ມາເລເຊຍ-ສິງກະໂປ ບັນລຸຂໍ້ຕົກລົງ ຈັດຕັ້ງເຂດເສດຖະກິດພິເສດຮ່ວມກັນ

ມາເລເຊຍ-ສິງກະໂປ ບັນລຸຂໍ້ຕົກລົງ ຈັດຕັ້ງເຂດເສດຖະກິດພິເສດຮ່ວມກັນ - 333 - ມາເລເຊຍ-ສິງກະໂປ ບັນລຸຂໍ້ຕົກລົງ ຈັດຕັ້ງເຂດເສດຖະກິດພິເສດຮ່ວມກັນ
ມາເລເຊຍ-ສິງກະໂປ ບັນລຸຂໍ້ຕົກລົງ ຈັດຕັ້ງເຂດເສດຖະກິດພິເສດຮ່ວມກັນ - kitchen vibe - ມາເລເຊຍ-ສິງກະໂປ ບັນລຸຂໍ້ຕົກລົງ ຈັດຕັ້ງເຂດເສດຖະກິດພິເສດຮ່ວມກັນ

       ມາເລເຊຍ ແລະ ສິງກະໂປ ເຫັນພ້ອມໂຄງການເຂດເສດຖະກິດພິເສດ ເພື່ອການສ້າງຜົນປະໂຫຍດຮ່ວມກັນລະຫວ່າງສອງປະເທດ.

        ນາຍົກລັດຖະມົນຕີ ອັນວາ ອິບຣາຮິມ ຜູ້ນໍາມາເລເຊຍ ແລະ ນາຍົກລັດຖະມົນຕີ ລໍເຣນ ຫວ່ອງ ຜູ້ນໍາສິງກະໂປ ຖະແຫລງຮ່ວມກັນຢູ່ເມືອງຍະໂຮບາຣູ ເມືອງເອກຂອງລັດຍະໂຮ ກ່ຽວກັບການລົງນາມຮ່ວມກັນຈັດຕັ້ງເຂດເສດຖະກິດພິເສດຍະໂຮ-ສິງກະໂປ.

ມາເລເຊຍ-ສິງກະໂປ ບັນລຸຂໍ້ຕົກລົງ ຈັດຕັ້ງເຂດເສດຖະກິດພິເສດຮ່ວມກັນ - Visit Laos Visit SALANA BOUTIQUE HOTEL - ມາເລເຊຍ-ສິງກະໂປ ບັນລຸຂໍ້ຕົກລົງ ຈັດຕັ້ງເຂດເສດຖະກິດພິເສດຮ່ວມກັນ
ມາເລເຊຍ-ສິງກະໂປ ບັນລຸຂໍ້ຕົກລົງ ຈັດຕັ້ງເຂດເສດຖະກິດພິເສດຮ່ວມກັນ - Visit Laos Visit SALANA BOUTIQUE HOTEL - ມາເລເຊຍ-ສິງກະໂປ ບັນລຸຂໍ້ຕົກລົງ ຈັດຕັ້ງເຂດເສດຖະກິດພິເສດຮ່ວມກັນ

        ເຂດເສດຖະກິດພິເສດດັ່ງກ່າວ ຈະເຊື່ອມລະຫວ່າງລັດຍະໂຮທີ່ຢູ່ທາງໃຕ້ຂອງມາເລເຊຍ ກັບສິງກະໂປ ຄວບຄຸມເນື້ອທີ່ 3,571 ຕາກິໂລແມັດ ເຊິ່ງໃຫຍ່ກວ່າຂະໜາດຂອງສິງກະໂປເຖິງ 5 ເທົ່າ. ທັງນີ້ ໂດຍປົກກະຕິບໍລິເວນນີ້ຖືເປັນໜຶ່ງໃນຈຸດຜ່ານແດນໜາແໜ້ນທີ່ສຸດຂອງໂລກຢູ່ແລ້ວ ມີປະຊາຊົນເດີນທາງຂ້າມຜ່ານສູງເຖິງວັນລະ 300,000 ຄົນ.

       ເມື່ອການດໍາເນີນງານສໍາເລັດຢ່າງເປັນທາງການ ທັງສອງປະເທດຈະໄດ້ຮັບຜົນປະໂຫຍດຮ່ວມກັນຈາກການເຄື່ອນຍ້າຍແຮງງານ, ສ່ວນມາເລເຊຍຈະໄດ້ຮັບຜົນປະໂຫຍດຈາກການເຊື່ອມຕໍ່ໂຄງລ່າງພື້ນຖານທາງອາກາດ ແລະ ທາງທະເລຂອງສິງກະໂປໄດ້ຢ່າງສະດວກຂຶ້ນ.

      ຜູ້ນໍາມາເລເຊຍກ່າວວ່າ: ໂຄງການດັ່ງກ່າວເປັນແຜນລິເລີ່ມທີ່ມີຄວາມສະເພາະຕົວສູງ ເນື່ອງຈາກເປັນໂອກາດທີ່ຫາໄດ້ຍາກ ທີ່ທັງສອງປະເທດຈະສາມາດເຮັດວຽກຮ່ວມກັນເປັນທີມແບບນີ້.

      ຂະນະທີ່ຜູ້ນໍາສິງກະໂປກ່າວວ່າ: ໂຄງການນີ້ເກີດຂຶ້ນໂດຍອາໄສຈຸດແຂງຂອງທັງສອງປະເທດ ເຊິ່ງຈະຊ່ວຍເພີ່ມປະສິດທິພາບການແຂ່ງຂັນຫລາຍດ້ານໃຫ້ສິງກະໂປ ແລະ ມາເລເຊຍ. ອີກທັງເປັນການທີ່ທັງສອງປະເທດດຶງດູດການລົງທຶນຈາກພາຍນອກ ເພື່ອຜົນປະໂຫຍດຮ່ວມກັນ.

ມາເລເຊຍ-ສິງກະໂປ ບັນລຸຂໍ້ຕົກລົງ ຈັດຕັ້ງເຂດເສດຖະກິດພິເສດຮ່ວມກັນ - 3 - ມາເລເຊຍ-ສິງກະໂປ ບັນລຸຂໍ້ຕົກລົງ ຈັດຕັ້ງເຂດເສດຖະກິດພິເສດຮ່ວມກັນ
ມາເລເຊຍ-ສິງກະໂປ ບັນລຸຂໍ້ຕົກລົງ ຈັດຕັ້ງເຂດເສດຖະກິດພິເສດຮ່ວມກັນ - 4 - ມາເລເຊຍ-ສິງກະໂປ ບັນລຸຂໍ້ຕົກລົງ ຈັດຕັ້ງເຂດເສດຖະກິດພິເສດຮ່ວມກັນ
ມາເລເຊຍ-ສິງກະໂປ ບັນລຸຂໍ້ຕົກລົງ ຈັດຕັ້ງເຂດເສດຖະກິດພິເສດຮ່ວມກັນ - 5 - ມາເລເຊຍ-ສິງກະໂປ ບັນລຸຂໍ້ຕົກລົງ ຈັດຕັ້ງເຂດເສດຖະກິດພິເສດຮ່ວມກັນ