ອັດຕະປື ອະໄພຍະໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2024 ທັງໝົດ 54 ຄົນ
January 4, 2025 - 5:25 PM

ຂ່າວແຂວງອັດຕະປືລາຍງານວ່າ: ວັນທີ 3 ມັງກອນ 2025 ນີ້ ຄະນະກຳມະການອະໄພຍະໂທດຂັ້ນແຂວງອັດຕະປື ຈັດພິທີອະໄພຍະໂທດ ແລະ ປ່ອຍຕົວນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2024 ຄົບຮອບ 49 ປີ ໂດຍເຂົ້າຮ່ວມຂອງ ທ່ານ ນາງມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ.
ທ່ານ ສຸພາສິດ ລໍວັນໄຊ ຫົວໜ້າ ອົງການໄອຍະການປະຊາຊົນລາຍງານວ່າ: ປີ 2024 ແຂວງອັດຕະປື ໄດ້ໃຫ້ອະໄພຍະໂທດ, ຫລຸດຜ່ອນໂທດມີທັງໜົດ 54 ຄົນ, ຍິງ 6 ຄົນ ແລະ ນັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ປ່ອຍຕົວ ມີຈຳນວນ 16 ຄົນ, ຍິງ 2 ຄົນ.
