ຫັນລາວລ໊ອກເປັນລາວລິ້ງເຊື່ອມຈອດໜຶ່ງແລວທາງໜຶ່ງເສັ້ນທາງ

ປະເທດລາວເຮົາບໍ່ມີດ້ານ ໃດທີ່ມີຊາຍແດນຕິດກັບທະເລ ຈົນຄົນຕ່າງຊາດ ເຂົາຕັ້ງຄຳຖາມ ເວົ້າເຢາະເຢີ້ຍ “ປະເທດເຈົ້າ ມີທະເລຄືບ້ານຂ້ອຍບໍ່” ວ່າຊັ້ນ! ແຕ່ດ້ວຍວິໄສທັດອັນກວ້າງໄກ, ຄວາມສະຫລາດ ແລະ ການມີ ໄຫວພິກຂອງຜູ້ ນຳທີ່ບໍ່ຕ້ອງການ ໃຫ້ຕົນເອງຕ້ອງຖືກປິດລ້ອມດ້ວຍ ສິ່ງແວດລ້ອມຂອງພູມີປະເທດ ຈຶ່ງໄດ້ຫັນທິດເອົາປະເທດລາວ ຈາກປະເທດທີ່ເອີ້ນວ່າ ລາວລ໊ອກ ໃຫ້ກາຍເປັນລາວລິ້ງ ເພື່ອເຊື່ອມ ຈອດກັບບັນດາປະເທດອ້ອມ ຂ້າງ. ອານຸພາກພື້ນ ແລະ ກ້າວໄປ ເຖິງສາມາດ ເຊື່ອມຈອດຕິດຕໍ່ ກັນໄປໄດ້ໃນທົ່ວໂລກ. ນີ້ຄືເສັ້ນ ທາງຍຸດທະສາດທີ່ຈະສ້າງປະ ເທດລາວໃຫ້ສີວິໄລ, ມີຄວາມ ປອດໄພ ແລະ ຍືນຍົງໄປຄຽງຄູ່ ກັບການພັດທະນາຮອບດ້ານ ທີ່ພັກ ແລະ ລັດຖະບານລາວໄດ້ ວາງອອກ. ອັນສຳຄັນທີ່ສຸດແມ່ນ ໃຫ້ເຊື່ອມຈອດໃສ່ເສັ້ນທາງສາຍໄໝໜຶ່ງແລວທາງໜຶ່ງເສັ້ນທາງ ຂອງສະຫາຍຈີນ ທີ່ມີທ່າອ່ຽງ ຈະເຮັດໃຫ້ການຮ່ວມມືຂອງ ສອງປະເທດກາຍເປັນທີ່ມາຂອງ ແຫລ່ງຂຸມຊັບ ແລະ ຄວາມສີວິ ໄລ ໃນຂົງເຂດອາຊີອາຄະເນຕະ ຫລອດພາກພື້ນ ແລະ ທົ່ວໂລກ. ແນ່ນອນຖ້າເບິ່ງສະພາບ ໃນປັດ ຈຸບັນ ແລະ ອະນາຄົດ ລາວ-ຈີນ ເພື່ອນຮ່ວມມືຍຸດທະສາດຮອບ ດ້ານຫາກພ້ອມກັນປະສານສ້າງ ຮ່ວມກັນຢ່າງກົມກຽວ ແລະ ສະ ໜິດແໜ້ນກໍຈະເຮັດ ໃຫ້ໝາກ ຜົນຂອງການຮ່ວມມືປະສົບຜົນ ສຳເລັດຢ່າງເປັນຮູບປະທຳທີ່ ໂດດເດັ່ນ.

+ ລາວເລັ່ງສ້າງຂໍ້ຕົກລົງວ່າດ້ວຍການຄ້າຊາຍແດນ
ການມາຢ້ຽມຢາມລັດຖະ ກິດຂອງສະຫາຍ ສີ ຈິ້ນຜິງ ເລຂາ ທິການໃຫຍ່ຄະນະກຳມະການ ສູນກາງພັກກອມມູນິດຈີນ, ປະ ທານ ປະເທດຈີນ ໃນວັນທີ 13 ແລະ14 ພະຈິກນີ້ ຖືວ່າເປັນເຫດ ການປະຫວັດສາດ ແລະ ເປັນນິ ມິດໝາຍແຫ່ງການຮ່ວມມືຢ່າງ ໃຫຍ່ຫລວງລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາດລາວ-ຈີນ. ໃນການມາຢ້ຽມ ຢາມລາວ ຂອງສະຫາຍ ສີ ຈິ້ນຜິງ ໃນຄັ້ງນີ້ ແມ່ນພາຍຫລັງສຳເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດຄັ້ງທີ 19 ຂອງພັກກອມ ມູນິດຈີນບໍ່ພໍເທົ່າໃດວັນໂດຍໄດ້ ເລືອກເອົາລາວເປັນປະເທດທຳ ອິດທີ່ໄດ້ເດີນທາງມາຢ້ຽມຢາມ ໃນຄັ້ງນີ້. ຫາກຈະຕັ້ງຄຳຖາມ ກັນວ່າ ດ້ວຍສາເຫດໃດປະທານ ສີ ຈິ້ນຜິງ ຈຶ່ງເລືອກເອົາປະເທດ ລາວເປັນປະເທດ ທຳອິດໃນແຜນ ການໄປຢ້ຽມຢາມບັນດາປະເທດ ໃນພາກພື້ນ ແລະ ໃນໂລກ? ຕາມ ຜູ້ຂຽນຄິດມັນກໍ ປະກອບໄປດ້ວຍ ຫລາຍປັດໄຈ ເປັນຕົ້ນປະເທດຈີນ ກັບປະເທດລາວເດີນຕາມເສັ້ນ ທາງ ແລະ ມີອຸດົມການດຽວກັນ, ມີວິໄສທັດ ທີ່ຄ້າຍຄືກັນ. ອັນທີ ສອງລາວ ແລະ ຈີນ ເປັນປະເທດ ບ້ານໃກ້ເຮືອນຄຽງເປັນເພື່ອນ ຮ່ວມມືຍຸດທະສາດຮອບດ້ານໃນ ພາລະກຳ ປະຫວັດສາດທີ່ຕ້ອງໄດ້ ຮ່ວມມືກັນພັດທະນາໃຫ້ກ້າວໄກ. ອັນທີ ສາມລາວ ແລະ ຈີນໄດ້ເປີດ ການຮ່ວມມືໃນຍຸກໃໝ່, ສະໄໝ ໃໝ່ຕາມອຸດົມການຂອງຜູ້ນຳ. ຕົວຢ່າງ ປະເທດລາວເຮົາໄດ້ເປີດ ປະຕູຈາກລາວລ໊ອກໃຫ້ເປັນລາວລິ້ງ ເຮັດໃຫ້ເສັ້ນທາງສາຍໄໝ ຂອງຕົນກາຍເປັນປະເທດເຊື່ອມຈອດກັບບັນດາປະເທດຕ່າງໆທີ່ ຢູ່ອ້ອມຂ້າງ ແລະ ໃນພາກພື້ນ ໂດຍອາໄສຈຸດພິເສດ ແລະ ທ່າ ແຮງທາງດ້ານເສດຖະກິດ-ສັງ ຄົມອັນອຸດົມສົມບູນທີ່ບົ່ມຊ້ອນ ຂອງປະເທດ. ສ່ວນວ່າສະຫາຍ ຈີນແມ່ນໜຶ່ງເສັ້ນທາງຕາມອຸດົມ ການຂອງສະຫາຍ ສີ ຈິ້ນຜິງ ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນ ຈີນ. ປັດຈຸບັນການຮ່ວມມືທັງ ສອງຝ່າຍພວມມີບັນຍາກາດຟົດ ຟື້ນ. ການສ້າງທາງລົດໄຟຄວາມ ໄວສູງກໍອາດຈະສຳເລັດເກີນ ຄາດ. ການລົງ ທຶນພັດທະນາໃນ ດ້ານຕ່າງໆຂອງຈີນຢູ່ ສປປ ລາວ ກໍຢືນຢູ່ໃນແຖວໜ້າ.
ຈາກປັດໄຈ ນັບທັງແນວຄິດ ແລະ ອຸດົມການຂອງຜູ້ນຳກໍຄືເປົ້າ ໝາຍຂອງສອງປະເທດທີ່ພວມ ຕ້ອງການກ້າວໄປຂ້າງໜ້າມັນໄດ້ ກາຍເປັນເສັ້ນທາງການພົວພັນ ແລະ ການຮ່ວມມືແຫ່ງຍຸກສະໄໝ, ກ້າວສູ່ການພັດທະນາ ດ້ວຍການ ຫັນ ເອົາປະເທດລາວທີ່ເປັນລາວ ລ໊ອກໃຫ້ກາຍເປັນລາວລິ້ງເຊື່ອມຈອດ ກັບໜຶ່ງແລວທາງໜຶ່ງເສັ້ນ ທາງໃຫ້ເປັນສັນຍາລັກແຫ່ງການ ພົວພັນຮ່ວມມືຍຸດທະສາດຮອບ ດ້ານລະຫວ່າງສອງປະເທດ ລາວ-ຈີນ ໃນຍຸກໂລກາພິວັດ.

ໂດຍ: ກ້ອງສ່ອງ ອິດສະຫລະ