ເກີດແຜ່ນດິນໄຫວຮຸນແຮງ 6,8 ຣິກເຕີ ຢູ່ປະເທດຈີນສັ່ນສະເທືອນຮອດເນປານ

ເກີດແຜ່ນດິນໄຫວຮຸນແຮງ 6,8 ຣິກເຕີ ຢູ່ປະເທດຈີນສັ່ນສະເທືອນຮອດເນປານ - 3c6fcfc07aa388f79289fc0dcffafdda - ເກີດແຜ່ນດິນໄຫວຮຸນແຮງ 6,8 ຣິກເຕີ ຢູ່ປະເທດຈີນສັ່ນສະເທືອນຮອດເນປານ
ເກີດແຜ່ນດິນໄຫວຮຸນແຮງ 6,8 ຣິກເຕີ ຢູ່ປະເທດຈີນສັ່ນສະເທືອນຮອດເນປານ - kitchen vibe - ເກີດແຜ່ນດິນໄຫວຮຸນແຮງ 6,8 ຣິກເຕີ ຢູ່ປະເທດຈີນສັ່ນສະເທືອນຮອດເນປານ

ສໍານັກຂ່າວຕ່າງປະເທດລາຍງານ ຕາມການລາຍງານຂອງສູນເຄືອຂ່າຍແຜ່ນດິນໄຫວປະເທດຈີນ ວັນທີ 7 ມັງກອນ 2025 ເວລາ 9:05 ນາທີ ເກີດແຜ່ນດິນໄຫວຂະໜາດ 6,8 ຣິກເຕີ ໃນເມືອງຊິກັດເຊີ ເຂດປົກຄອງຕົນເອງ ປະເທດຈີນ ໂດຍແຮງສັ່ນສະເທືອນສ້າງຄວາມເສຍຫາຍຕໍ່ອາຄານໃນພື້ນທີ່ຮອບເມືອງຊິກັດເຊ ສັ່ນສະເທືອນຮອດເນປານ ແລະ ອິນເດຍ ໂດຍມີຈຸດສູນກາງຢູ່ເລິກລົງໄປ 10 ກິໂລແມັດ.

ມີການລາຍງານວ່າແຮງສັ່ນສະເທືອນ ສາມາດຮູ້ສຶກໄດ້ຮອດກຸງກັດມານດູ ເມືອງຫລວງຂອງເນປານເຊິ່ງຢູ່ຫ່າງອອກໄປປະມານ 400 ກິໂລແມັດ ເຮັດໃຫ້ປະຊາຊົນແຕກຕື່ນແລ່ນອອກຈາກເຮືອນ. ນອກຈາກນັ້ນຍັງຮັບຮູ້ໄດ້ໃນລັດພິຫານທາງຕອນເໜືອຂອງອິນເດຍ ເຊິ່ງຕິດກັບພົມແດນເນປານ.

ລາຍງານຫລ້າສຸດຈາກສໍານັກຂ່າວຊິຫົວວ່າ ເຮືອນຫລາຍຫລັງພັງຖະຫລົ່ມ ແລະ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 32 ຄົນ.

ແຜ່ນດິນໄຫວ ຂະໜາດ 6,8 ຣິກເຕ ຖືວ່າຢູ່ໃນລະດັບຮຸນແຮງ ແລະ ສາມາດສ້າງຄວາມເສຍຫາຍໄດ້ ແລະ ໃນປີ 2008 ເຄີຍມີເຫດການແຜ່ນດິນໄຫວຮຸນແຮງໃນມົນທົນເສສວນ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 70,000 ຄົນ.

ເກີດແຜ່ນດິນໄຫວຮຸນແຮງ 6,8 ຣິກເຕີ ຢູ່ປະເທດຈີນສັ່ນສະເທືອນຮອດເນປານ - 3 - ເກີດແຜ່ນດິນໄຫວຮຸນແຮງ 6,8 ຣິກເຕີ ຢູ່ປະເທດຈີນສັ່ນສະເທືອນຮອດເນປານ
ເກີດແຜ່ນດິນໄຫວຮຸນແຮງ 6,8 ຣິກເຕີ ຢູ່ປະເທດຈີນສັ່ນສະເທືອນຮອດເນປານ - 5 - ເກີດແຜ່ນດິນໄຫວຮຸນແຮງ 6,8 ຣິກເຕີ ຢູ່ປະເທດຈີນສັ່ນສະເທືອນຮອດເນປານ
ເກີດແຜ່ນດິນໄຫວຮຸນແຮງ 6,8 ຣິກເຕີ ຢູ່ປະເທດຈີນສັ່ນສະເທືອນຮອດເນປານ - 4 - ເກີດແຜ່ນດິນໄຫວຮຸນແຮງ 6,8 ຣິກເຕີ ຢູ່ປະເທດຈີນສັ່ນສະເທືອນຮອດເນປານ