ເກີດແຜ່ນດິນໄຫວແມກນິຈູດ 7.1 ໃນພື້ນທີ່ຫ່າງໄກຂອງທິເບດ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 9 ຄົນ

ເກີດແຜ່ນດິນໄຫວແມກນິຈູດ 7.1 ໃນພື້ນທີ່ຫ່າງໄກຂອງທິເບດ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 9 ຄົນ - 111 2 - ເກີດແຜ່ນດິນໄຫວແມກນິຈູດ 7.1 ໃນພື້ນທີ່ຫ່າງໄກຂອງທິເບດ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 9 ຄົນ
ເກີດແຜ່ນດິນໄຫວແມກນິຈູດ 7.1 ໃນພື້ນທີ່ຫ່າງໄກຂອງທິເບດ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 9 ຄົນ - kitchen vibe - ເກີດແຜ່ນດິນໄຫວແມກນິຈູດ 7.1 ໃນພື້ນທີ່ຫ່າງໄກຂອງທິເບດ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 9 ຄົນ

      ເກີດແຜ່ນດິນໄຫວແມກນິຈູດ 7.1 ໃນພື້ນທີ່ຫ່າງໄກຂອງທິເບດ ໃນຕອນເຊົ້າວັນທີ 7 ມັງກອນ ເວລາປະມານ 09:05 ໂມງ ຕາມເວລາທ້ອງຖິ່ນ ໂດຍມີອາບເຕີຊ໊ອກເກີດຂຶ້ນຕາມມາອີກຫລາຍຮອບ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 9 ຄົນ.

       ສໍານັກງານສໍາຫລວດທາງທໍລະນີວິທະຍາແຫ່ງອາເມລິກາ (USGS) ແລະ ສູນເຄືອຂ່າຍແຜ່ນດິນໄຫວຂອງຈີນ ລະບຸວ່າ: ສູນກາງແຜ່ນດິນໄຫວຢູ່ບ່ອນຮາບສູງໃນພື້ນທີ່ຫ່າງໄກຂອງທິເບດ ໃກ້ກັບພູເຂົາຫິມະໄລຕິດຊາຍແດນເນປານ ໂດຍແຮງສັ່ນສະເທືອນໃນຄັ້ງນີ້ສາມາດຮັບຮູ້ໄດ້ໃນເນປານ ລວມທັງບາງພື້ນທີ່ທາງພາກເໜືອຂອງອິນເດຍ.

ເກີດແຜ່ນດິນໄຫວແມກນິຈູດ 7.1 ໃນພື້ນທີ່ຫ່າງໄກຂອງທິເບດ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 9 ຄົນ - Visit Laos Visit SALANA BOUTIQUE HOTEL - ເກີດແຜ່ນດິນໄຫວແມກນິຈູດ 7.1 ໃນພື້ນທີ່ຫ່າງໄກຂອງທິເບດ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 9 ຄົນ

      ຂະນະທີ່ສໍານັກຂ່າວຊິນຮົວລາຍງານວ່າ: ມີຫລາຍບ້ານໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວໃນຄັ້ງນີ້ ໂດຍເມືອງໃຫຍ່ທີ່ຢູ່ໃກ້ສູນກາງແຜ່ນດິນໄຫວຫລາຍທີ່ສຸດຄືເມືອງສັກສິດຊິກັດເຊ (Shigatse) ເຊິ່ງຢູ່ຫ່າງອອກໄປປະມານ 180 ກິໂລແມັດ.

      ພື້ນທີ່ທາງຕາເວັນຕົກສຽງໃຕ້ຂອງຈີນມັກໄດ້ຮັບຜົນກະທົບຈາກແຜ່ນດິນໄຫວເລື້ອຍໆ ໜຶ່ງໃນແຜ່ນດິນໄຫວຄັ້ງໃຫຍ່ຢູ່ເຂດນີ້ເກີດຂຶ້ນຢູ່ມົນທົນເສສວນ ໃນປີ 2008 ມີຜູ້ເສຍຊີວິດເກືອບ 70,000 ຄົນ. ຂະນະທີ່ແຜ່ນດິນໄຫວຂະໜາດ 7.8 ໃກ້ກັບນະຄອນຫລວງການມານທຸ ປະເທດເນປານ ໃນປີ 2015 ມີຜູ້ເສຍຊີວິດປະມານ 9,000 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກຫລາຍພັນຄົນ ຖືເປັນແຜ່ນດິນໄຫວຄັ້ງຮຸນແຮງທີ່ສຸດຂອງເນປານ.

ອ້າງອີງ:

ເກີດແຜ່ນດິນໄຫວແມກນິຈູດ 7.1 ໃນພື້ນທີ່ຫ່າງໄກຂອງທິເບດ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 9 ຄົນ - 3 - ເກີດແຜ່ນດິນໄຫວແມກນິຈູດ 7.1 ໃນພື້ນທີ່ຫ່າງໄກຂອງທິເບດ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 9 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!