ຈໍາປາສັກ ເຊັນ MOU ການລົງທຶນສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກຖົ່ວລຽນ ແລະ ປູກພືດກະສິກໍາ

ຈໍາປາສັກ ເຊັນ MOU ການລົງທຶນສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກຖົ່ວລຽນ ແລະ ປູກພືດກະສິກໍາ - 472552338 1158038362998645 7217549452363141801 n - ຈໍາປາສັກ ເຊັນ MOU ການລົງທຶນສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກຖົ່ວລຽນ ແລະ ປູກພືດກະສິກໍາ
ຈໍາປາສັກ ເຊັນ MOU ການລົງທຶນສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກຖົ່ວລຽນ ແລະ ປູກພືດກະສິກໍາ - kitchen vibe - ຈໍາປາສັກ ເຊັນ MOU ການລົງທຶນສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກຖົ່ວລຽນ ແລະ ປູກພືດກະສິກໍາ

ວັນທີ 3 ມັງກອນ 2025 ທີ່ພະແນກແຜນການ ແລະ ການລົງທຶນແຂວງ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາສຳຫລວດຄວາມເປັນໄປໄດ້ ໃນການລົງທຶນສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກຖົ່ວລຽນ ແລະ ປູກພືດກະສິກໍາ ຢູ່ບ້ານສົ້ມໂຮງ ເມືອງມູນລະປາໂມກ ແຂວງຈຳປາສັກ.

ລົງນາມໂດຍ ທ່ານ ສຸກສະຫວັນ ວິໄລວົງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ຫວາງ ເສິງ ເວີ້ຍ ອໍານວຍການບໍລິສັດ ລາວ ຢວນຊິວ ການຄ້າ ແລະ ຂົນສົ່ງ. ຝ່າຍອົງການປົກຄອງແຂວງ ລົງນາມເປັນພະຍານ ມີທ່ານ ວັນນະສັກ ຊາດຕະກຸນ ເຈົ້າເມືອງໆມຸນລະປາໂມກ, ທ່ານ ສຸລະພົນ ກໍມະນີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ. ຝ່າຍບໍລິສັດ ລາວ ຢວນຊິວ ການຄ້າ ແລະ ຂົນສົ່ງ ຈໍາກັດຜູ້ດຽວ, ລົງນາມເປັນພະຍານ ມີທ່ານ ລຳພັນ ສີສົງຄາມ ຮອງອໍານວຍການບໍລິສັດ.

ໂຄງການປູກໝາກຖົ່ວລຽນ ແລະ ປູກພືດກະສິກຳເປັນສິນຄ້າ ໃນເນື້ອທີ່ 150 ເຮັກຕາ ຢູ່ເຂດບ້ານສົ້ມໂຮງ ເມືອງມຸນລະປາໂມກ ແຂວງຈໍາປາສັກ ຂອງບໍລິສັດ ລາວ ຢວນຊົ່ວ ການຄ້າ ແລະ ຂົນສົ່ງ ຈຳກັດ ໄດ້ສຳເລັດໃນການເຈລະຈາຮ່າງບົດບັນ ທຶກຄວາມເຂົ້າໃຈ ໃນວັນທີ 2 ມັງກອນ 2024 ລະຫວ່າງ ຝ່າຍລັດ ແລະ ບໍລິສັດເອກະຊົນ ເຊິ່ງໄດ້ມີຄວາມເອກະພາບກັນ ຄື: ຝ່າຍ ແຂວງຈໍາປາສັກ ມີຄວາມປາດຖະໜາໃນການພັດທະນາເນື້ອທີ່ດິນດ້ານກະສິກໍາ ໃນເນື້ອທີ່ 150 ເຮັກຕາ ຢູ່ເຂດບ້ານສົ້ມໂຮງ ເມືອງມຸນລະປາໂມກ ເພື່ອຜົນປະໂຫຍດທາງດ້ານເສດຖະກິດໃຫ້ແກ່ປະຊາຊົນ ກໍຄືການປູກໝາກຖົ່ວລຽນ, ປູກພືດກະສິກຳເປັນສິນຄ້າ ເຊິ່ງແມ່ນເປົ້າໝາຍໜຶ່ງທີ່ ນອນໃນການພັດທະນາເສດຖະກິດ, ສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແຂວງ.

ຈໍາປາສັກ ເຊັນ MOU ການລົງທຶນສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກຖົ່ວລຽນ ແລະ ປູກພືດກະສິກໍາ - 5 - ຈໍາປາສັກ ເຊັນ MOU ການລົງທຶນສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກຖົ່ວລຽນ ແລະ ປູກພືດກະສິກໍາ
ຈໍາປາສັກ ເຊັນ MOU ການລົງທຶນສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກຖົ່ວລຽນ ແລະ ປູກພືດກະສິກໍາ - 4 - ຈໍາປາສັກ ເຊັນ MOU ການລົງທຶນສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກຖົ່ວລຽນ ແລະ ປູກພືດກະສິກໍາ
ຈໍາປາສັກ ເຊັນ MOU ການລົງທຶນສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກຖົ່ວລຽນ ແລະ ປູກພືດກະສິກໍາ - 3 - ຈໍາປາສັກ ເຊັນ MOU ການລົງທຶນສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກຖົ່ວລຽນ ແລະ ປູກພືດກະສິກໍາ