ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 11 ຫົວຂໍ້ສຳຄັນ

ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 11 ຫົວຂໍ້ສຳຄັນ - 472708554 1149729850489605 5830252760805870390 n - ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 11 ຫົວຂໍ້ສຳຄັນ
ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 11 ຫົວຂໍ້ສຳຄັນ - kitchen vibe - ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 11 ຫົວຂໍ້ສຳຄັນ

ວັນທີ 6 ມັງກອນ 2025 ທີ່ຫໍປະຊຸມແຫ່ງຊາດ ລັດຖະບານ ໄດ້ໄຂກອງປະຊຸມເປີດກວ້າງ ຄັ້ງທີ II ປີ 2024 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດ ຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານ ເຈົ້າແຂວງ, ເຈົ້າຄອງນະຄອນ ຫຼວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.

ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 02 ວັນ, ກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ເນື້ອໃນຫົວຂໍ້ສຳຄັນ ສະພາບການປະຕິບັດວຽກແກ້ໄຂບັນຫາເຄັ່ງຮ້ອນດ້ານຕ່າງໆດັ່ງນີ້:

ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 11 ຫົວຂໍ້ສຳຄັນ - Visit Laos Visit SALANA BOUTIQUE HOTEL - ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 11 ຫົວຂໍ້ສຳຄັນ
ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 11 ຫົວຂໍ້ສຳຄັນ - Visit Laos Visit SALANA BOUTIQUE HOTEL - ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 11 ຫົວຂໍ້ສຳຄັນ
  1. ເສດຖະກິດ-ການເງິນ ຕາມມະຕິ 19/ກມສພ ຂອງລັດຖະບານ ໃນປີ 2024 ແລະ ສະເໜີແຜນວຽກຈຸດສຸມ ປີ 2025;
  2. ການແກ້ໄຂບັນຫາລົດເຖື່ອນ ແລະ ບັນຫາໂຄງການບໍ່ແຮ່;
  3. ມາດຕະການແກ້ໄຂອາວຸດເຖື່ອນ ແລະ ຢາເສບຕິດ;
  4. ການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ສະພາບການລາອອກຂອງພະນັກງານ-ລັດຖະກອນ ແລະ ມາດຕະການແກ້ໄຂ;
  5. ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ;
  6. ການຈັດຕັ້ງປະຕິບັດຍຸດທະສາດ ການປະຕິຮູບລະບົບການສຶກສາ, ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຕິດພັນກັບມາດຕະການແກ້ໄຂການຂາດແຄນຄູ ແລະ ການປະລະການຮຽນ;
  7. ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ປີ 2024 ແລະ ສະເໜີທິດທາງແຜນການ ປີ 2025;
  8. ການຈັດສັນທີ່ດິນ, ການອອກໃບຕາດິນ, ການຫັນການເກັບລາຍຮັບທີ່ດິນ ເປັນທັນສະໄໝ;
  9. ການຄຸ້ມຄອງ ແລະ ນໍາໃຊ້ ດິນກະສິກໍາ ແລະ ທີ່ດິນ 3 ປະເພດປ່າ ແລະ ໂຄງການຮ່ວມມືວຽກງານສິນເຊື່ອກາກບອນປ່າໄມ້;
  10. ມາດຕະການແກ້ໄຂບັນຫາການຂາດແຄນໄຟຟ້າ ແລະ ສະເໜີປັບປຸງໂຄງສ້າງລາຄາໄຟຟ້າ;
  11. ເຜີຍແຜ່ດໍາລັດ ສະບັບເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ ໃນປີ 2025 ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະ ບັນຫາຂໍ້ຂັດແຍ້ງຕ່າງໆ, ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະຂະຫຍາຍຕົວ ຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ; ຍົກໃຫ້ເຫັນຄວາມໝາຍສໍາຄັນ ຂອງປີ 2025 ເຊິ່ງເປັນປີມ້ວນທ້າຍໃນການຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຊຶ່ງຕາມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ໄດ້ຖືເອົາການປະຕິບັດແຜນປີ 2025 ເປັນແຜນ “ບຸກບືນສູ້ຊົນສູງສຸດ” ໂດຍສຸມໃສ່ແກ້ໄຂບັນຫາບຸກຄະລາກອນ, ກົນໄກລະບອບລະບຽບການ, ການປະສານງານ ໃນການເຮັດວຽກ ແລະ ແກ້ໄຂບັນຫາພື້ນຖານໂຄງລ່າງ ເປັນຕົ້ນ ລະບົບເສັ້ນທາງໃນທົ່ວປະເທດ, ສືບຕໍ່ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອລະນຶກ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂອງຊາດ ແລະ ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃຫ້ເປັນຂະບວນຟົດຟື້ນ. ຕໍ່ກັບທິດທາງລວມ, ບັນດາຄາດໝາຍ ແລະ ມາດຕະການໃຫຍ່ໆ ໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປີ 2025 ແມ່ນຈະໄດ້ສຸມໃສ່ຈັດຕັ້ງປະຕິບັດຜັນຂະຫຍາຍມະຕິຕົກລົງຂອງສູນກາງພັກ ແລະ ສະພາແຫ່ງຊາດ, ພ້ອມທັງ ຈະໄດ້ປຶກສາຫາລືວິທີການມາດຕະການຈັດຕັ້ງປະຕິບັດຕົວຈິງ ໃຫ້ລະອຽດ ແລະ ເອກະພາບກັນ ເພື່ອສາມາດປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ມີຜົນສໍາເລັດຕາມຄາດໝາຍ ຫຼື ລື່ນຄາດໝາຍທີ່ວາງໄວ້.

ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະ ນາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.

ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 11 ຫົວຂໍ້ສຳຄັນ - 4 - ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 11 ຫົວຂໍ້ສຳຄັນ
ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 11 ຫົວຂໍ້ສຳຄັນ - 5 - ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 11 ຫົວຂໍ້ສຳຄັນ
ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 11 ຫົວຂໍ້ສຳຄັນ - 3 - ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 11 ຫົວຂໍ້ສຳຄັນ