວ 100% ແລະ ກວດກາຢັ້ງຢືນຜົນສໍາເລັດໃນເດືອນມີນາ 2024 ທີ່ຜ່ານມາ, ໜ້າວຽກການກໍ່ສ້າງຂົວກາງນ້ຳ ສໍາເລັດແລ້ວ 94,76% ສະເລ່ຍສອງໜ້າວຽກ 96,64% ເຫັນວ່າ ໂຄງການດັ່ງກ່າວ ມີຄວາມຊັກຊ້າເກີນແຜນການທີ່ກໍານົດໄວ້ເບື້ອງຕົ້ນ ໃນປີ 2024 ເນື່ອງຈາກບັນຫາໂຄວິດ-19.

ທ່ານ ໂພໄຊ ໄຂຄຳພິທູນ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຍັງຄົງຄ້າງ ໃຫ້ສໍາເລັດຕາມແຜນການ ເພື່ອໃຫ້ເຊື່ອມຈອດຈຸດໃຈກາງຂົວໃນເດືອນມີນາ ແລະ ເປີດນໍາໃຊ້ຢ່າງເປັນທາງການ ເດືອນພຶດສະພາ 2025ນີ້, ລວມທັງການສ້າງນິຕິກຳຕ່າງໆທີ່ເພື່ອຮອງຮັບການເປີດນຳໃຊ້ຂົວ ເຊິ່ງເປັນ 2 ກິດຈະກໍາ ທີ່ສໍາຄັນໃນການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ ແລະ ເປັນການຕອບສະໜອງ ນະໂຍບາຍຂອງ ສປປ ລາວ ໃນການຫັນປະເທດຈາກປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ທາງດ້ານຄົມມະນາຄົມ, ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ລາວ ແລະ ໄທ.

ທີ່ມາ: ໜັງສືພິມ ປະເທດລາວ

ສຳເລັດແລ້ວເກືອບ 97% ຂົວມິດຕະພາບລາວ-ໄທແຫ່ງທີ 5 ບໍລິຄຳໄຊ - ບຶງການ ຄາດວ່າຈະເປີດນໍາໃຊ້ໃນເດືອນພຶດສະພາ 2025 - 3 - ສຳເລັດແລ້ວເກືອບ 97% ຂົວມິດຕະພາບລາວ-ໄທແຫ່ງທີ 5 ບໍລິຄຳໄຊ – ບຶງການ ຄາດວ່າຈະເປີດນໍາໃຊ້ໃນເດືອນພຶດສະພາ 2025
ສຳເລັດແລ້ວເກືອບ 97% ຂົວມິດຕະພາບລາວ-ໄທແຫ່ງທີ 5 ບໍລິຄຳໄຊ - ບຶງການ ຄາດວ່າຈະເປີດນໍາໃຊ້ໃນເດືອນພຶດສະພາ 2025 - 5 - ສຳເລັດແລ້ວເກືອບ 97% ຂົວມິດຕະພາບລາວ-ໄທແຫ່ງທີ 5 ບໍລິຄຳໄຊ – ບຶງການ ຄາດວ່າຈະເປີດນໍາໃຊ້ໃນເດືອນພຶດສະພາ 2025
ສຳເລັດແລ້ວເກືອບ 97% ຂົວມິດຕະພາບລາວ-ໄທແຫ່ງທີ 5 ບໍລິຄຳໄຊ - ບຶງການ ຄາດວ່າຈະເປີດນໍາໃຊ້ໃນເດືອນພຶດສະພາ 2025 - 4 - ສຳເລັດແລ້ວເກືອບ 97% ຂົວມິດຕະພາບລາວ-ໄທແຫ່ງທີ 5 ບໍລິຄຳໄຊ – ບຶງການ ຄາດວ່າຈະເປີດນໍາໃຊ້ໃນເດືອນພຶດສະພາ 2025