ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພົບປະແລກປ່ຽນບົດຮຽນ ກັບເລຂານຸການ ປະຈຳການນຳຂັ້ນສູງ ຂອງສູນກາງ ແລະ ທ້ອງຖິ່ນ

ໃນຕອນແລງວັນທີ 06 ມັງກອນ 2025 ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຫ້ອງການກະຊວງ-ອົງການ, ຫ້ອງວ່າການແຂວງ ແລະ ເລຂານຸການການນຳ ອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ໂດຍການເປັນປະທານຂອງທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີບັນດາທ່ານຫົວໜ້າຫ້ອງການກະຊວງ, ຫົວໜ້າຫ້ອງວ່າການແຂວງ ແລະ ນະຄອນຫຼວງວຽງຈັນ, ບັນດາເລຂານຸການປະຈຳການນຳ ຢູ່ສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍພະນັກງານ-ລັດຖະກອນ ທີ່ມີຕຳແໜ່ງບໍລິຫານ ຂັ້ນຮອງຫົວໜ້າພະແນກຂຶ້ນໄປ ຂອງ ຫສນຍ ເຂົ້າຮ່ວມ.
ຈຸດປະສົງ ເພື່ອເຜີຍແຜ່ບາງເນື້ອໃນລະບຽບການເຮັດວຽກ ຂອງລັດຖະບານ, ຍາດແຍ່ງເອົາບົດຮຽນ ແລະ ຄໍາເຫັນແນະນໍາ ຈາກບັນດາທ່ານ ທີ່ມີປະສົບການຕົວຈິງ ໃນການຈັດຕັ້ງປະຕິບັດວຽກງານເສນາທິການ ແລະ ເລຂານຸການການນຳຂັ້ນສູງຂອງພັກ ແລະ ລັດ ໃນໄລຍະຜ່ານມາ, ທັງເປັນການສ້າງເງື່ອນໄຂ ໃຫ້ຜູ້ເຂົ້າຮ່ວມ ກໍຄື ຜູ້ເຮັດວຽກເສນາທິການ ແລະ ເລຂານຸການການນຳ ຢູ່ສູນກາງ ແລະ ທ້ອງຖິ່ນ ທີ່ໄດ້ຕິດຕາມການນຳຂອງຕົນ ມາເຂົ້າຮ່ວມກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ II ປີ 2024 ໄດ້ມີໂອກາດແລກ ປ່ຽນບົດຮຽນ ແລະ ຄໍາຄິດເຫັນຕ່າງໆ ເຊິ່ງກັນ ແລະ ກັນ, ແນໃສ່ຍົກສູງຄວາມສາມາດ, ປະສິດທິພາບ ແລະ ປະສິດທິຜົນ ຂອງວຽກງານເສນາທິການ ແລະ ເລຂານຸການການນຳ ໃຫ້ສູງຂຶ້ນກວ່າເກົ່າ. ສຳລັບເນື້ອໃນການພົບປະ ແລະ ແລກປ່ຽນບົດຮຽນ ໃນຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ບາງເນື້ອໃນກ່ຽວກັບລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX ທີ່ປັບປຸງໃໝ່; ກົນໄກການສົ່ງເອກະສານທາງລັດຖະການ ແລະ ນິຕິກຳຕ່າງໆ ດ້ວຍຮູບແບບຫັນເປັນທັນສະໄໝ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມ ກໍ່ໄດ້ມີຄຳເຫັນ ແລກປ່ຽນເຊິ່ງກັນ ແລະ ກັນ ຕໍ່ການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ໂດຍສະເພາະ ຕໍ່ບາງຈຸດ ທີ່ເຫັນວ່າ ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ບໍ່ທັນມີຄວາມເປັນເອກະພາບ, ປະສິດທິພາບ-ປະສິດທິຜົນ ບໍ່ທັນສູງເທົ່າທີ່ຄວນ ແລະ ອື່ນໆ.
ໃນໂອກາດນີ້, ທ່ານ ປະທານກອງປະຊຸມ ກໍ່ໄດ້ໃຫ້ກຽດມີຄຳເຫັນພົບປະໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງວຽກງານເສນາທິການ ແລະ ເລຂານຸການຂອງການນຳ, ພ້ອມທັງ ມີຄຳເຫັນສັງລວມເນື້ອໃນ ໃນການເຜີຍແຜ່ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້; ຖືໂອກາດນີ້, ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນເນັ້ນ ໜັກໃຫ້ເອົາໃຈໃສ່ພິຈາລະນາຕື່ມບາງດ້ານ ເປັນຕົ້ນ ສະເໜີໃຫ້ຫ້ອງການບັນດາກະຊວງ-ອົງການ ສ້າງແຜນການເຄື່ອນ ໄຫວວຽກງານປະຈຳປີ ໃຫ້ແກ່ການນຳຂອງຕົນ ສອດຄ່ອງກັບແຜນການເຄື່ອນໄຫວວຽກງານປະຈຳປີ ຂອງລັດຖະບານ ໂດຍສະເພາະ ແຜນການດຳເນີນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນ ແລະ ກອງປະຊຸມລັດຖະບານເປີດກວ້າງ; ໃຫ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນໃຫ້ສູງຂຶ້ນຕື່ມ ເພື່ອຮັບປະກັນການປະຕິບັດໜ້າທີ່ເປັນເສນາທິການໃຫ້ການນຳຂອງຕົນ ມີປະສິດທິພາບ-ປະສິດທິຜົນສູງຂຶ້ນ, ທັງວ່ອງໄວ ແລະ ທັນການ ເນື່ອງຈາກ ປີ 2025 ເປັນປີມ້ວນທ້າຍໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ເປັນປີຄົບຮອບ 3 ວັນປະຫວັດສາດຂອງຊາດ ທີ່ຈະໄດ້ມີການສະເຫຼີມສະຫຼອງໃຫຍ່ ແລະ ວຽກງານສຳຄັນອື່ນໆຕື່ມອີກ; ໃຫ້ເພີ່ມທັດສະນະຫຼັກໝັ້ນ ແລະ ຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ ເຊິ່ງເລຂານຸການຂອງການນຳ ຕ້ອງມີຫຼັກໝັ້ນ, ມີຄວາມໂປ່ງໃສ, ເຂັ້ມງວດ, ເດັດຂາດ ແລະ ບໍ່ຄອນແຄນ, ປະຕິບັດວຽກງານ ບົນພື້ນຖານຢຶດໝັ້ນແນວທາງນະໂຍບາຍ, ກົດໝາຍ, ລະບຽບການທີ່ກ່ຽວຂ້ອງ ແລະ ແທດເໝາະກັບຄວາມເປັນຈິງ; ຈົ່ງພ້ອມກັນເອົາໃຈໃສ່ຮັກສາຄວາມລັບທາງລັດຖະການ; ສືບຕໍ່ເອົາໃຈໃສ່ການປະສານງານເຊິ່ງກັນ ແລະ ກັນ ໃຫ້ມີຄວາມກົມກຽວ, ແໜ້ນແຟ້ນ ວ່ອງໄວ, ມີການຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ; ສືບຕໍ່ປະຕິບັດລະບອບສ່ອງແສງລາຍງານ ໃຫ້ເປັນປົກກະຕິ; ສືບຕໍ່ເອົາໃຈໃສ່ເຮັດໜ້າທີ່ເປັນເສນາທິການ ໃຫ້ສົມບົດບາດເປັນເລຂານຸການຂອງການນຳ ຢ່າງແທ້ຈິງ ໂດຍສະເພາະ ມີຄວາມລະອຽດ, ຮອບຄອບ, ຊັດເຈນ, ສະດຸ້ງໄວ… ພ້ອມກັນນັ້ນ ກໍ່ໃຫ້ຫຼີກລ່ຽງ ແນວຄິດມັກງ່າຍ, ຈົ່ງຈຽມ, ຂາດຄວາມຮັບຜິດຊອບ ແລະ ອື່ນໆ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.